Breaking News

ເຈ້ຍ ປາຊິຟິກ ໂພສຊີ້ແຈງແລ້ວ…ຫຼັງມີກະແສດຣ່າມ່າວ່າສ້າງກະແສ!!!

ແບ່ງປັນ

ເປັນຂ່າວດີຂອງວົງການບັນເທີງລາວເຮົາເມື່ອ ເຈ້ຍ ປາຊິຟິກ ຜູ້ກຳກັບຊື່ດັງ ໄດ້ອອກມາໂພສຮູບພາບເອັກໂກ້ເຊິ່ງແນ່ນອນແລ້ວວ່າ ອ້າຍ ເຈ້ຍ ຂອງເຮົາກຳລັງຈະມີທາຍາດໂຕນ້ອຍໆມາເປັນລູກໄມ້ຫຼົ່ນບໍ່ໄກຕົ້ນປະດັບວົງການບັນເທີງເຮົາອີກຄົນ ຈົນເຮັດໃຫ້ມີບັນດາອ້າຍນ້ອງຮ່ວມວົງການ ແລະ ເຫຼົ່າແຟນຄລັບໃຫ້ກຳລັງໃຈ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ… ເຖິງແນວໃດກໍຕາມກໍຍັງມີດຣ່າມ່າເກີດຂຶ້ນຈົນສະໜັ່ນໂລກໂຊຊ່ຽວຫາວ່າ ອ້າຍ ເຈ້ຍ ຂອງເຮົາຕ້ອງການສ້າງກະແສ? ເພາະກ່ອນໜ້ານີ້ເຈົ້າໂຕຫາແຕ່ປະກາດເລີກລາກັນແຟນສາວໄປໃນຊ່ວງເດືອນ ພະຈິກ 2017 ທີ່ຜ່ານມາ ເຮັດໃຫ້ມີຫາງສຽງກັນຕ່າງໆນາໆ ຫຼ້າສຸດ ອ້າຍ ເຈ້ຍ ເພິ່ນກໍໄດ້ອອກມາໂພສຮູບພາບທີ່ຖ່າຍຄູ່ກັບ ເອື້ອຍ ໄຊທີ່ກຳລັງຖືພາ  ແລະ ຂຽນຄຳອະທິບາຍ ພ້ອມທັງຊີ້ແຈງໄປໃນເວລາດຽວກັນເລີຍວ່າ:

“ຂ້ອຍມາຮອດຈຸດທີ່ຂ້ອຍຕ້ອງໄດ້ປ່ຽນ ຈາກແຕ່ກ່ອນຄົນທີ່ຂ້ອຍຮັກ ຫລື ພໍ່ແມ່ ຜູ້ໃຫ້ກຳເນີດ ບອກໃຫ້ປ່ຽນ ຂ້ອຍກໍ່ບໍ່ເຄີຍປ່ຽນ ເພາະຂ້ອຍຄິດວ່າ ສິ່ງທີ່ຂ້ອຍເຮັດຂ້ອຍມີຄວາມສຸກດີ ແຕ່ມາຮອດຕອນນີ້ ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ ເພື່ອໃຜບາງຄົນທີ່ຂ້ອຍບໍ່ເຄີຍເຫັນຫນ້າ ເຫັນແຕ່ແຜ່ນເອັກໂກ້ ລາວກະເຮັດໃຫ້ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ,ຈາກທີ່ແຕ່ກ່ອນ ຂ້ອຍກັບໄຊ ເຮົາແຍກທາງກັນ ກະຍ້ອນຂ້ອຍເອງທີ່ບໍ່ຍອມປ່ຽນ ຂ້ອຍເປັນຄົນໂລກສ່ວນໂຕສູງ ຢາກໄປໃສກະໄປ ເຮັດຫຍັງກະເຮັດ ກິນບໍຕົງໂມງ ນອນບໍ່ຕົງເວລາ ຖ້າເຮັດວຽກ ກະເຮັດຫລາຍຈົນບໍ່ມີເວລາໃຫ້ໂຕເອງ ແລະ ຄົນອ້ອມຂ້າງ ພໍລາວບອກໃຫ້ຂ້ອຍປ່ຽນ ຂ້ອຍກະບໍ່ຍອມປ່ຽນ ແລະ ຖ້າຈະໃຫ້ລາວປ່ຽນໂຕເອງມາຮັບໃນສິ່ງທີ່ຂ້ອຍເປັນມັນກະຍາກ ເຮົາເລີຍຕັດສິນໃຈແຍກທາງກັນ ແຕ່ພໍລາວສົ່ງມາບອກວ່າໄຊມີລູກ ນໍ້າຕາຂ້ອຍກະໄຫລອອກມາເປັນສາຍ ເກີດມາບໍເຄີຍຮູ້ສືກດີແບບນີ້ມາກ່ອນ ຂ້ອຍໄປຂໍໂທດໄຊ ໃນທຸກສິ່ງທີ່ຜ່ານມາທີ່ຂ້ອຍ ຄິດເຫັນແຕ່ໂຕເອງ ບໍມີເວລາໃຫ້ຄອບຄົວ ບ້າແຕ່ວຽກ ໃຈແຕ່ກັບຫມູ່ຄູ່

