Breaking News

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ

ແບ່ງປັນ

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ

ພຽງຄິດບວກ ຊີວິດກໍປ່ຽນ ຄິດບວກຕີ່ລະ ຊີວິດຈະໄດ້ດີຂຶ້ນ

ສາບາຍດີວັນຂອງການເລີ່ມຕົ້ນເດືອນແຫ່ງຄວາມຮັກເດີ່ສາວໆ ຂວັນໃຈ ທັງຫຼາຍ ນີ້ກໍເປັນເດືອນທີ 2 ຂອງປີ 2018 ກັນແລ້ວ ເວລາມັນຊ່າງໄວອີ່ຫຍັງປານນີ້ເນາະ! ສາວໆເວລາຜ່ານໄປໃນແຕ່ລະນາທີ ແຕ່ລະຊົ່ວໂມງ ກາຍເປັນມື້ ເປັນເດືອນ ເປັນປີ ເວລາມັນບໍ່ເຄີຍລໍຖ້າເຮົາເລີຍ! ແລ້ວສາວໆເດຫັນກັບມາຊີວິດຕົວເອງແລ້ວບໍວ່າ ມັນເປັນແນວໃດພໍໃຈກັບສິ່ງທີ່ເປັນຢູ່ ຫຼືຍັງ ມີຄວາມສຸກກັບຊີວິດຕົວເອງໄດ້ພຽງໃດແລ້ວ ຖ້າຍັງລອງເປີດໃຈວ່າຄວາມຈິງແລ້ວຕົວເອງເປັນຄົນແນວໃດ? ມີຫຍັງທີ່ຕ້ອງປ່ຽນແປງ? ບັນຫາຫຍັງທີ່ເຮັດໃຫ້ເຮົາບໍ່ປະສົບຄວາມສໍາເລັດຕາມທີ່ຕົວເອງຕັ້ງໃຈໄວ້ ຖ້າເຈົ້າຈະປະສົບຄວາມສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນປີໜ້າ ລອງມາປ່ຽນແປງຕົວເອງຕາມວິທີທີ່ເຮົາຈະເອົາມາຕ້ອນກັນໃນມື້ນີ້ເບິ່ງ… ເພິ່ນວ່າ ພຽງປ່ຽນຄວາມຄິດ ຊີວິດຈະມີແຕ່ບວກ ບວກ ບວກ!!! ເລີ່ມສໍາລວດຕົວເອງກັນເລີຍສາວໆ…

