Breaking News

Meow – Charming Auditor “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ”

ແບ່ງປັນ

Profile: ນາງ ພຸດທະພອນ ສີສຸລາດ (ໝິວ), ອາຍຸ: 26 ປີ, ສາຖານະພາບ: ໂສດ, ອາຊີບ: ຜູ້ກວດສອບບັນຊີ, ບໍລິສັດ: Asia Pacific Accounting And Audit Services Sole Ltd.

Meow – Charming Auditor “ໃຝ່ຝັນຢາກເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ກາຍເປັນ ນັກກວດສອບບັນຊີ”

 “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ”

“Passion” ທີ່ໝາຍເຖິງຄວາມມັກຮັກ ແລະຫຼົງໃຫຼໃນສິ່ງໃດສິ່ງໜຶ່ງທີ່ຕົນເອງໄດ້ເຮັດນັ້ນ ເປັນສິ່ງທີ່ສາວໆທຸກຄົນປາຖະໜາຊອກຫາໃຫ້ພົບ ເພາະມັນນຳມາເຊິ່ງແຮງບັນດານໃຈ ຄວາມສຸກໃຈ ແລະຍັງນຳພາເຮົາໃຫ້ເຂົ້າໄປໃກ້ກັບຄວາມສຳເລັດໃນວຽກງານໄດ້ງ່າຍດາຍຂຶ້ນ ແຕ່ໃນຄວາມເປັນຈິງ ບໍ່ແມ່ນທຸກໆຄົນຈະຄົ້ນພົບ Passion ໄດ້ພາຍໃນເວລາອັນສັ້ນ ໃນບາງຄັ້ງ Passion ກໍຍັງປ່ຽນແປງໄປເລື້ອຍໆອີງຕາມປັດໄຈພາຍໃນ ແລະພາຍນອກຂອງແຕ່ລະບຸກຄົນ ສຳລັບບາງຄົນເມື່ອຄົ້ນພົບ Passion ແລ້ວ ພັດຍັງມີີເງື່ອນໄຂຊີວິດອີກສາລະພັດເປັນຕົວກຳນົດ ໃຫ້ຕ້ອງວາງສິ່ງນັ້ນໄວ້ ແລ້ວປະຕິບັດພັນທະໜ້າທີ່ອື່ນໆກ່ອນ ຊ້ຳຮ້າຍ Passion ຂອງບາງຄົນພັດບໍ່ຕອບໂຈດຊີວິດ ຫຼືຄວາມຢູ່ດີກິນດີຂອງຕົນເອງອີກ ໂອ້ຍ ຊັບຊ້ອນແທ້ເດ້!! ດັ່ງເຊັ່ນບຸກຄົນພິເສດ ທີ່ຂວັນໃຈພາມາແນະນຳໃຫ້ສາວໆໄດ້ຮູ້ຈັກໃນຄັ້ງນີ້ ມີຊື່ວ່າ ໝິວ ສຸພາພອນ ສີສຸລາດ ສາວໜ້າຫວານ ທີ່ມີ Passion ໃຝ່ຝັນຢາກເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ກາຍເປັນ ນັກກວດສອບບັນຊີ (Auditor) ໃນກິດຈະການຂອງຄອບຄົວ (ບໍລິສັດ Asia Pacific Accounting And Audit Services Sole Ltd.) ທີ່ນາງຍອມຮັບກັບຂວັນໃຈວ່າ ເປັນວຽກທີ່ບໍ່ມັກ ແລະບໍ່ມີຄວາມສຸກເລີຍວ່າຊັ້ນເດະ ອ້າວ ແລ້ວນາງຈັດການກັບຊີວິດແນວໃດລະບາດນີ້? ໄປຕິດຕາມພ້ອມໆກັນເລີຍເນາະ

