Breaking News

ບອກໄວ້ກ່ອນ!!! 5 ເລື່ອງທີ່ບໍ່ຄວນເວົ້າກັບພໍ່ແມ່ຖ້າເພິ່ນຍັງມີຊີວິດຢູ່…

ແບ່ງປັນ

ບອກໄວ້ກ່ອນ!!! 5 ເລື່ອງທີ່ບໍ່ຄວນເວົ້າກັບພໍ່ແມ່ຖ້າເພິ່ນຍັງມີຊີວິດຢູ່…

ລູກທຸກຄົນຮູ້ດີວ່າ ພໍ່ແມ່ຄືຜູ້ທີ່ໃຫ້ກໍາເນີດ ແລະລ້ຽງດູເຮົາມາຕັ້ງແຕ່ຕີນເທົ່າຝາຫອຍ ເມື່ອເຕີບໃຫຍ່ມາກໍຍັງຕ້ອງຊອກຫາເງິນເພື່ອສົງເສີມໃຫ້ລູກໄດ້ຮຽນໜັງສືສູງ ຈະໄດ້ມີອາຊີບທີ່ໝັ້ນຄົງ ແລະສະບາຍກວ່າພໍ່ແມ່ທີ່ເປັນຢູ່ ແຕ່ໃນບາງຄັ້ງລູກໆຄືເຮົາກໍອາດຈະເຮັດໃຫ້ພໍ່ແມ່ເສຍໃຈ ເສຍນໍ້າຕາໄປແດ່ ທັງເລື່ອງທີ່ຕັ້ງໃຈ ແລະບໍ່ໄດ້ຕັ້ງໃຈ ບາງເທື່ອກໍຫຼົງເວົ້າສິ່ງທີ່ບໍ່ໄດ້ຄິດໄປແບບບໍ່ຕັ້ງໃຈກໍມີ ແລະກໍບໍ່ຮູ້ວ່າສິ່ງທີ່ເວົ້າໄປນັ້ນຈະເຮັດໃຫ້ຜູ້ເປັນພໍ່ແມ່ເສຍໃຈ ຫຼືບໍ່? ມື້ນີ້ເຮົາຈະມາບອກເຖິງ 5 ເລື່ອງທີ່ຫ້າມເວົ້າກັບພໍ່ແມ່ເດັດຂາດໃນຕອນທີ່ເພິ່ນມີຊີວິດຢູ່ ໄປເບິ່ງກັນເລີຍ…

  1. ຢ່າໂທດພໍ່ແມ່ວ່າ ຂາດຄວາມສາມາດ

ບໍ່ມີໃຜທີ່ເກັ່ງໄປທຸກເລື່ອງ ແລະບໍ່ມີໃຜເຮັດທຸກເລື່ອງໄດ້ສົມບູນ ເຖິງພໍ່ແມ່ຂອງເຮົາຈະສູ້ພໍ່ແມ່ຂອງຄົນອື່ນບໍ່ໄດ້ໃນບາງເລື່ອງ ແຕ່ເພິ່ນກໍສາມາດລ້ຽງດູເຮົາມາຈົນເຕີບໃຫຍ່ ແລະເພິ່ນກໍຄືຄົນທີ່ຮັກເຮົາທີ່ສຸດ ຖ້າໃຜທີ່ຄິດດູຖູກຄວາມສາມາດຂອງພໍ່ແມ່ອາດຈະເປັນຕາບາບໄປທັງຊີວິດຂອງເຈົ້າເລີຍແຫຼະ

  1. ຢ່າໂທດພໍ່ແມ່ວ່າ ມັກຊູຊີ

ພໍ່ແມ່ເກີດມາກ່ອນເຮົາມີປະສົບການຫຼາຍກວ່າເຮົາ ຢ່າເວົ້າແຮງໃສ່ເມື່ອທ່ານຊູຊີໃຫ້ເຮົາກິນເຂົ້າ ໃຫ້ໃສ່ເຄື່ອງໜາໆໃນຍາວໜາວ ໃຫ້ໃສ່ໝວກກັນນ໋ອກຍາມຊິອອກໄນອກ ໃຫ້ກັບເຮືອນໄວໆ ໃຫ້ມ້ຽນຫ້ອງນອນ ແລະອື່ນໆ ເພາະບໍ່ມີໃຜຈະມາຫຍຸ້ງກັບຊີວິດເຮົາດອກ ຖ້າເຂົາບໍ່ໄດ້ຮັກເຮົາ ພໍ່ແມ່ບໍ່ມີທາງຊູຊີີຄົນອື່ນທີ່ບໍ່ແມ່ນລູກແມ່ນຫຼານຂອງເພິ່ນແນ່ນອນ

  1. ຢ່າໂທດພໍ່ແມ່ວ່າ ມັກຈົ່ມມັກດ່າ

ທີ່ພໍ່ແມ່ເພິ່ນຈົ່ມເພິ່ນວ່າກໍຍ້ອນເຮົາເຮັດບໍ່ດີ ແລະທີ່ເພິ່ນຈົ່ມວ່າກໍບໍ່ແມ່ນຍ້ອນເພື່ອຕົວເພິ່ນເອງ ແຕ່ເພື່ອເຮົາ ບໍ່ມີພໍ່ແມ່ຄົນໃດທີ່ບໍ່ຮັກລູກຂອງຕົວເອງ ບໍ່ມີພໍ່ແມ່ຄົນໃດບໍ່ຢາກໃຫ້ລູກຕົວເອງມີຄວາມຈະເລີນກ້າວໜ້າກວ່າຕົນເອງ ເມື່ອພໍ່ແມ່ຈົ່ມຢ່າຄິດວ່າເພິ່ນດ່າ ຄິດວ່າເປັນຄໍາສັ່ງສອນດີໆ ທີ່ອອກມາຈາກຄວາມຫວັງດີຂອງຜູ້ເປັນພໍ່ແມ່ທີ່ຢາກໃຫ້ລູກເຕີບໃຫຍ່ ແລະມີອານາຄົດທີ່ດີກວ່າເຂົາເຈົ້ານັ້ນເອງ