  1. ຄິດ (ຫຼາຍ) ໃຫ້ໜ້ອຍລົງ ຍິ້ມໃຫ້ຫຼາຍຂຶ້ນ

ເປັນທໍາມະດາທີ່ມື້ໆໜຶ່ງເຮົາຕ້ອງພົບບັນຫາຫຼາກຫຼາຍຕັ້ງແຕ່ຕື່ນນອນ ແນ່ນອນວ່າປັດໃຈເຫຼົ່ານີ້ມັນເຮັດໃຫ້ເຈົ້າເກີດຄວາມຮູ້ສຶກທີ່ຫຼາກຫຼາຍໃນແຕ່ລະມື້ ການທີ່ເຮົາຄິດຫຼາຍເກີນໄປກັບເລື່ອງທີ່ຍັງບໍ່ເກີດຂຶ້ນ ຈຶ່ງເຮັດໃຫ້ເຮົາເກີດຄວາມກັງວົນເພາະສະໝອງຍຶດຕິດຢູ່ກັບຄວາມຮູ້ສຶກທີ່ວ່າ ຢ້ານວ່າຈະ… ທັ້ງໆທີ່ຄວາມຈິງມັນອາດຈະບໍ່ເກີດຂຶ້ນກໍໄດ້ ດັ່ງນັ້ນ ເຮົາຕ້ອງປ່ຽນຄວາມຄິດຕົວເອງ ປ່ອຍໃຫ້ເວລາ ແລະສະຖານະການເປັນຕົວບອກ ເຈົ້າພຽງກຽມຕົວຮັບໃຫ້ດີທີ່ສຸດເທົ່ານັ້ນ  ການຍິ້ມ ຈຶ່ງເປັນຕົວຊ່ວຍທີ່ເຮັດໃຫ້ເຈົ້າເອງຜ່ອນຄາຍຂຶ້ນ ຢຸດໂຟກັສສິ່ງທີ່ເຈົ້າກັງວົນ ເຈົ້າອາດຈະເປີດເພງເບົາໆລະຫວ່າງເຮັດວຽກ ຫຼືເດີນທາງໄປສູດອາກາດ ຍິ້ມໃຫ້ກັບສິ່ງຮອບຕົວບໍ່ແມ່ນບ້າເດີ່ ວິທີນີ້ໄດ້ຜົນອີ່ີຫຼີ ເພາະຜົນການວິໄຈສ່ວນໃຫຍ່ເຜີຍວ່າ ຄວາມຕຶງຄຽດເປັນອາລົມຕິດຕໍ່ຈາກຄົນໜຶ່ງເຖິງຄົນໜຶ່ງໄດ້ ຖ້າບໍ່ຢາກເປັນບຸກຄົນທີ່ບໍ່ໜ້າຄົບ ກໍຈົ່ງເບິ່ງໂລກໃນແງ່ດີແລ້ວ ຍິ້ມ ເຖິງແມ່ນວ່າບັນຫາຈະໜັກໜາພຽງໃດແຕ່ຈັກມື້ ເວລາຈະເຮັດໜ້າທີ່ໃຫ້ເລື່ອງຮ້າຍໆຜ່ານໄປເອງ

  1. ທຸກຄົນກໍຜິດພາດກັນໄດ້ ລຸກຂຶ້ນ… ຢ່າມົວແຕ່ໂທດຕົວເອງ

ເມື່ອເກີດເຫດທີ່ບໍ່ຄາດຄິດເກີດຂຶ້ນ ບໍ່ວ່າຈະເປັນການກະທໍາຈາກຕົວເຈົ້າເອງ ຫຼືຄົນອື່ນ ເຮັດໃຫ້ເກີດຄວາມຜິດພາດເຊິ່ງສົ່ງຜົນຕໍ່ໃຈເຈົ້າ ແນ່ນອນ ຄວາມຜິດຫວັງ ເຈົ້າອາດຈະໂທດຕົວເອງ ໂທດໂຊກຊະຕາ ຫຼືໂທດຄົນອື່ນ ການຕອກຍໍ້າຄວາມຜິດພາດບໍ່ໄດ້ຊ່ວຍໃຫ້ສະຖານະການດີຂຶ້ນ ມີແຕ່ຈະນໍາພາເຈົ້າໄປສູ່ຄວາມທຸກ ແລະໄຮ້ຫົນທາງແກ້ໄຂ ອັນດັບທໍາອິດທີ່ເຈົ້າຕ້ອງມີ ສະຕິ ຢູ່ກັບປັດຈຸບັນ ບາງຄົນອາດຈະຖຽງໃນໃຈວ່າ ຈະເຮັດໄດ້ແນວໃດລະ ຫຼື ບໍ່ພົບກັບຕົວເອງບໍ່ຮູ້ດອກ ຄວາມຄິດແບບນີ້ຈະເຮັດໃຫ້ເຈົ້າກ້າວຜ່ານບັນຫານີ້ໄປບໍ່ໄດ້ຈັກເທື່ອ ທຸກຄົນເຄີຍຜ່ານຄວາມຜິດພາດ ຜິດຫວັງກັນມາທັງນັ້ນ ສຸດທ້າຍຄົນທີ່ຈະພາເຈົ້າໃຫ້ຜ່ານເລື່ອງຮ້າຍໆນັ້ນໄປໄດ້ກໍມີແຕ່ຕົວເຈົ້າເອງເທົ່ານັ້ນ ເຈົ້າຢາກໃຫ້ເລື່ອງນີ້ບັ່ນທອນຊີວິດເຈົ້າດົນປານໃດ? ລຸກຂຶ້ນມາຊອກຫາສິ່ງດີໆໃນຕົວເຈົ້າ ເບິ່ງບັນຫາໃຫ້ຮອບດ້ານເຊັ່ນ ເກີດຈາກຫຍັງ ຍ້ອນຫຍັງ ເກີດຈາກຕົວເອງບໍ່ ຫຼືເກີດຈາກສິ່ງທີ່ເຮົາບໍ່ສາມາດກໍານົດໄດ້ ໃຫ້ເວລາກັບຕົວເອງຈັກໜ້ອຍ ຄ່ອຍໆແກ້ໄຂຢ່າຕັດສິນດ້ວຍອາລົມ ບັນຫາຈະຍິ່ງຫຼາຍຂຶ້ນ ທຸກຄົນເຮັດຜິດພາດໄດ້ໝົດ ໃຫ້ໂອກາດຕົວເອງດ້ວຍການຍົກຄວາມຜິດພາດນີ້ໃຫ້ເປັນບົດຮຽນ ແລ້ວເລີ່ມໃໝ່ໃຫ້ດີກວ່າເກົ່າ