ຮຽນເກັ່ງ ບໍ່ໄດ້ຮັບປະກັນວ່າຈະຫາເງິນໄດ້ຫຼາຍ

ສາວໝິວ ເຕີບໃຫຍ່ຂຶ້ນມາກັບຄວາມໃຝ່ຝັນຢາກເປັນສາວທະນາຄານ ແຕ່ເມື່ອຮຽນຈົບຊັ້ນມັດທະຍົມປາຍ ແລະຕ້ອງເລືອກສາຍວິຊາຊີບ ນາງກໍຄ້າຍໆກັບໄວໜຸ່ມອີກຫຼາຍໆຄົນໃນບ້ານເຮົາ ທີ່ຍອມພັບເກັບຄວາມໃຝ່ຝັນເອົາໄວ້ ແລ້ວເລືອກຮຽນຕາມກະແສສັງຄົມ ເລືອກຮຽນໃນສິ່ງທີ່ຄົນສ່ວນຫຼາຍວ່າດີ ໜ້າຈະຊອກວຽກໄດ້ງ່າຍ ກໍຄືສາຂາບໍລິຫານທຸລະກິດ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນສາຂາທີ່ ສາວໝິວ ຍອມຮັບຕົງໆເລີຍວ່າ ບໍ່ໄດ້ມີຄວາມສຸກກັບມັນເລີຍ ອີ່ຫຼີໃດ ແຕ່ການຮຽນໃນສິ່ງທີ່ເຮົາບໍ່ມັກ ກໍບໍ່ແມ່ນວ່າເຮົາຈະບໍ່ໄດ້ຄວາມຮູ້ຫຍັງຈາກສິ່ງນັ້ນເລີຍ ເພາະໝິວເຊື່ອວ່າ ການຮຽນບໍ່ແມ່ນວ່າເຮົາຈະຢາກໄດ້ແຕ່ຄະແນນດີໆ ຫຼືຕ້ອງຮຽນເກັ່ງຢ່າງດຽວ ຈຶ່ງຮັບປະກັນວ່າຈະໄດ້ເຮັດວຽກທີ່ດີ ມີລາຍຮັບສູງໆ ແຕ່ເຮົາຍັງຕ້ອງຮຽນຮູ້ທັກສະທາງສັງຄົມອື່ນໆໄປພ້ອມໆກັນເຊັ່ນ: ການເປັນຜູ້ນຳ, ການເຮັດວຽກເປັນທີມ, ການວາງແຜນ, ການສື່ສານທີ່ດີ, ການສ້າງຄວາມປະທັບໃຈ ແລະອື່ນໆ ເຊິ່ງທັກສະເຫຼົ່ານີ້ຕ່າງຫາກທີ່ຈະຊຸກຍູ້ເຮົາ ໃຫ້ເຂົ້າເຖິງໂອກາດທາງວຽກງານທີ່ດີໄດ້ໃນອະນາຄົດ ນອກເໜືອກຈາກວິຊາສະເພາະຂອງແຕ່ລະບຸກຄົນ

ຜູ້ຍິງມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ??

