Breaking News

ເຈນີນາ ວົງສາລີ ເຈົ້າຂອງລວງສູງ 177 cm ສາວນ້ອຍທີ່ກຳລັງຖືກຊາວເນັດເຊຍໃຫ້ລົງປະກວດເວທີນາງງາມ

ແບ່ງປັນ

ວ້າວວວ!!! ສະດຸດຫູສະດຸດຕາສຸດໆໄປເລີຍກັບ ເຈນີນາ ວົງສາລີ  ທີ່ກຳລັງເປັນປະເດັນຮ໋ອດໂຊຊ່ຽວ ຖືກຊາວເນັດເຊຍໃຫ້ລົງປະກວດໃນເວທີນາງງາມເພື່ອໄປປະກວດໃນເວທີອິນເຕີ ເພາະຂາເຊຍຊາວເນັດຕ່າງກໍເວົ້າເປັນສຽງດຽວກັນວ່າສາວນ້ອຍຄົນນີ້ມີຄວາມງາມ ລຸກອິນເຕີ ຄວາມສູງໄດ້ ແຖມສະປິກພາສາອັງກິດລ່ຽນໄຫຼປານນໍ້າ…

ຊະນີIndy ເລີຍບໍ່ຢູ່ລ້າ ໄດ້ໄປຊອກເອົາຂໍ້ມູນຂອງຂອງສາວນ້ອຍຄົນນີ້ມາຝາກແຟນໆ ສຳລັບ ເຈນີນາ ວົງສາລີ ອາຍຸ 15 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ ກຳລັງຮຽນຢູ່ຊັ້ນ ມ.5 ແລະ ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ 9 ທີ່ຖ່າຍທຳຢູ່ປະເທດລາວເຮົາອີກດ້ວຍໄດ້, ຜົນງານຫຼ້າສຸດຖ່າຍແບບໃຫ້ວາລະສານ ທາເກັດ ເຊິ່ງເປັນວາລະສານທາງດ້ານທຸລະກິດອັນດັບ 1 ຂອງປະເທດລາວ.

ໄດ້ຮູ້ຈັກ ນ້ອງ ເຈນີນາ ວົງສາລີ ໄປກັນແດ່ແລ້ວ… ເປັນແນວໃດແດ່ພໍຈະມີຄຸນນະສົມບັດລົງປະກວດນາງງາມໃນເວທີລະດັບອິນເຕີແດ່ບໍ່? ແຕ່ເຖິງຢ່າງໃດກໍຕາມນະເວລານີ້ ເຈນີນາ ອາຍຸຫາກໍ່ 15 ປີເທົ່ານັ້ນ ຍັງມີເວລາທີ່ຈະກຽມຄວາມພ້ອມໃນການລົງປະກວດພໍສົມຄວນ ຢ່າງໃດກໍເອົາໃຈຊ່ວຍກໍແລ້ວກັນເນາະ ສ່ວນວ່າຈະປະກວດ ຫຼື ບໍ່ປະກວດນັ້ນກໍຂໍໃຫ້ຂຶ້ນນຳການຕັດສິນໃຈຂອງນ້ອງກໍແລ້ວກັນ!!!

ທີ່ມາ: target magazine , Janina Vsl

ຮຽບຮຽງ: ຊະນີIndy

ແບ່ງປັນ