Breaking News

ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ!!!

ແບ່ງປັນ

ຢ່າເບິ່ງແຕ່ຈຳນວນເງິນເປັນເປົ້າໝາຍ ແຕ່ຈົ່ງຂະຫຍາຍມັນດ້ວຍຄວາມສຸກ

  1. ເງິນບໍ່ສຳຄັນກັບຂ້ອຍຂະໜາດນັ້ນ

ຄົນມັກຈະເວົ້າວ່າ ມັນກໍເປັນພຽງແຕ່ເງິນ ແລະ ຂ້ອຍບໍ່ໄດ້ເຮັດເພື່ອເງິນ ຖ້າມັນເປັນແບບນັ້ນແທ້ເປັນຫຍັງຕ້ອງມານັ່ງທົນທຸກເຮັດວຽກງົກໆ ແລະ ເປັນຫຍັງຄືບໍ່ປະຕິເສດເວລາທີ່ໄດ້ຮັບເງິນເປັນຄ່າຕອບແທນ, ສະນັ້ນ ຢ່າກ່າວອ້າງຂໍ້ນີ້ເພື່ອປະຕິເສດເງິນ ເມື່ອມີໂອກາດຮັບມັນ ທ້າຍທີ່ສຸດແລ້ວມະນຸດເກີດມາຍາກທີ່ຈະຫຼີກລ່ຽງການໃຊ້ຊີວິດໂດຍປະສະຈາກເງິນໄດ້.

  • ວິທີແກ້ໄຂ:ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ

  1. ຂ້ອຍເຮັດວຽກໜັກເພື່ອເງິນ

ສ່ວນໃຫຍ່ຄິດວ່າເຮັດວຽກໜັກເພື່ອໃຫ້ໄດ້ເງິນ ແລະ ມັກມີຄຳເວົ້າຕິດປາກເຫຼົ່ານີ້ສະເໝີ ຂອບເຂດຄວາມຄິດນີ້ ເຮັດໃຫ້ການເຮັດວຽກເປັນແບບ ໃຊ້ແຮງກາຍແລກເງິນ ຫຼາຍກວ່າການໃຊ້ຄວາມຄິດສ້າງສັນເພື່ອແລກເງິນ ທີ່ຈິງແລ້ວຄົນເຮົາບໍ່ຈຳເປັນຕ້ອງເຮັດວຽກຢ່າງໜັກເພື່ອແລກເງິນ ແຕ່ເຈົ້າຄວນໃຫ້ຄວາມສຳຄັນໃນການພັດທະນາຕົນເອງ ເພື່ອໃຫ້ເງິນເຮັດວຽກຫາລາຍຮັບໃຫ້ເຈົ້າ ເງິນມັກມາຕາມແຮງດຶງດູດຕາມຄຸນຄ່າຂອງສິ່ງນັ້ນສະເໝີ

  • ວິທີແກ້ໄຂ:ຢ່າມົວແຕ່ຫາລາຍຮັບຈາກແຮງກາຍ ແຕ່ຄວນເນັ້ນລາຍຮັບທີ່ມາຈາກການໃຊ້ຄວາມຄິດສ້າງສັນ ເພື່ອແລກເງິນດີກວ່າ
  1. ວຽກປະຈຳຢ່າງດຽວກໍໝົດເວລາແລ້ວ

ຄົນສ່ວນຫຼາຍຄິດວ່າ ໄດ້ເງິນມາຈາກແຫຼ່ງດຽວກໍພຽງພໍແລ້ວ ເຊິ່ງເປັນຄວາມຄິດທີ່ຜິດພາດໃນການເຮັດວຽກ ເຮົາຄວນປ່ຽນຄວາມຄິດຕອນນີ້ເລີຍເດີ້ສາວໆ, ຂໍໃຫ້ສາວໆຈົ່ງເຊື່ອວ່າ ຊ່ອງທາງສ້າງລາຍຮັບ ຫຼື ທີ່ມາຂອງລາຍຮັບທີ່ຫຼາກຫຼາຍ ຍ່ອມດີກວ່າຊ່ອງທາງດຽວ ຢ່າຢ້ານທີ່ຈະຊອກຫາຊ່ອງທາງລາຍຮັບອື່ນ ລຳພັງແຮງກາຍເຮົາຄົງບໍ່ພໍ ຕ້ອງຮູ້ຈັກຫາວິທີໃຫ້ເງິນເຮັດວຽກແທນເຈົ້າ ເຈົ້າຄວນໃຫ້ຄວາມສຳຄັນສິ່ງເຫຼົ່ານີ້ນຳ, ດັ່ງນັ້ນ ຢຸດກ່າວຄຳເວົ້າຕິດປາກແບບນີ້ໄປໄດ້ເລີຍເດີ້