       ເຫັນວ່າສາວໝິວ ທັງງາມ ທັງເຊັກຊີ່ (sexy) ແຕ່ງຕົວໝັ້ນໃຈແບບນີ້ ຮູ້ບໍ່ວ່າຕອນຍັງນ້ອຍ ນາງເປັນເດັກຫຼັງຫ້ອງມາຕະຫຼອດ ບໍ່ມີໃຜຮູ້ຈັກ ບໍ່ມີໃຜຈື່ຊ້ຳ ເພາະບໍ່ຄ່ອຍໝັ້ນໃຈ ບໍ່ມັກປາກມັກເວົ້າ ມີໝູ່ໜ້ອຍ ອີກຢ່າງໃນໂຮງຮຽນກໍມີແຕ່ຄົນເດັ່ນໆ ຄົນງາມໆຫຼາຍ ສາວໝິວ ກໍເລີຍໄດ້ຢູ່ອັນດັບທ້າຍໆຕະຫຼອດ ຈົນມາຮຽນລະດັບມະຫາວິທະຍາໄລ ນາງໄດ້ເປີດຫູເປີດຕາກວ້າງຂວາງຂຶ້ນ ໄດ້ເຫັນຄົນຫຼາຍໆແບບ ຈຶ່ງເລີ່ມຢາກແຕ່ງຕົວ, ແຕ່ງໜ້າໃຫ້ທັນສະໄໝ ແຕ່ຄົນສ່ວນຫຼາຍພັດຄິດວ່າ “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ” ແຕ່ຄວາມຈິງສຳລັບ ໝິວ ບໍ່ແມ່ນແບບນັ້ນ ເພາະການແຕ່ງຕົວໃຫ້ໂດດເດັ່ນ ຊ່ວຍເສີມຄວາມໝັ້ນໃຈໃຫ້ນາງ ກ້າເວົ້າກ້າວ່າ ກ້າຖາມອາຈານ ກ້າສະແດງຕົວຕົນ ກ້າຂຶ້ນໄປເວົ້າໜ້າກະດານ ກ້າເຮັດທຸກຢ່າງດ້ວຍຄວາມໝັ້ນໃຈ ຜົນງານການຮຽນ ແລະວຽກງານກໍອອກມາດີ ສະນັ້ນ ການກ້າແຕ່ງຕົວຂອງໝິວ ນອກຈາກຊ່ວຍເພີ່ມຄວາມໝັ້ນໃຈໃຫ້ກັບນາງແລ້ວ ຍັງຊ່ວຍຊຸກຍູ້ການພັດທະນາຄວາມສາມາດ ໃນດ້ານອື່ນໆນຳອີກ ໄດ້ຍິນບໍ່ ສາວໆຂວັນໃຈທັງຫຼາຍ ຮີບຟ້າວລຸກຂຶ້ນມາພັດທະນາການແຕ່ງຕົວກັນດີກວ່າເນາະ

“Passion” ອາດບໍ່ໄດ້ຕອບໂຈດຊີວິດສະເໝີໄປ

ເມື່ອຮຽນຈົບສາຂາບໍລິຫານທຸລະກິດທີ່ “ບໍ່ມັກເລີຍ” ໄດ້ແລ້ວ ສາວໝິວ ກໍຕັ້ງໃຈວ່າ ເຖິງເວລາເຮັດຕາມຄວາມໃຝ່ຝັນແລ້ວ ນາງຈຶ່ງຮີບໄປສະໝັກເປັນສາວທະນາຄານ ທັ້ງໆທີ່ເອື້ອຍ ແລະອ້າຍເຂີຍຢາກໃຫ້ນາງມາຊ່ວຍທຸລະກິດຄອບຄົວ ກໍຄື ບໍລິສັດກວດສອບບັນຊີນັ້ນເອງ ແຕ່ຕອນນັ້ນ ສາວໝິວ ກຳລັງໄຟແຮງ ຮູ້ແຕ່ວ່າຂໍເຮັດສິ່ງທີ່ມັກກ່ອນ ເມື່ອເວລາຜ່ານໄປນາງພັດພົບວ່າ ການເປັນສາວທະນາຄານ ກໍຄືກັບຊີວິດມະນຸດເງິນເດືອນທົ່ວໆໄປທີ່ “ຂາຍເວລາ” ຕ້ອງຕື່ນແຕ່ເຊົ້າອອກໄປເຮັດວຽກ ແລງໆຄ່ຳໆມາຈຶ່ງຮອດເຮືອນດ້ວຍຄວາມອ່ອນເພຍ ກິນເຂົ້າອາບນ້ຳແລ້ວເຂົ້ານອນ ບາງເທື່ອວັນເສົາ-ອາທິດ ກໍຍັງບໍ່ໄດ້ພັກຜ່ອນ ເພາະກິດຈະກຳຢູ່ທະນາຄານກໍຕ້ອງມີໜ້າ ຕອນນັ້ນ ໝິວ ຍອມຮັບວ່າ ບໍ່ໄດ້ເຫັນການຈະເລີນເຕີບໂຕຂອງຫຼານຄົນທຳອິດ ບໍ່ມີເວລາໃຫ້ຄອບຄົວເລີຍ ຮູ້ສຶກຕົວອີກເທື່ອໜຶ່ງຫຼານກໍໃຫຍ່ແລ້ວ ແລະແລ້ວຈຸດປ່ຽນທີ່ເຮັດໃຫ້ ໝິວ ຕັດສິນໃຈລາອອກຈາກວຽກທະນາຄານ ກໍມາຮອດ ເມື່ອນາງບໍ່ສະບາຍ ໝິວພົບວ່າ ຕົນເອງບໍ່ມີເງິນທ້ອນເປັນກ້ອນເລີຍ ທັ້ງທີ່ເຮັດວຽກມາ 3 ປີ ບໍ່ມີເງິນທ້ອນຮອດ 5.000 ໂດລາ ແລະຍັງຕ້ອງເປັນພາລະໃຫ້ເອື້ອຍອ້າຍຄືເກົ່າ ທັ້ງໆທີ່ກິນຢູ່ນຳເອື້ອຍອ້າຍໝົດ ແຕ່ເງິນເດືອນກໍບໍ່ເຫຼືອ ເປັນແບບນີ້ຕໍ່ໄປບໍ່ໄດ້ແລ້ວ!!

