Breaking News

ເລີ່ມແລ້ວ!!! ການແຂ່ງຂັນກິລາກ໊ອຟ (Lao Golf Challenge 2018)

ແບ່ງປັນ

ພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6 ຈັດໂດຍວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ.

ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6. ໃນຕອນບ່າຍວັນ 6 ກຸມພາ 2018 ທີ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົງຄາມ ສີລາເພັດ ຮອງປະທານ ແລະ ເລຂາສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ.

ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 7  –  21 ກຸມພາ 2018 ແລະ ການແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 10 ມີນາ 2017 ທີ່ສະໜາມກ໊ອຟ ລອງວຽນ ກ໊ອຟ    ຄລັບ ນະຄອນຫຼວງວຽງຈັນ.

ພາຍໃຕ້ການສະ​ໜັບສະ​ໜູນຫຼັກ​ໂດຍ ​ລາວ​ຟອດ ຊີ​ຕີ້ (Lao ford city), ຈາກົວ-ແລນໂຣເວີ (Jaquar – Rand Rover), ຮ່ວມ​ສະໜັບສະໜູນ​ໂດ​ຍ ເບຍ​ຄາຣສະເບີກ (Carlsberg), ມາຣູແມນ- ມາ​ເຈ​ສຕີ (Maruman-Majesty),  ​ໂຮງ​ແຮມຄຣາວພາຊາ, ປັນຍາ​ທິບ ​ໂຄສະນາ (Panyathip Advertising), ປັນຍາທິດ ແພລນບີ ມີເດຍລາວ, ມີໄອເດຍ, ດີຈີຕອນມັງຄີ, Sinouk Coffee, Samart Event Organiser ແລະ ສະໜາມກ໊ອຟລອງວຽນ (Longvien Golf Club).

ການແຂ່ງຂັນແບ່ງອອກເປັນ 2 ສາຍດັ່ງນີ້:

Lao Challeng Division (ແຂ່ງຂັນໂດຍ ບໍ່ມີແຕ້ມຕໍ່) ມີ 5 ລາງວັນ
Lao Challeng Net Score Division (ແຂ່ງຂັນໂດຍມີແຕ້ມຕໍ່) ແຂ່ງຕາມລະບົບ Gallaway System ແຕ້ມຕໍ່ 36 ສາຍອາວຸໂສ, ສາຍ ກ, ສາຍ ຂ, ສາຍ ຄ

ນອກນັ້ນ; ຍັງມີລາງວັນພິເສດຄື: ລາງວັນຕີໃກ້ 2 ລາງວັນ ແລະ ລາງວັນຕີໄກ 1 ລາງວັນ ແລະ ລາງວັນ Hole In  One  2 ລາງວັນ ( ສຳລັບລາງວັນ Hole In  One ແມ່ນໄດ້ເງິນສົດ 10 ລ້ານກີບ ຈາກບໍລິສັດ ລາວ ຟອດຊີຕີ້ ແລະ 10 ລ້ານກີບ ຈາກ ບໍລິສັດຈາກົວ-ແລນໂຣເວີ້)

ພິເສດ ສໍາລັບຜູ້ມາລົງທະບຽນ ແລະ ຊໍາລະເງິນ ພາຍໃນວັນທີ 7-16 ກຸມພາ 2018 ນີ້ ແມ່ນຈ່າຍຄ່າລົງທະບຽນພຽງແຕ່ 1.800,000 ກີບຕໍ່ທ່ານ ເທົ່ານັ້ນ ຈາກລາຄາເຕັມແມ່ນ 2,00,000 ກີບ ສຳລັບ ສາຍຊາເລັງຈ໌ ຫຼື ສາຍອາຊີບ ເຊິ່ງຈະໄດ້ແຂ່ງຂັນ 2 ມື້ ຄືວັນທີ 9 ແລະ 10 ມີນາ 2018 ກ້ວນໜຶ່ງຈະມີ 4  ຄົນ

ສຳລັບສາຍສະໝັກຫຼິ້ນ ແມ່ນຈ່າຍຄ່າລົງທະບຽນພຽງແຕ່ 1,200,000 ກີບຕໍ່ທ່ານ ເທົ່ານັ້ນ ຈາກລາຄາເຕັມ 1,500,000 ກິບ ແຂ່ງຂັນມື້ດຽວວັນທີ 10 ມິນາ 2018 ກ້ວນໜຶ່ງມີ 6 ຄົນ.

ລາຍລະອຽດຕ່າງໆສາມາດສອບຖາມຂໍ້ມູນເພີ່ມ ໂທ: 021 216666 ຫຼື 030 536 7593,  020 55505944

ແບ່ງປັນ