  1. ເບິ່ງທຸກຢ່າງດ້ວຍຄວາມເຂົ້າໃຈ ອາດຈະຍາກແຕ່ບໍ່ແມ່ນວ່າເຮັດບໍ່ໄດ້

ບັນຫາບາງຢ່າງທີ່ເຮົາບໍ່ເຄີຍເຂົ້າໃຈເລີຍວ່າເປັນຫຍັງຈຶ່ງເປັນແບບນີ້ ລອງຖາມຕົວເອງເບິ່ງແລ້ວບໍວ່າ ເຈົ້າຄິດໃນແງ່ຂອງເຈົ້າຝ່າຍດຽວ ຫຼືບໍ່ ເຈົ້າເປີດໃຈແລ້ວ ຫຼືຍັງ ຄິດເຖິງໃຈເຂົາໃຈເຮົາ ຖ້າເປັນເຮົາຈະເຮັດແບບນີ້ບໍ່ ຖ້າຄໍາຕອບຄື ບໍ່ ເຈົ້າມີທາງອອກທີ່ດີກວ່ານີ້ແນ່ນອນ ແມ່ນຢູ່ວ່າເຈົ້າເຮັດໄດ້ດີກວ່າ ແຕ່ຄົນທີ່ຕົກຢູ່ໃນສະຖານະການນັ້ນຕ້ອງພົບກັບຄວາມກົດດັນ ບັນຫາຕ່າງໆທີ່ເຮັດໃຫ້ເຂົາຕ້ອງເຮັດແບບນັ້ນ ດັ່ງນັ້ນ ເຈົ້າຄວນເຂົ້າໃຈກັບສິ່ງຕ່າງໆທີ່ເກີດຂຶ້ນ ຢ່າຍຶດຕິດກັບຄວາມຄິດຂອງຕົວເອງ ເລື່ອງບາງເລື່ອງອາດຈະຂັດຫູຂັດຕາ ຂັດໃຈເຈົ້າແດ່ ແຕ່ທຸກຢ່າງລ້ວນມີເຫດ ແລະຜົນຂອງມັນ ເຈົ້າອາດຈະບໍ່ພົບຄໍາຕອບເລີຍກໍໄດ້ ປ່ອຍວາງຈ່າ ເຮົາບໍ່ຈໍາເປັນຕ້ອງຮູ້ທຸກເລື່ອງ ເລື່ອງບາງເລື່ອງຕ້ອງໃຫ້ເວລາເປັນຄໍາຕອບ ຖ້າທ້າຍທີ່ສຸດແລ້ວເຈົ້າບໍ່ເຂົ້າໃຈແທ້ໆກໍປ່ອຍເລີຍ ໃຫ້ມັນຜ່ານໄປດີກວ່າໄປໝົກໝຸ້ນຢູ່ກັບບັນຫາ… ກ້າວເດີນຕໍ່ໄປຍັງມີເລື່ອງລາວອີກຫຼາກຫຼາຍໃຫ້ເຈົ້າພົບ