ປ່ຽນເປົ້າໝາຍໃນການເຮັດວຽກຫາເງິນ

ເມື່ອເກີດບັນຫາເລື່ອງການເງິນ ເຮັດໃຫ້ໝິວ ຄິດຮອດຄຳເວົ້າຂອງອ້າຍເຂີຍທີ່ວ່າ: “ການເຮັດວຽກກິນເງິນເດືອນບໍ່ມີມື້ຮັ່ງມີໄດ້ ແລະຍັງບໍ່ມີເວລາຢູ່ນຳຄອບຄົວ” ສະໄໝສິບປີກ່ອນ ອ້າຍເຂີຍເຮັດວຽກຢູ່ບໍລິສັດກວດສອບບັນຊີແຫ່ງໜຶ່ງ ໄດ້ເງິນເດືອນ 2.500 ໂດລາ ເຊິ່ງຖືວ່າສູງຫຼາຍ ແຕ່ເພິ່ນກໍລາອອກຍ້ອນຢາກມີເວລາໃຫ້ກັບຄອບຄົວ ແລະຢາກສ້າງທຸລະກິດຂອງຕົນເອງ ໝິວເອງກໍຢາກມີເງິນທ້ອນເປັນກ້ອນ ຢາກມີເວລາ ຢາກມີຄວາມສຸກ ແຕ່ເຮົາກໍຕ້ອງທຳຄວາມເຂົ້າໃຈກ່ອນວ່າ ລາຍຮັບມີຢູ່ 2 ແບບກໍຄື: 1. ລາຍຮັບທາງກົງ (Active Income) ທີ່ຕ້ອງເອົາເຫື່ອແຮງ ແລະເວລາໄປແລກມາ ໝາຍຄວາມວ່າ ຖ້າເຈົ້າເຮັດວຽກ ເຂົາຈຶ່ງຈ່າຍເງິນໃຫ້ ຖ້າເຈົ້າຢຸດ ຫຼືບໍ່ສະບາຍ ລາຍຮັບກໍຈະຢຸດໄປນຳ ແຕ່ຄົນສ່ວນຫຼາຍມັກເລືອກແບບນີ້ ເພາະຄິດວ່າໝັ້ນຄົງ ແລະ 2. ລາຍຮັບທາງອ້ອມ (Passive Income) ກໍຄືການເອົາເງິນໄປສ້າງທຸລະກິດ ຫຼືຊື້ຊັບສິນຄົງທີ່ ແລ້ວໃຫ້ຊັບສິນນັ້ນສ້າງລາຍຮັບແທນເຮົາ ເຊັ່ນ: ຮ້ານຂາຍເຄື່ອງ, ບໍລິສັດ, ເຮືອນໃຫ້ເຊົ່າ ແລະອື່ນໆ ເຊິ່ງເຮົາຈະມີເວລາໃຫ້ຄອບຄົວ ເຖິງບໍ່ເຮັດວຽກ ກໍຍັງມີລາຍຮັບຢູ່ ເວົ້າງ່າຍໆຄືເປັນນາຍຕົວເອງ ທ້າຍທີ່ສຸດ ຫຼຼັງຈາກພະຍາຍາມບຸກບືນສ້າງລາຍຮັບທາງກົງ ໃນແບບທຳອິດມາແລ້ວ ໝິວ ກໍຕ້ອງຍອມຮັບວ່າ ລາຍຮັບທາງອ້ອມ ຫຼືການຫາເງິນເພື່ອສ້າງຊັບສິນ ເປັນສິ່ງທີ່ຕອບໂຈດຊີວິດຫຼາຍກວ່າ

