Breaking News

ເອົາແລ້ວໆບໍ່ໜ້າເຊື່ອວ່າ “Bike for her” ຈະກາຍເປັນກະແສທີ່ທຸກຄົນໃນສັງຄົມໃຫ້ຄວາມສົນໃຈ ແລະ ເວົ້າເຖິງຫຼາຍທີ່ສຸດໃນຕອນນີ້!!!

ແບ່ງປັນ

ກາຍເປັນກະແສໄປທົ່ວໂລກອອນລາຍເມື່ອທຸກຄົນຍື່ນມືເຂົ້າມາຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຜ່ານໂຄງການ Bike for her 2018 ບໍ່ວ່າຈະເປັນເຫຼົ່າຄົນດັງເຊເລບ ດາລາ ນາງແບບ ຫຼື ພໍ່ແມ່ປະຊາຊົນກໍບໍ່ນິ່ງນອນໃຈ ຮ່ວມມືຮ່ວມໃຈກັນຢ່າງຫຼວງຫຼາຍ, ໂດຍໃນວັນທີ 26 ມັງກອນ 2018 ທີ່ຜ່ານມາທີມງານ Bike for her ເຮົາໄດ້ລົງໄປລະດົມທຶນເພື່ອຮັບບໍລິຈາກຢູ່ທີ່ ງານເທສະການ ອາຫານລາວ 2018 (ສະຖານທີ່ ສວນເຈົ້າອານຸວົງ) ຈົນເຫັນໄດ້ເຖິງນໍ້າໃຈອັນປະເສີດຂອງພໍ່ແມ່ພີ່ນ້ອງທຸກໆຄົນທີ່ຮ່ວມບໍລິຈາກຜ່ານກ່ອງຮັບບໍລິຈາກ Bike for her 2018 ແລະ ຍັງບໍ່ໝົດເພາະຍັງມີການຮ່ວມບໍລິຈາກຜ່ານຊ່ອງທາງຈ່າຍເງິນອັດຕະໂນມັດຈາກຫຼາຍໆບຸກຄົນທັງທີ່ປະສົງອອກນາມ ແລະ ບໍ່ອອກນາມຢ່າງຫຼວງຫຼາຍ.

ສຳລັບທ່ານໃດທີ່ຕ້ອງການຮ່ວມບໍລິຈາກເງິນຊ່ວຍເຫຼືອໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ທ່ານສາມາດຮ່ວມບໍລິຈາກກັບເຮົາໂດຍກົງໄດ້ທີ່ຕາມສະຖານທີ່ ແລະ ວັນເວລາດັ່ງລຸ່ມນີ້:

– ວັນສຸກ ທີ  2/2/18: Walking Street ແຄມຂອງ

– ວັນສຸກ ທີ 9/2/18: M partk

– ວັນສຸກ ທີ 16/2/18: Cowboy park

– ວັນເສົາ ທີ 24/2/18: Feb Festival – ສັງທອງ ຫຼື ທ່ານໃດທີ່ບໍ່ສະດວກທີ່ຈະລົງໄປບໍລິຈາກໂດຍກົງ ແມ່ນທ່ານສາມາດບໍລິຈາກຜ່ານການຈ່າຍເງິນອັດຕະໂນມັດ (ໂອນເງິນ) ຜ່ານເລກບັນຊີຕາມລຸ່ມນີ້: (ພວກເຮົາລົງມືເຮັດແລ້ວໆທ່ານເດ?)

ປັດຈຸບັນຍອດເງິນໃນການບໍລິຈາກ ຫຼ້າສຸດວັນທີ 1 ກຸມພາ 2018 ແມ່ນ 36,541,000ກີບ.