  1. ຢ່າໂທດພໍ່ແມ່ວ່າ ຊັກຊ້າ

ຍາມພໍ່ແມ່ເຖົ້າແກ່ແລ້ວ ເວລາເພິ່ນເຮັດຫຍັງແລ້ວຊັກຊ້າຢ່າໄປກ່າວວ່າໃຫ້ເພິ່ນ ຫາກຍັງບໍ່ເຄີຍເປັນພໍ່ແມ່ຄົນ ເຮົາບໍ່ມີທາງຮູ້ໄດ້ເລີຍວ່າຄົນເປັນພໍ່ແມ່ຕ້ອງໃຊ້ຄວາມພະຍາຍາມອົດທົນສໍ່າໃດກ່ອນຈະສອນໃຫ້ເຮົາຍ່າງ ສອນໃຫ້ເຮົາກິນ ສອນໃຫ້ເຮົາອາບນໍ້າ ແລະອື່ນໆ ຍາມທີ່ພວກເພິ່ນຍັງແຂງແຮງ ເພິ່ນກໍທຸ່ມກໍາລັງແຮງກາຍເພື່ອລ້ຽງດູເຮົາ ມາບາດນີ້ຮ່າງກາຍຈຶ່ງຊຸດໂຊມຍ້ອນຕ້ອງອົດຫຼັບອົດນອນຍາມລູກໄຫ້ກາງຄືນ ຕ້ອງເຮັດວຽກຢ່າງໜັກເພື່ອໃຫ້ໄດ້ເງິນມາລ້ຽງລູກ… ຫາກມື້ໜຶ່ງເພິ່ນແກ່ຊະລາລົງ ກໍາລັງວັງຊາເຊື່ອມຖອຍຈົ່ງຈື່ໄວ້ວ່າ ເຫັນພໍ່ແມ່ໃນມື້ນີ້ ໃຫ້ຄິດໃສ່ຕົວເອງໃນມື້ໜ້າ ເລື່ອງກະຕັນຍູຕ້ອງລົງມືເຮັດ

  1. ຢ່າໂທດພໍ່ແມ່ ຍາມເພິ່ນປ່ວຍໄຂ້

ບໍ່ວ່າພໍ່ແມ່ຈະມີວຽກ ເດິກດື່ນຄໍ່າຄືນພຽງໃດ ຝົນຈະຕົກແດດຈະອອກ ເມື່ອຮູ້ວ່າເຮົາເຈັບໄຂ້ເພິ່ນຈະບໍ່ສົນຫຍັງເລີຍ ເພິ່ນຈະເຮັດທຸກຢ່າງເພື່ອມາຫາເຮົາໃນທັນທີ ໃນຍາມທີ່ເພິ່ນເຈັບໄຂ້ໄດ້ປ່ວຍ ເຮົາກໍຄວນເຮັດຄືກັບທີ່ເພິ່ນເຮັດໃຫ້ເຮົາ ຫຼືອາດຈະໃຫ້ດີກວ່າ ຢ່າປ່ອຍໃຫ້ເພິ່ນຕ້ອງຖ້າເຮົາໄປຫາຂ້າມມື້ຂ້າມຄືນຈຶ່ງໄປຫາເພິ່ນ ໄປຮອດແລ້ວຍັງເວົ້າແຕ່ແນວບໍ່ດີໃສ່ເພິ່ນ ຖ້າເປັນແບບນີ້ເຈົ້າຄືລູກທີ່ ອັກກະຕັນຍູທີ່ສຸດ.

ພໍ່ແມ່ຄືຄົນທີ່ຄອຍຖ້າເຮົາສະເໝີ ບໍ່ວ່າເຮົາຈະທຸກ ຫຼືສຸກ ພວກເພິ່ນຄືຄົນທີ່ຈະບໍ່ໜີເຮົາໄປໃສເວັ້ນແຕ່ວ່າ ຄວາມຕາຍຈະພາກເພິ່ນໄປຈາກຮົາເທົ່ານັ້ນ ຢ່າຖ້າມື້ນີ້ມື້ອື່ນ ຈຶ່ງເຮັດດີກັບພໍ່ແມ່ ຢ່າຖ້າຈົນຮອດມື້ືີທີ່ເພິ່ນຈາກເຮົາໄປໂດຍບໍ່ມີວັນຄືນແລ້ວຄ່ອຍສໍານຶກ ຫາກສິ່ງໃດທີ່ຄິດວ່າຜິດພາດໄປ ໃຫ້ກັບໄປຂໍໂທດເພິ່ນ ຂໍຂະມາອະໂຫສິກໍານໍາເພິ່ນ ໃຊ້ເວລາທີ່ເຫຼືອຢູ່ເຮັດໃຫ້ເພິ່ນພູມໃຈທີ່ສຸດ ກ່ອນທີ່ຈະບໍ່ມີໂອກາດໄດ້ເຮັດແລ້ວ…

ຂໍຂອບໃຈເລື່ອງດີໆຈາກ: Winnewsonline

ແບ່ງປັນ