“ທາງເລືອກ” ຕ້ອງເໝາະສົມສໍາລັບທຸກຄົນ

ດັ່ງທີ່ບອກໄປແລ້ວ ວ່າເອື້ອຍແລະອ້າຍເຂີຍຂອງ ສາວໝິວ ເຮັດບໍລິສັດກວດສອບບັນຊີ ແລະຢາກໃຫ້ໝິວຊ່ວຍແບ່ງເບົາພາລະມາຕະຫຼອດ ແຕ່ບັງເອີນວ່າ ວຽກນີ້ເປັນວຽກທີ່ໝິວ ບໍ່ມັກເລີຍ ເພາະຮູ້ສຶກວ່ານັກກວດສອບບັນຊີ ແມ່ນມີໜ້າທີ່ໄປຈັບຜິດຜູ້ອື່ນ ແລະສະໄໝທີ່ນາງເຮັດວຽກຢູ່ທະນາຄານ ກໍໍຮູ້ສຶກເຈັບເສັ້ນທຸກຄັ້ງທີ່ພະນັກງານກວດສອບມາ ແຕ່ມື້ໜຶ່ງນາງຕ້ອງເປັນນັກກວດສອບເອງຫວາ? ແຕ່ເມື່ອອອກວຽກມາແລ້ວ ບໍ່ເຮັດກໍບໍ່ໄດ້ ເພາະເຫັນເອື້ອຍແລະອ້າຍເຂີຍ ເມື່ອຍຫຼາຍກັບການພະຍາຍາມສ້າງທຸລະກິດຂອງຄອບຄົວ ໝິວເອງກໍເປັນໜຶ່ງໃນສະມາຊິກ ທີ່ມີພັນທະຕ້ອງຊ່ວຍເຫຼືອຢູ່ແລ້ວ ແລະວຽກນີ້ ອ້າຍເຂີຍກໍຈ່າຍໃຫ້ໝິວເປັນເປີເຊັນ ອີງຕາມວຽກຕົວຈິງ ເຊິ່ງຫຼາຍກວ່າເງິນເດືອນທີີ່ເຄີຍໄດ້ ແລະຍັງມີເວລາໃຫ້ຄອບຄົວ ສະຫຼຸບ ໝິວກໍຕ້ອງເຮັດວຽກນີ້ ເພາະເປັນທາງເລືອກທີ່ເໝາະສົມສຳລັບທຸກຄົນ ແຖມຍັງສາມາດທ້ອນເງິນໄວ້ລົງທຶນໃນອະນາຄົດໄດ້ນຳອີກ

