Breaking News

ພຽງມື້ລະ 8 ຈອກ! ລວມວິທີ ດື່ມນໍ້າ ໃຫ້ເປັນນິໄສ ເຮັດເທົ່ານີ້ກໍເປັນສາວ Healthy ແລ້ວ!!!

ແບ່ງປັນ

ການດື່ມນໍ້າທີ່ໜ້ອຍເກີນໄປ ຫຼາຍເກີນໄປ ຫຼືບໍ່ເໝາະສົມກັບເວລາ ອາດຈະສົ່ງຜົນສ່ຽງກັບຮ່າງກາຍໄດ້…

ສາວໆ ຮູ້ບໍ່ວ່າ 4 ໃນ 5 ສ່ວນຂອງຮ່າງກາຍຄົນເຮົານັ້ນປະກອບໄປດ້ວຍນໍ້າ ນໍ້າຄືສິ່ງທີ່ຮ່າງກາຍຂາດບໍ່ໄດ້ ເນື່ອງຈາກລະບົບໂລຫິດຂອງຮ່າງກາຍຕ້ອງຂັບເຄື່ອນດ້ວຍນໍ້າ ເພື່ອໃຫ້ອະໄວຍະວະຕ່າວໆເຮັດວຽກໄດ້ຢ່າງເປັນປົກກະຕິ ແລະການດື່ມນໍ້າໃຫ້ຖືກວິທີຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບທີ່ດີຫຼາຍຍິ່ງຂຶ້ນ ສະນັ້ນ ສາວໆລອງມາປະຕິບັດຕາມຄໍາແນະນໍາດັ່ງຕໍ່ໄປນີ້ເບິ່ງ…

  1. ບໍ່ດື່ມນໍ້າຫຼາຍເທື່ອດຽວ

ແຕ່ໃຫ້ດື່ມນໍ້າໜ້ອຍໆ ແຕ່ດື່ມຕະຫຼອດແທນຈະດີກວ່າການດື່ມນໍ້າໃນຄັ້ງດຽວຫຼາຍເກີນໄປຈົນເຮັດໃຫ້ຈຸກ ແລະສົ່ງຜົນເຮັດໃຫ້ເລືອດຈາງ ທີ່ເອີ້ນກັນວ່າອາການ ນໍ້າເປັນຜິດ

  1. ບໍ່ດື່ມມນໍ້າເຢັນແຮງ

ຍັງຄົງເປັນທີ່ຖົກຖຽງກັນຢູ່ວ່າ ການດື່ມນໍ້າເຢັນເປັນໂທດກັບຮ່າງກາຍຫຼາຍປານໃດ ຕາມຫຼັກການແພດບໍ່ພົບວ່າເປັນໂທດກັບຮ່າງກາຍ ແຕ່ທາງແພດແຜນຈີນຕະຄ້ອນຂ້າງບໍ່ນິຍົມໃຫ້ດຶ່ມນໍ້າເຢັນໆ ແຕ່ການດື່ມນໍ້າເຢັນແຮງຄືພວກ ໃສ່ນໍ້າແຂງນັ້ນ ເປັນຜົນເສຍກັບຮາກແຂ້ວ ແລະເຮັດໃຫ້ທ້ອງອືດ ການຍ່ອຍອາຫານເປັນໄປໄດ້ຍາກກວ່າດື່ມນໍ້າອຸນຫະພູມປົກກະຕິ

  1. ດື່ມນໍ້າຫຼັງຕື່ນນອນສໍາຄັນທີ່ສຸດ

ແນະນໍາໃຫ້ດື່ມນໍ້າອຸ່ນຫຼັງຈາກຕື່ນນອນຈັກ 1 ຈອກ ເນື່ອງຈາກຕອນນອນເປັນໄລຍະທີ່ຂາດນໍ້າເປັນເວລາດົນເລືອດຈະຂຸ້ນ ການດື່ມນໍ້າອຸ່ນຫຼາຍຈະຊ່ວຍໃຫ້ລະບົບການໄຫຼວຽນໂລຫິກດີຂຶ້ນ ບໍ່ເຮັດໃຫ້ເຈັບຫົວ ແລະສົ່ງຜົນດີກັບການຂັບຖ່າຍເຊິ່ງຄວນເຮັດໃຫ້ຕິດເປັນນິໄສ

  1. ບໍ່ດື່ມນໍ້າຫຼາຍກ່ອນ ແລະຫຼັງກິນອາຫານ

ລະຫວ່າງກິນອາຫານບໍ່ຄວນດື່ມນໍ້າຫຼາຍເພາະຈະເຮັດໃຫ້ໄປລົບກວນລະບົບການຍ່ອຍອາຫານ ຄວນດື່ມກ່ອນອາຫານ 15 ນາທີ ແລະຫຼັງອາຫານ 45 ນາທີ ລວມເຖິງໄລຍະຮັບປະທານອາຫານນໍາ ເພາະຈະສົ່ງຜົນຕໍ່ການເຈືອຈາງຂອງນໍ້າຍ່ອຍ ເຮັດໃຫ້ລະບົບຍ່ອຍອາຫານເປັນໄປໄດ້ບໍ່ດີເທົ່າທີ່ຄວນ

