Breaking News

ກຣີດໆໆໆ! ມິວ ນິດຖາ ນັກສະແດງຊື່ດັງເພື່ອນບ້ານ ໂພສຮູບຖ່າຍທີ່ພູສີ ພ້ອມຂຽນແຄັບຊັ່ນເປັນພາສາລາວ

ແບ່ງປັນ

ໜ້າຮັກຫຼາຍໆ! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ  ທີ່ໄດ້ເດີນທາງມາ ແຂວງ ຫຼວງພະບາງ ຕັ້ງແຕ່ວັນທີ 27 ມັງກອນ 2018, ຫຼ້າສຸດໄດ້ໂພສຮູບພາບທີ່ຖ່າຍເທິງຈຸດຊົມວິວ ພູສີ ແຂວງ ຫຼວງພະບາງ ປະເທດລາວ ພ້ອມຂຽນແຄັບຊັ່ນເປັນພາສາລາວ, ພໍແຕ່ໂພສບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆ ເຂົ້າໄປສະແດງຄວາມຄິດເຫັນວ່າ ມິວ ນິດຖາ ນາງໜ້າຮັກ ພິມແຄັບຊັ່ນເປັນພາສາລາວອີກດ້ວຍ. (ໜ້າຮັກແບບນີ້ເອົາໃຈແຟນໆຊາວລາວໄປເລີຍ…ກຣີດໆໆໆ)

ງາມຫຼາຍ

A post shared by Mewnittha (@mewnittha) on

Good morning from Luangprabang ka☀️ ດີຕອນເຊົ້າ? #huawei

A post shared by Mewnittha (@mewnittha) on

ສຳລັບ ມິວ ນິດຖາ ຈີຣະຢັ່ງຢືນ ເປັນອີກໜຶ່ງນັກສະແດງສາວທີ່ກຳລັງມາແຮງຂອງປະເທດເພື່ອນບ້ານ, ເຊິ່ງສາວມິວເພິ່ນກໍມີຜົນງານການສະແດງມາແລ້ວຫຼາກຫຼາຍ, ຜົນງານຫຼ້າສຸດກໍແມ່ນລະຄອນເລື່ອງ ດ້ວຍແຮງອະທິຖານ ປະກົບຄູ່ກັບ ພະເອກສຸດຫຼໍ່ຕະຫຼອດການ ຕິກ ເຈດສະດາພອນ ທີ່ຍົກກອງມາຖ່າຍທຳກັນເຖິງ ແຂວງ ຫຼວງພະບາງ ປະເທດລາວເຮົານັ້ນເອງ.

ຮູບພາບ: mewnittha

ແບ່ງປັນ