ສຳລັບໂຄງການດີໆ ໄບ໋ຟໍເຮີ (Bike for her 2018) ແມ່ນຈັດຂຶ້ນໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອປຸກລະດົມຂົນຂວາຍທຶນຮອນ ເພື່ອບໍລິຈາກໃຫ້ແກ່ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ເດັກນ້ອຍ, ເຊິ່ງເປັນສູນກາງສະຫະພັນແມ່ຍິງລາວ ທີ່ເຮັດໜ້າທີ່ໃຫ້ຄວາມຊ່ວຍແກ່ເຫຼືອຜູ້ຖືກເຄາະຮ້າຍ ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ ແລະການຄ້າມະນຸດ, ງານແຂ່ງລົດຖີບການກຸສົນ ໄບ໋ຟໍເຮີ (Bike for Her) ຈະຖືກຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຈະເຖິງນີ້. ທ່ານສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມຕື່ມໄດທີ່ເພສ Bike For Her (ພວກເຮົາລົງມືເຮັດແລ້ວໆທ່ານເດ?)

Mr. Inthy Deuansavanh

ໃນຖານະພໍ່ຄົນໜຶ່ງ ຂ້ອຍຢາກເຫັນລູກສາວຂອງຂ້ອຍ ເຕີີບໃຫຍ່ຂຶ້ນໃນສັງຄົມທີ່ປອດໄພ ແລະປາສະຈາກຄວາມຮຸນແຮງຕໍ່ແມ່ຍິງທ່ານ ອິນທີ ເດືອນສະຫວັນ ເຊີນຊວນທຸກຄົນມາຮ່ວມປະກາດຈຸດຢືນ ແລະ ຮ່ວມບໍລິຈາກກັບໂຄງການ Bike For Her——————————————–As a father I would like to see my daughter grows up in a safe society without violence against women Mr. Inthy Deuansavanh annouce that he will not ignore violence against women and children and encourage people to donate for the the Counselling and Protection Centre for Women and Children through Bike For Her campaign

Bike For Herさんの投稿 2018年1月30日(火)

ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ (ຕອນ 1)

(ກະລຸນາຢ່າເລື່ອນຜ່ານ ວິດີໂອ ນີ້) ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ (ຕອນ 1)ໜ້າສົງສານຫຼາຍ!!! ຈາກເລື່ອງຈິງ ຊີວິດຈິງ ຂອງແມ່ຍິງຄົນໜຶ່ງ ທີ່ຖືກທຳຮ້າຍຮ່າງກາຍ ແລະ ຈິດໃຈຈາກສາມີ ແລະ ລາວກໍມີຄວາມກ້າຫານ ກ້າທີ່ຈະອອກມາຮຽກຮ້ອງໃຫ້ສັງຄົມໄດ້ຮັບຮູ້ເຖິງເລື່ອງລາວທີ່ເກີດຂຶ້ນໃນຊີວິດຂອງລູກຜູ້ຍິງຄົນໜຶ່ງທີ່ຖືກທຳຮ້າຍຢ່າງຮຸນແຮງຈາກຄົນຮັກ ແລະ ຍອມເລົ່າເຫດການທີ່ເກີດຂຶ້ນຈິງໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ ແລະ ເບິ່ງເພື່ອເປັນອຸທາຫອນ.- ຂວັນໃຈຂໍເປັນສື່ກາງ ໃນການປຸກລະດົມໃຫ້ສັງຄົມລາວ ຮ່ວມກັນ "ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ" ຕະຫຼອດໄລຍະຂອງ 16 ວັນ ແຫ່ງຂະບວນການເຄື່ອນໄຫວ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນທົ່ວໂລກ, ມາຮ່ວມປະກາດຈຸດຢືນພ້ອມໆກັບພວກເຮົາ!!#ຢຸດຄວາມຮຸນແຮງຕໍ່ແມ່ຍິງ #EndViolenceAgainstWomen #KuanjaiVAWcampaign #ມາຮ່ວມປະກາດຈຸດຢືນພ້ອມໆກັບພວກເຮົາ- Like&Share ໃຫ້ທຸກໆຄົນໃນສັງຄົມໄດ້ຮັບຮູ້!!!

Kuanjai Magazineさんの投稿 2017年12月26日(火)

 

 

ແບ່ງປັນ