ນັກກວດສອບບັນຊີ ໃນແບບຂອງໝິວ

ເມື່ອໄດ້ສວມບົດບາດ ນັກກວດສອບບັນຊີຕົວຈິງ ໝິວ ຈຶ່ງຮູ້ວ່າທີ່ຜ່ານມານາງເຂົ້າໃຈຜິດໆກ່ຽວກັບອາຊີບນີ້ຫຼາຍຢ່າງ ເພາະຄວາມຈິງແລ້ວ ນັກກວດສອບ ແມ່ນໄປຊ່ວຍຊອກຫາຂໍ້ຜິດພາດທາງການເງິນຂອງໂຄງການ ອົງການ ຫຼືສະຖາບັນການເງິນໃດໜຶ່ງ ແລ້ວຊ່ວຍແນະນຳວິທີແກ້ໄຂໃຫ້ເຂົາເຈົ້າ ບໍ່ແມ່ນການໄປຈັບຜິດ ສະນັ້ນ ນັກກວດສອບ ຈຶ່ງຈຳເປັນຕ້ອງເຂົ້າໃຈລາຍລະອຽດກ່ຽວກັບບັນຊີ ຕົວເລກເປັນຢ່າງດີ ຮູ້ຈັກສັງເກດ ມີທັກສະໃນການສອບຖາມ ໂອ້ລົມ ແລະວິເຄາະສະຖານະການ ເພື່ອໃຫ້ເຫັນຂໍ້ຜິດພາດທີ່ຫຼາຍຄົນອາດເບິ່ງຂ້າມ ແຖມວຽກນີ້ກໍບໍ່ຈຳເປັນຕ້ອງຕຶງຄຽດສະເໝີໄປ ໝິວສາມາດໃຊ້ບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ ສ້າງບັນຍາກາດທີ່ມ່ວນຊື່ນໃນການເຮັດວຽກ ເພາະໝິວເຂົ້າໃຈຄວາມຮູ້ສຶກຂອງຜູ້ທີ່ຖືກກວດສອບດີ

ເຮົາສ້າງ “ຄວາມສຸກ” ໃຫ້ຕົນເອງໄດ້ສະເໝີ

ຫຼາຍໆຄັ້ງສິ່ງທີ່ເຮົາເຮັດໄດ້ດີ ອາດບໍ່ແມ່ນສິ່ງທີ່ເຮົາມັກສະເໝີໄປ ໝິວກໍເຊັ່ນກັນ ການເປັນນັກກວດສອບບັນຊີ ຈຶ່ງເຮັດໃຫ້ນາງຮູ້ສຶກທໍ້ຖອຍຕະຫຼອດ ແຕ່ນາງກໍຊອກທາງອອກໃຫ້ຕົນເອງ ດ້ວຍການເຮັດອີກສິ່ງທີ່ມັກ ແລະມີຄວາມສຸກໄປພ້ອມໆກັນ ເພາະສາວມັກແຕ່ງຕົວແບບໝິວ ຂາດນ້ຳຫອມ ແລະກະເປົາງາມໆບໍ່ໄດ້ຢູ່ແລ້ວ ນາງຈຶ່ງເລີ່ມເຮັດທຸລະກິດອອນລາຍ ປະມູນກະເປົາ ແລະນ້ຳຫອມ Brand names ຂອງແທ້ ໂດຍໃຊ້ເວລາຫວ່າງຈາກການເຮັດວຽກຫຼັກ ແຖມຍັງມ່ວນ ທັງໄດ້ເງິນໄປພ້ອມໆກັນ ສະຫຼຸບຄືເວລາຂອງໝິວ ຢາກວ່າເປັນເງິນເປັນຄຳຕະຫຼອດເລີຍເນາະ

