Breaking News

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ…

ແບ່ງປັນ

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ

ເປັນເລື່ອງປົກກະຕິຂອງຄົນທີ່ຫາກະນອນຕື່ນຫຼາຍ ທີ່ຈະຮູ້ສຶກຫິວນອນ ຢາກນອນຕໍ່ ຫຼືບໍ່ຢາກຕື່ນເລີຍ ແຕ່ເຈົ້າຮູ້ບໍ່ວ່າ ການທີ່ເຈົ້ານອນຫຼາຍເກີນໄປ ນັ້ນກໍບໍ່ໄດ້ແມ່ນເລື່ອງທີ່ດີສໍາລັບຮ່າງກາຍຄືກັນ ເພາະມັນອາດຈະເຮັດໃຫ້ເຈົ້າເປັນພະຍາດຕ່າງໆ ໄດ້ແບບບໍ່ຮູ້ຕົວເຊັ່ນ ເບົາຫວານ ຄວາມດັນເລືອດສູງ ໄຂມັນໃນເລືອດສູງ ບັນຫາຂອງກະດູກ ແລະຂໍ້ ສະໝອງລ້າ ຊຶມເສົ້າ ເປັນຕົ້ນ ແລະຖ້າເຈົ້າຍັງມີຄວາມຮູ້ສຶກຢາກນອນໃນຕອນສວາຍ ຕື່ນຍາກກວ່າເກົ່າແບບນີ້ຢ່ານີ່ງນອນໃຈເດັດຂາດ

ຄົນທີ່ມີພາວະນອນຫຼາຍເກີນໄປ ຫຼື Hypersomnia ຈະມີລັກສະນະຕ້ອງການຢາກນອນເພີ່ມຂຶ້ນທັງໃນກາງເວັນ ແລະກາງຄືນ ແລະຈະຕື່ນຍາກຫຼາຍ ເມື່ອຕື່ນແລ້ວກໍຮູ້ສຶກວ່າຕ້ອງການຢາກນອນຕໍ່ອີກ ກາງເວັນກໍຍັງຕ້ອງການຫຼັບຫຼາຍໆຄັ້ງ ອາການຢາກຫຼັບຕອນເວັນຂອງບາງຄົນກໍເກີດຂຶ້ນໃນເວລາທີ່ບໍ່ເໝາະສົມເຊັ່ນ ຕອນລົມກັບຄົນອື່ນກໍຍັງຫຼັບ ຕອນກິນອາຫານເປັນຕົ້ນ ເຊິ່ງຖ້າຕົວເອງ ຫຼືຄົນໃກ້ຕົວມີອາການແບບນີ້ແນະນໍາວ່າ ຕ້ອງໄປພົບແພດດ່ວນເນື່ອງຈາກອາດຈະສົ່ງຜົນກະທົບຕ່າງໆຕາມມາໄດ້

ໂທດຈາກການນອນຫຼາຍເກີນໄປ

  • ສະໝອງເສີຍຊາ, ສະໝອງລ້າ ກາຍເປັນຄົນໄຮ້ຊີວິດຊີວາ
  • ການເຮັດວຽກຂອງກະດູກກ້າມເນື້ອບໍ່ແຂງແຮງ ມີບັນຫາຂໍ້ຕ່າງໆ ເຄື່ອນໄຫວໄດ້ຍາກຕາມມາ
  • ນໍ້າໜັກເກີນ ເນື່ອງຈາກລະບົບການເຜົາຜານໄຂມັນຫຼຸດລົງ ມີການສະສົມໄຂມັນເພີ່ມຂຶ້ນ ອັນອາດນໍາໄປສູ່ພະຍາດຕ່າງໆເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດສູງເປັນຕົ້ນ
  • ກາຍເປັນຄົນຊືມເສົ້າ ການນອນຫຼາຍໆເຮັດໃຫ້ຮໍໂມນໃນຮ່າງກາຍປັ່ນປ່ວນໄດຍສະເພາະ ເຄມີອາລົມສານຄວາມສຸກຈໍາພວກ “ເຊໂຣໂທນິນ (Serotonin)” ແລະ “ເອນດໍຟີນ (Endorphin)” ຫຼຸດລົງ