  1. ຄິດຕ່າງບໍໄດ້ແປວ່າແບ່ງແຍກ ເຈົ້າອາດຈະຢູ່ຜິດບ່ອນເທົ່ານັ້ນເອງ

ມະນຸດເປັນສັດສັງຄົມ ຈື່ປະໂຫຍກນີ້ໄວ້ໃຫ້ດີ ຈາກກຸ່ມຄົນເກີດເປັນສັງຄົມ ແຕ່ລະຄົນມີຄວາມຄິດເປັນຂອງຕົວເອງ ຍິ່ງຫຼາຍຄົນກໍຍິ່ງມີຄວາມຄິດທີ່ຕ່າງກັນໄປຕາມພື້ນຖານຂອງແຕ່ລະບຸກຄົນ ແນ່ນອນວ່າບັນຫາທີ່ຕາມມາຄື ຄວາມຄິດຕ່າງ ຈຶ່ງເຮັດໃຫ້ເກີດບັນຫາ ຖ້າເຈົ້າເປັນສຽງໃນຄົນສ່ວນຫຼາຍກໍຈະບໍ່ຮູ້ສຶກຫຍັງ ແຕ່ຖ້າສຽງເຈົ້່າເປັນໜຶ່ງໃນສຽງຂອງຄົນກຸ່ມນ້ອຍ ຫຼືຢູ່ຄົນດຽວ ຄວາມບໍ່ໝັ້ນໃຈ ຄວາມກົດດັນ ແລະປັບຕົວບໍ່ຖືກ ຄວາມກັງວົນ ແລະຄໍາຖາມເກີດຂຶ້ນຫຼວງຫຼາຍຄື ເຮົາບໍ່ຄືເຂົາຫວາ ເຮົາຜິດທີ່ຄິດແບບນີ້ ແລ້ວຈະເຮັດແນວໃດລະ ແມ່ນ… ແລ້ວເຮົາຈະເຮັດແນວໃດຕໍ່ໄປ ສິ່ງທີ່ອິດທີ່ເຈົ້າຕ້ອງຄໍານຶງເຖິງເລີຍຄື ຕົວເອງ ເຈົ້າຄວນຖອຍອອກມາຈາກຈຸດໆນັ້ນ ລອງຄິດເບິ່ງວ່າເຈົ້າເຂົ້າໄປເອງ ຫຼືມີຄວາມຈໍາເປັນຫຍັງຈຶ່ງຕ້ອງໄປຢືນຢູ່ຫັ່ນ ຖ້າເຈົ້າເຂົ້າໄປເອງ ແນະນໍາໃຫ້ຖອຍອອກມາຢ່າລໍຊ້າ ຫຼືຖ້າເຂົ້າໄປຍ້ອນຄວາມຕໍາເປັນຄື ຕ້ອງເຮັດວຽກຮ່ວມກັບຄົນບາງກຸ່ມ ເຈົ້າຕ້ອງພະຍາຍາມທໍາຄວາມເຂົ້າໃຈ ແລະເຮັດທຸກຢ່າງບົນພື້ນຖານຂອງຄວາມຖືກຕ້ອງ ແຕ່ຖ້າເຈົ້າພະຍາຍາມແລ້ວມັນຍັງບໍ່ດີຂຶ້ນ ກໍໃຫ້ຖອຍອອກມາເພາະມັນຈະເຮັດໃຫ້ຊີວິດເຈົ້າບໍ່ດີແບບນີ້ໄປຕະຫຼອດ ບໍ່ຈໍາເປັນຕ້ອງພຽງເພາະຢ້ານວ່າອານາຄົດຈະຕົກຕໍ່າກວ່ານີ້ ຊີວິດຄືການຮຽນຮູ້ຖ້າບໍ່ລອງປ່ຽນແລ້ວຈະຮູ້ໄດ້ແນວໃດວ່າສິ່ງໃດເໝາະກັບເຈົ້າ