ບໍ່ໄດ້ຖິ້ມ “Passion” ແຕ່ຂໍໃຫ້ພ້ອມກວ່ານີ້ກ່ອນ

ໝິວຢືນຢັນວ່າ ບໍ່ໄດ້ຖິ້ມ Passion ຫຼືຄວາມໃຝ່ຝັນຂອງນາງເດີ້ ຍັງຢາກເຮັດວຽກກ່ຽວຂ້ອງກັບການທະນາຄານຄືເກົ່າ ແຕ່ຕອນນີ້ ເປົ້າໝາຍຂອງໝິວມັນໃຫຍ່ຂຶ້ນ ຈາກຢາກເປັນສາວທະນາຄານ ປ່ຽນໄປເປັນ “ເຈົ້າຂອງສະຖາບັນການເງິນ” ແລ້ວ ສະນັ້ນ ເພື່ອໃຫ້ເປົ້າໝາຍເປັນຈິງ ໝິວຈຶ່ງຍອມເຮັດວຽກທີ່ບໍ່ຄ່ອຍມັກ ເພື່ອທ້ອນໂຮມທຶນຮອນ ແຖມຍັງໄດ້ຮຽນຮູ້ ເອົາປະສົບການ ໂດຍສະເພາະເມື່ອນາງໄດ້ກວດສອບ ສະຖາບັນການເງິນຫຼາຍໆບ່ອນ ຊ່ວຍໃຫ້ໝິວເຂົ້າໃຈຄວາມສ່ຽງ ໃນການປ່ອຍເງິນກູ້ ການເລືອກລູກຄ້າ ການປະເມີນຫຼັກຊັບຄ້ຳປະກັນ ແລະປັດໄຈອື່ນໆ ເຊິ່ງຖ້າບໍ່ແມ່ນນັກກວດສອບ ກໍບໍ່ອາດເຂົ້າເຖິງຂໍ້ມູນໃນລະດັບນີ້ຂອງສະຖາບັນການເງິນໄດ້ .. ໂອ້ ແຜນການນາງບໍ່ທຳມະດາອີ່ຫຼີ ຂວັນໃຈຂໍຕົບມືໃຫ້ ແລະຂໍໃຫ້ໝິວປະສົບຄວາມສຳເລັດສົມດັ່ງໃຈຫວັງເດີ້!!

ຝາກທ້າຍ:

ໝິວ ຢາກຝາກເຖິງຄົນທີ່ບໍ່ໄດ້ເຮັດໃນສິ່ງທີ່ຕົນເອງມັກເຕັມທີ່ ບາງຄົນອາດຕ້ອງເຮັດໃນສິ່ງທີ່ພໍ່ແມ່ຫາໃຫ້ ຄອບຄົວຫາໃຫ້ ໝິວຢາກບອກວ່າມັນເປັນສິ່ງທີ່ດີໃດ໋ ຖ້າເຈົ້າຕັ້ງໃຈເຮັດ ເພາະຢ່າງນ້ອຍກໍມີຄົນພູມໃຈແລ້ວ ແຕ່ຖ້າຖາມວ່າເຈົ້າບໍ່ເຮັດໄດ້ບໍ່ ກະໄດ້! ແຕ່ຢ່າລືມວ່າ ເຮົາມີຄອບຄົວ ມີຄົນຮັກ ສະນັ້ນ ເຮົາຕ້ອງໃສ່ໃຈຄວາມຮູ້ສຶກຂອງຄົນອື່ນນໍາ ຊີວິດບໍ່ຈຳເປັນຕ້ອງເລືອກທາງໃດທາງໜຶ່ງ ພຽງທາງດຽວ ເຮົາສາມາດຊອກຫາສິ່ງທີ່ມີຄວາມສຸກ ແລ້ວເຮັດໄປພ້ອມກັບພັນທະໜ້າທີ່ໃນຄອບຄົວໄດ້ ແລະມັນຈະເປັນສິ່ງທີ່ດີຫຼາຍ ຫາກເຮົາຊອກຫາຈຸດສົມດຸນນັ້ນໄດ້

FB: Meow Sisourath

ແບ່ງປັນ