ສາເຫດຂອງການນອນຫຼາຍເກີນໄປ

  • ອົດນອນມາເປັນເວລາດົນ ແລະອົດຕະຫຼອດຕົນຮ່າງກາຍພັກຜ່ອນບໍ່ພຽງພໍ ເຮັດໃຫ້ນອນເທົ່າໃດກໍບໍ່ຮູ້ຈັກພໍຈັກເທື່ອ
  • ໂມງໃນຮ່າງກາຍປັ່ນປ່ວນປັບເວລາຜິດເຊ່ນ ເດີນທາງຂ້າມປະເທດທີ່ຕ່າງເວລາກັນຕະຫຼອດ
  • ຮໍໂມນໃນຮ່າງກາຍ ຫຼືສານເຄມີບໍ່ປົກກະຕິ ເຮັດໃຫ້ຮ່າງກາຍນອນຫຼາຍຜິດປົກກະຕິ
  • ນອນກົນ ມີພາວະການຫຍຸດຫາຍໃຈໃນຕອນຫຼັບ ເຮັດໃຫ້ຮ່າງກາຍຮັບອົກຊີແຊນບໍ່ພໍ
  • ການກິນຢາບາງຊະນິດເຊັ່ນ ຢາແກ້ແພ້ ແລະອື່ນໆ

ເທັກນິກການນອນຫຼັບໄດ້ດີຢ່າງມີປະສິດທິພາບ

  • ພະຍາຍາມຕັ້ງເວລາເຂົ້ານອນບໍ່ໃຫ້ເກີນ 11 ໂມງກາງຄືນ ເພື່ອໃຫ້ຮ່າງກາຍໄດ້ຮັບຮໍໂມນດີໆຕ່າງໆ ໄດ້ຢ່າງເຕັມທີ່ເຊິ່ງຮໍໂມນເຫຼົ່ານີ້ຈະຊ່ວຍໃຫ້ຫຼັບໄດ້ດີ ລວມໄປເຖິງເຮັດໃຫ້ຮ່າງກາຍໄດ້ຮັບການຟື້ນຟູ ຊ່ອມແຊມຕົວເອງໄດ້ຢ່າງມີປະສິດທິພາບ
  • ກໍານົດຕາຕະລາງເຂົ້ານອນ ແລະຕື່ນນອນເວລາດຽວກັນທຸກມື້ຕິດຕໍ່ກັນ 28 ມື້ ຮ່າງກາຍຈະສ້າງລະບົບໂມງຊີວິດຂອງຕົວເອງຂຶ້ນມາໃໝ່ ຈະຕື່ນໄດ້ເອງຢ່າງສົດຊື່ນ
  • ຈັດຫ້ອງນອນໃຫ້ໂລ່ງ ອາກາດລະບາຍໄດ້ດີ ຮ່າງກາຍທີ່ໄດ້ຮັບອົກຊີແຊນບໍ່ພຽງພໍຈະເຮັດໃຫ້ຮ່າງກາຍເຊື່ອມຊຶມ ແລະຢາກນອນຕະຫຼອດເວລາ
  • ອອກກໍາລັງກາຍ ນັ່ງສະມາທິ ສ້າງອົກຊີແຊນໃນເລືອດໃຫ້ຫຼາຍຂຶ້ນ ແລະຍັງເຮັດໃຫ່້ຮ່າງກາຍ Active ອີກດ້ວຍ
  • ງົດອາຫານ Junk food ນໍ້າອັດລົມ ແປ້ງຂາວ Bakery ເຊິ່ງເຮັດໃຫ້ນໍ້າຕານໃນເລືອດບໍ່ປົກກະຕິຮ່າງກກາຍຄຸມບໍ່ໄດ້ ເຮັດໃຫ້ຢາກນອນ ເມື່ອຍ ຕອນທີ່ລະດັບນໍ້າຕານຕົກ
  • ກ່ອນເຂົ້ານອນ 4 ຊົ່ວໂມງ ຄວນງົດອາຫານໜັກໆ

ແບ່ງປັນ