  1. ລະວັງເຄື່ອງດື່ມບາງຊະນິດ

ການດື່ມກາເຟ ເຄື່ອງດື່ມແອລກໍຮໍຈະຂັບນໍ້າອອກຈາກຮ່າງກາຍ ເຮັດໃຫ້ສູນເສຍນໍ້າໄດ້ຫຼາຍກວ່າປົກກະຕິ ຫາກຈໍາເປັນຕ້ອງດື່ມນໍ້າເພີ່ມເປັນການຊົດເຊີຍນໍ້າທີ່ເສຍໄປນໍາເດີ່

  1. ລະວັງອາຫານບາງຊະນິດ

ການຮັບປະທານອາຫານທີ່ລົດຈັດ ແລະມີແປ້ງນົວຫຼາຍ ລວມເຖິງສານໃຫ້ຄວາມຫວານແທນນໍ້າຕານ ຈະເຮັດໃຫ້ລີ້ນຮູ້ສຶກຢາກນໍ້າຫຼາຍ ອາດຈະສົ່ງຜົນໃຫ້ດື່ມນໍ້າຫຼາຍໃນຄັ້ງດຽວ ຈົນເຮັດໃຫ້ເກີດອາການ ນໍ້າເປັນຜິດໄດ້

  1. ດື່ມນໍ້າທຸກຄັ້ງທີ່ຄໍແຫ້ງ

ການຫິວນໍ້າຄືການທີ່ຮ່າງກາຍສົ່ງສັນຍານເຕືອນວ່າລັງຂາດນໍ້າ ຢ່າປ່ອຍໃຫ້ຮ່າງກາຍຂາດນໍ້າຫຼາຍເກີນໄປ ເພາະອາດຈະສົ່ງຜົນເສຍກັບຮ່າງກາຍຫຼາຍສ່ວນໄດ້ ຢ່າງໜ້ອຍກໍປ້ອງກັນປາກເໝັນ ປາກແຫ້ງແຕກ ແລ້ວບໍ່ເຮັດໃຫ້ເປັນຮ້ອນໃນອີກນໍາຈ່າ

  1. ດື່ມນໍ້າບໍ່ໃຫ້ຫຼຸດ 8-10 ຈອກ ຕໍ່ມື້

ການດື່ມນໍ້າໄດ້ໜ້ອຍ ເຮັດໃຫ້ເລືອດໄຫຼວຽນບໍ່ສະດວກ ສົ່ງຜົນໃຫ້ເກີດເລືອດຂຸ້ນ ແລະລີ່ມເລືອດ ເປັນສາເຫດຂອງພະຍາດຕ່າງໆ ເຮັດໃຫ້ຮ່າງກາຍຂັບຂອງເສຍໄດ້ຍາກ ຜິວພັນແຫ້ງບໍ່ສົດໄສ

  1. ເສຍເຫື່ອຫຼາຍຍິ່ງຕ້ອງດື່ມນໍ້າຫຼາຍ

ຍາມທີ່ຢູ່ບ່ອນອາກາດຮ້ອນ ຫຼືຫຼິ້ນກິລາ ຄວນດື່ມນໍ້າເລື້ອຍໆ ທຸກໆ 15 ນາທີ ເພື່ອປ້ອງກັນພາວະຂາດນໍ້າ ຍິ່ງຖ້າຖອກທ້ອງຍິ່ງຕ້ອງດື່ມນໍ້າເກືອແຮ່ໃຫ້ຮ່າງກາຍປັບສົມດຸນກັບນໍ້າທີ່ເສຍໄປ ເພື່ອປ້ອງກັນອາການຊ໊ອກໄດ້

  1. ຊອກວິທີຊ່ວຍໃຫ້ດື່ມນໍ້າໄດ້ຫຼາຍຂຶ້ນ

ຖ້າຮູ້ຕົວວ່າເປັນຄົນດື່ມນໍ້າຍາກ ໃຫ້ຈູງໃຈຕົວເອງດ້ວຍປຸງລົດນໍ້າໃຫ້ມີລົດຊາດດີຫຼາຍຂຶ້ນ ອາດຈະຜະສົມໝາກນາວລົງໄປ ຕົ້ມກັບໃບເຕີຍ ຜະສົມຫົວສີໄຄ ຫຼືສະໝຸນໄພຕ່າງໆ ຊຶ່ງກໍສົ່ງຜົນດີຕໍ່ກັບສຸຂະພາບໄດ້ ແຕ່ຄວນຫຼີກລ່ຽງການປຸງລົດດ້ວຍນໍ້າຕານ ສາເຫດຫຼັກທີ່ຈະເຮັດໃຫ້ເປັນແຂ້ວແມງ ແລະຕຸ້ຍງ່າຍ

ແບ່ງປັນ