  1. ເຊື່ອໝັ້ນໃນຕົວເອງ ເຈົ້າເອງກໍມີຂໍ້ດີ

ບັນຫາສ່ວນໃຫຍ່ທີ່ເຮັດໃຫ້ເຮົາບໍ່ປະສົບຄວາມສໍາເລັດຈັກເທື່ອ ເພາະຂາດຄວາມເຊື່ອໝັ້ນໃນຕົວເອງ ບໍ່ມີຄວາມສາມາດພໍ ຂ້ອຍບໍ່ເກັ່ງຫຍັງເລີຍ ເຮັດໃຫ້ບໍ່ກ້າຕັ້ງເປົ້າໝາຍ ບໍ່ກ້າປ່ຽນແປງ ແລ້ວເຈົ້າເປັນແບບນີ້ບໍ່ລ່ະ? ສ່ວນໃຫຍ່ຄົງຕອບວ່າ ແມ່ນ ແລ້ວຈະເຮັດແນວໃດຈ່ຶ່ງຈະສ້າງຄວາມໝັ້ນໃຈໃຫ້ກັບຕົວເອງ ເລີ່ມຈາກບຸກຄະລິກ ຍ່າງ-ນັ່ງໃຫ້ຫຼັງຊື່ຈະເບິ່ງສະຫງ່າ ນ່າເຊື່ອຖື ເປັນການສ້າງບຸກຂະລິກກະພາບໃຫ້ເຈົ້າມີສະເໜຫຼາຍຂຶ້ນ ມີຄວາມຮູ້ໃໝ່ໆ ເກີດຄວາມໝັ້ນໃຈວ່າ ເຮົາເຮັດໄດ້ ແລ້ວຈະເລີ່ມເຫັນຂໍ້ດີ ຂໍ້ເສຍຂອງການປ່ຽນແປງນີ້ ຄ່ອຍໆກ້າວໄປເທື່ອລະໜ້ອຍ ເບິ່ງໂລກໃນແງ່ດີໃຫ້ກໍາລັງໃຈຕົວເອງ ໃຫ້ໂອກາດຕົວເອງ ບໍ່ມີໃຜເຮັດຫຍັງສໍາເລັດພາຍໃນເວລາສັ້ນໆ ເຝຶກໄປເລື້ອຍໆເຊື່ອວ່າ ຄົນອື່ນເຮັດໄດ້ເຮົາກໍຕ້ອງເຮັດໄດ້