ຂອບໃຈ ໄຊ ທີ່ໃຫ້ໂອກາດໃຫ້ຂ້ອຍໄດ້ດູແລ ໄຊ ແລະ ລູກ
ຂໍສັນຍາວ່າຈະເຮັດໃຫ້ດີທີ່ສຸດ ແລະ ພ້ອມທີ່ຈະປ່ຽນແປງໂຕເອງ ເພື່ອເຈົ້າຂອງຮູບ ເອັກໂກ້ ຄົນນັ້ນ

[ ຂອບໃຈ ຄອບຄົວ ແລະ ຫມູ່ຄູ່ທຸກຄົນທີ່ໃຫ້ກໍາລັງໃຈ ເວລາທີ່ຂ້ອຍບໍ່ມີໃຜ ຮັບຟັງເວລາທີ່ໂດດດ່ຽວສິ້ນຫວັງ ແລະ ຂອບໃຈຫລາຍໆຄົນທີ່ເປັນກໍາລັງໃຈໃຫ້ ]

ໂພດນີ້ແມ່ນໂພດໃຫ້ ຄອບຄົວຂ້ອຍ ແລະ ໃຫ້ຫມູ່ຄູ່ຂ້ອຍຮັບຮູ້ເດີ້
ເພາະຂ້ອຍບໍມີເວລາໂທໄປບອກແຕ່ລະຄົນ ເພາະຂ້ອຍຕ້ອງເອົາເວລາມາດູແລ ແມ່ຂອງລູກຂ້ອຍ ແລະ ບໍໄດ້ໂພດເພື່ອມາອະທິບາຍໃຫ້ຄົນທີ່ ຂ້ອຍບໍຮູ້ຈັກ ທີ່ຢູ່ໃນໂລກອອນລາຍເຂົ້າໃຈ

ປລ: ສໍາລັບຄົນທີ່ ໃຈທີ່ມີແນວຄິດຄັບແຄບ ໃຈບໍປົກກະຕິ
ຂ້ອຍບໍ່ເຄີຍຄິດທີ່ສິຢາກດັງຍ້ອນ ສ້າງກະແສ ລົບໆ ເລີກກັນກັບເມຍດອກ ຖ້າຂ້ອຍຢາກ ດັງແຮງ ປານນັ້ນ ຂ້ອຍຖ່າຍຮູບໂຕເອງ ແລ້ວຈ່າຍເງີນໃຫ້ເຟດບຸກ ຈັກ 300$ ກະມີຄົນມາກົດໄລ້ ຫມື່ນກວ່າໄລ້ແລ້ວ ຈໍາເປັນຫຍັງຕ້ອງສ້າງເລື່ອງເລີກກັນກັບເມຍ ເພື່ອຢາກ ດັງ ແລ້ວຕ້ອງໃຫ້ຄອບຄົວໂຕເອງ ເປັນຂີ້ປາກພວກບໍ່ປົກກະຕິ. ຢູ່ບ້ານເຮົາມັນຍັງບໍຮອດຈຸດນັ້ນດອກ”

ອ້າຍ ເຈ້ຍ ເພິ່ນອອກມາບອກປານນັ້ນແລ້ວ ຖືວ່າເຂົ້າໃຈຕົງກັນເນາະ ຕໍ່ໄປນີ້ຂໍ No ດຣ່າມ່າເດີ້, ຢ່າງໃດ ຂວັນໃຈ ແລະ ແຟນໆກໍຂໍເປັນກຳລັງໃຈ ແລະ ຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຫຼາຍໆ… ພວກເຮົາລໍຖ້າຮັບຂວັນຫຼານຢູ່ເດີ້.

ຂໍຂອບໃຈທີ່ມາ: Phoumsana Sirivongsa

ແບ່ງປັນ