Breaking News

ອອກແນວຄາວາອີ້! ໜ້າຮັກໄປອີກ…ຄົນບັນເທີງລາວແຕ່ງກາຍຊຸດກິໂມໂນຍີ່ປຸ່ນ

ແບ່ງປັນ

ເລື່ອນໜ້າຈໍໂທລະສັບໄປໃສຊ່ວງນີ້ກໍຈະເຫັນແຕ່ສາວໆຄົນບັນເທີງລາວແຕ່ງກາຍຊຸດ ກິໂມໂນ (kimono) ເຊິ່ງເປັນຊຸດປະຈຳຊາດຂອງ ປະເທດ ຍີ່ປຸ່ນ ໃນງານ ບຸນມະໂຫລານຍີ່ປຸ່ນ (4th Japan Festival 2018 in laos) ບໍ່ວ່າຈະເປັນ: ລູກນໍ້າ ທິດາລັດ ວົງສິຣິ, ຄຣິດຕິນ່າ ຣາດສະສີມາ, ວັນໃໝ່ ທຳມະວົງ, ອາລີນ່າ ພິລາວົງ ແລະ ອີກຫຼາຍໆຄົນ ຕ່າງກໍມີໂອກາດເຂົ້າຮ່ວມໃນງານ ແລະ ແຕ່ງກາຍຊຸດ ກິໂມໂນ ບອກໄດ້ເລີຍວ່າມັນກໍຈະອອກແນວຄາວາອີ້ (kawaii) ໜ້າຮັກໄປອີກແບບ…ລອງມາເບິ່ງກັນເບິ່ງເນາະ ໜ້າຮັກຫຼາຍໆເລີຍ…!!!

ລູກນໍ້າ ທິດາລັດ ວົງສິຣິ ນາງງາມ-ນັກສະແດງ

ຄຣິດຕິນ່າ ຣາດສະສີມາ ນາງສາວລາວປີ 2012

ວັນໃໝ່ ທຳມະວົງ ນາງແບບ-ນັກສະແດງ

ອາລີນ່າ ພິລາວົງ ນາງແບບ-ນັກສະແດງ

ເບລານ ສຸນິສາ ພັນທາວະດີ ນາງແບບ-ນັກສະແດງ

ນອກຈາກນັ້ນຍັງມີ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ທີ່ນາງກໍໄດ້ມີໂອກາດໄປຮ່ວມໃນງານ ບຸນມະໂຫລານຍີ່ປຸ່ນ ໃນຄັ້ງນີ້ ເຖິງແມ່ນວ່ານາງຈະບໍ່ໄດ້ແຕ່ງກາຍໃນຊຸດກິໂມໂນຄືກັບຄົນອື່ນໆ ແຕ່ກໍຖືວ່ານາງກໍໜ້າຮັກຂອງນາງຄືເກົ່າແຫຼະເນາະ…

ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ

 

 

 

ແບ່ງປັນ