  1. Love Yourself!… ຈຸດເລີ່ມຕົ້ນຂອງສິ່ງດີໆ

ການຮັກຕົວເອງເຮັດໃຫ້ເຮົາມີຄຸນຄ່າໃນຕົວເອງຫຼາຍຂຶ້ນ ຄົນເຮົາມັກຈະຖ້າໃຫ້ໃຜຈັກຄົນມາເອົາໃຈໃສ່ເບິ່ງແຍງ ໃຫ້ຄວາມຮັກ ຫຼືເຫັນຄຸນຄ່າໃນຕົວເຮົາເປັນຫຍັງເຮົາຈຶ່ງຕ້ອງຖ້າ ໃນເມື່ອເຮົາຮັກຄົນອື່ນໄດ້ ເຮັດເພື່ອຄົນອື່ນໄດ້ ແລ້ວເປັນຫຍັງບໍ່ເລີ່ມທີ່ຕົວເຮົາເອງກ່ອນ ແມ່ນບໍ່? ເຮົາມັກຈະລຶມຄິດເຖິງຄວາມຮູ້ສຶກຕົວເອງ ຄິດແຕ່ວ່າເຮົາເຮັດໃຫ້ອີກຝ່າຍແລ້ວຈະໄດ້ແບບນັ້ນກັບມາຄືກັນ ນັ້ນແຫຼະຄືເລຶກໆແລ້ວທີ່ເຮົາເຮັດແບບນັ້ນກັບເຂົາກໍຍ້ອຍຢາກໄດ້ສິ່ງນັນກັບມາເທົ່ານັ້ນ ເຊິ່ງຄວາມຈິງແລ້ວມັນບໍໄດ້ເປັນແບບນັ້ນສະເໝີໄປ ເພາະເຮົາຮັກບໍ່ເປັນນີ້ແຫຼະ ຈຶ່ງເຮັດໃຫ້ເຮົາຕ້ອງຜິດຫວັງຊໍ້າໄປຊໍ້າມາ ສະນັ້ນ ເຮົາຈົ່ງເລີ່ມຈາກຕົວເຮົາເອງກ່ອນ ຖ້າຢາກໃຫ້ຫຍັງກັບໃຜຕ້ອງໃຫ້ດ້ວຍຄວາມຢາກໃຫ້ບໍ່ຕ້ອງຫວັງຈະໄດ້ສິ່ງນັ້ນກັບມາ ຫຼືຖ້າເຮົາຢາກໄດ້ແບບນັ້ນເຮົາກໍຫາໃຫ້ຕົວເອງກະໝົດເລື່ອງ ເຮັດແບບນີ້ໄດ້ຄວາມຜິດຫວັງຈະໜ້ອຍລົງ ແຖມມີເຫດຜົນໃຫ້ກັບບັນຫາຫຼາຍຂຶ້ນ ໃຊ້ໃຈ ຮັກຕົວເອງ ແລະໃຊ້ເຫດຜົນທີ່ຈະຮັກໃຜຈັກຄົນ

  1. ຢ່າ!! ຕັ້ງເປົ້າໝາຍສູງເກີນໄປ

ການທີ່ເຮົາມີເປົ້າໝາຍໃນຊີວິດນັນເປັນສິ່ງທີ່ດີ ແລະຄວນຈະມີໄວ້ ເພື່ອຈະເປັນຕົວກໍານົດແນວທາງໃນການໃຊ້ຊີວິດ ແຕ່ການທີ່ຕັ້ງເປົ້າໝາຍສູງເກີນໄປ ກໍຈະເຮັດໃຫ້ເຮົາປະສົບຄວາມລົ້ມເຫຼວໄດ້ງ່າຍ ເຊິ່ງມັນເປັນການບັ່ນທອນໃຫ້ທໍ້ໃຈກັນໄປ ຊອກຄໍາຕອບໃຫ້ກັບຕົວເອງວ່າຊີວິດເຮົາຕ້ອງການຫຍັງ ໃນຈຸດນີ້ ແລະອີກຫຼາຍ 10 ປີທາງໜ້າ ຄວາມສໍາເລັດນັ້ນຕ້ອງເຮັດມັນໄປເທື່ອລະຂັ້ນ ເລີ່ມນັບ 1 ແລ້ວຄ່ອຍເພີ່ມມັນໄປເລື້ອຍໆ ຄົງບໍ່ມີໃຜສາມາດກະໂດດຂ້າມບັນໃດຈາກຂັ້ນທີ 1 ໄປເຖິງ 10 ໄດ້ເລີຍ ໃຫ້ເວລາກັບຕົວເອງບໍ່ກົດດັນເກີນໄປຢ່າລືມວ່າ ການໃຊ້ຊີວິດຢ່າງມີຄວາມສຸກເປັນປັດໃຈສ່ວນໜຶ່ງທີ່ເຮັດໃຫ້ປະສົບຄວາມສໍາເລັດ

  1. Family Forever ຄອບຄົວຄືພະລັງທີ່ສໍາຄັນ

ເຈົ້າຮູ້ບໍ່ວ່າ Family ມີຄວາມໝາຍໃນຕົວມັນແນວໃດມາເບິ່ງເລີຍ F = Father (ພໍ່) A = and (ແລະ) M = Mother (ແມ່) I = me (ຂ້ອຍ) L = love (ຮັກ) Y = you (ເຈົ້າ) ຄົງບໍ່ຕ້ອງຂະຫຍາຍຄວາມຫຍັງຫຼາຍ ຄອບຄົວນີ້ແຫຼະເປັນກໍາລັງໃຈຫຼັກທີ່ສໍາຄັນທີ່ສຸດເວລາມີບັນຫາ ຫາທາງອອກບໍ່ໄດ້ ບໍ່ມີໃຜຮັບຟັງ ຫຼືເຂົ້າໃຈເລີຍ ສຸດທ້າຍກໍກັບມາລະບາຍໃຫ້ຄອບຄົວຟັງ ເຊືຶ່ອວ່າເຈົ້າຈະຮູ້ສຶກດີຂຶ້ນເຖິງບັນຫາຈະຍັງບໍ່ໄດ້ແກ້ໄຂ ຫຼືປ່ຽນແປງຫຍັງ ແຕ່ຄົນທີ່ພ້ອມຈະຮັບຟັງ ໃຫ້ກໍາລັງໃຈ ແລະປອບໃຈເຈົ້າດ້ວຍຄວາມຈິງໃຈ ບາງຄັ້ງເຮົາກໍຄວນເຊົາໃຫ້ຄວາມສໍາຄັນກັບຄົນອື່ນຫຼາຍກວ່າຄອບຄົວໄດ້ແລ້ວ ເພາະບໍ່ມີໃຜເປັນຫ່ວງເຈົ້າ ຖ້າເຈົ້າ ຮັກເຈົ້າດ້ວຍຄວາມບໍລິສຸດ ແລະບໍ່ມີເງື່ນໄຂຄືກັບຄອບຄົວອີກແລ້ວ

  1. ຊອກປະສົບການໃໝ່ໆ ອອກໄປເບິ່ງໂລກແນ່!!

ພັກຈາກໜ້າຈໍມືຖືແນ່ ເພາະຜົນການວິໄຈພົບວ່າ ຄົນທີ່ຕິດ Social ຈະມີຄວາມສຸກໜ້ອຍລົງ ເນື່ອງຈາກມັນຈະນໍາຊີວິດຂອງຄົນອື່ນມາປຽບທຽບກັບຕົນເອງ ແລະມີເວລາເຮັດກິດຈະກໍາໃນໂລກໜ້ອຍລົງ ເກັບມືຖືໄວ້ຊວນໝູ່ອອກໄປທ່ຽວກັນດີກວ່າ! ຈະຈັດທຼິບໄປທ່ຽວໃຫ້ເຕັມທີ່ເພື່ອຫາປະສົບການໃໝ່ໆ ສະຖານທີ່ໃໝ່ໆ ຊອກແຮງບັນດານໃຈໃຫ້ຕົນເອງ ແຕ່ຖ້າບໍ່ມີເວລາລອງເບິ່ງໜັງກະດີຄືກັນ ແຕ່ຢ່າເລືອກໜັງທີ່ດຣາມ່າ ຫົດຫູ່ ເສົ້າເຫຼືອເກີນເດີ່ ຫຼືຄົນທີ່ມັກມິດໆນັ່ງຊິວໆຄົນໜ້ອຍໆ ກໍລອງໄປນັ່ງຄາເຟ່ເກ໋ໆຊອກໜັງສືຈັກເຫຼັ້ມ ປ່ຽນກິດຈະວັດປະຈໍາວັນມາຄົ້ນພົບຄວາມສຸກທີ່ມີຄວາມສຸກທີ່ຫຼາຍກວ່າເກົ່າ.

ແບ່ງປັນ