  • ວິທີແກ້ໄຂ:ຢ່າປິດກັ້ນລາຍຮັບປະຈຳຊ່ອງທາງດຽວ ຄວນສ້າງຊ່ອງທາງລາຍຮັບທີ່ເປັນໄປໄດ້ຈາກທຸກທິດທຸກທາງ
  1. ບໍ່ກ້າຕັດສິນໃຈຍ້ອນຄິດວ່າຈ່າຍບໍ່ໄຫວ

ຫາກຕ້ອງຕັດສິນໃຈຊື້ຊັບສິນທີ່ມີລາຄາສູງເກີນເອື້ອມຈົນເຈົ້າຮູ້ສຶກຢ້ານ ເມື່ອວິເຄາະແລ້ວວ່າບໍ່ແມ່ນຊັບສິນໄຮ້ສາລະ ແຕ່ເປັນຊັບສິນມີປະໂຫຍດເຊັ່ນ ຊື້ຊັບສິນຈຳພວກອະສັງຫາລິມະຊັບ ກໍຕ້ອງກ້າໄດ້ກ້າເສຍເລີຍ ເພາະຖ້າເຮົາບໍ່ກ້າຈັກເທື່ອ ເຮົາກໍຈະເປັນຄົນທີ່ຢູ່ແຕ່ຈຸດໆເກົ່າ ແລະ ບໍ່ມີມື້ທີ່ຈະສຳເລັດໄດ້ຈັກເທື່ອ

  • ວິທີແກ້ໄຂ:ຢ່າຢ້ານການຕັດສິນໃຈຊື້ຊັບສິນລົງທຶນ ເມື່ອພິຈາລະນາໝັ້ນໃຈແລ້ວ ໃຫ້ຖືວ່ານັ້ນຄືບົດທົດສອບໜ້າໃໝ່ທີ່ເຮົາຕ້ອງເຮັດໃຫ້ໄດ້
  1. ບໍ່ມີເງິນເກັບເລີຍ ຍ້ອນບໍ່ຄິດເຫັນອະນາຄົດ

ໂດຍປົກກະຕິແລ້ວ ເຮົາມັກພົບວ່າ ການທ້ອນເງິນນັ້ນຈະເກີດເພື່ອເປົ້າໝາຍຄວາມສຸກຊົ່ວຄາວຕ່າງໆ ເຊັ່ນ: ທ້ອນເງິນຈະໄປທ່ຽວໄລຍະພັກປີໃໝ່ ຫຼື ທ້ອນເງິນໄປຊື້ເຄື່ອງສຳອາງຊຸດໃໝ່ ຫຼື ຊື້ເຄື່ອງນຸ່ງງາມໆໃສ່ແນວນີ້ເປັນຕົ້ນ ແຕ່ເມື່ອມີເຫດການບໍ່ຄາດຝັນເກີດຂຶ້ນກັບກາຍເປັນວ່າບໍ່ມີເງິນສຳຮອງສ່ວນໃດຮອງຮັບໄວ້ເລີຍ ເຊິ່ງເປັນຄວາມເຂົ້າໃຈທາງການເງິນ ແລະ ການໃຊ້ຊີວິດທີ່ປະໝາດຢ່າງທີ່ສຸດເດີ້ສາວໆຂໍ້ນີ້ຈົ່ງລະວັງໃຫ້ດີ

ວິທີແກ້ໄຂ: ສ້າງນິດໄສການທ້ອນເງິນໃຫ້ເຄີຍຊິນ ແລະ ແບ່ງປະເພດເງິນທ້ອນຕາມເປົ້າໝາຍນຳ

  1. ເງິນບໍ່ແມ່ນຄວາມສຸກຂອງຂ້ອຍດອກ

ລອງສຳຫຼວດຕົນເອງງ່າຍໆ ສຳລັບໃຜທີ່ມີຄຳເວົ້າຕິດປາກຂໍ້ນີ້ວ່າ ເວລາທີ່ເຈົ້າໄດ້ຮັບເງິນ ເຈົ້າຍິ້ມ ແລະ ຮູ້ສຶກດີຫຼືບໍ່? ເຖິງວ່າການມີເງິນຢ່າງຫຼວງຫຼາຍອາດບໍ່ແມ່ນຄວາມສຸກສູງສຸດ ແຕ່ເງິນສາມາດເຮັດໃຫ້ຄອບຄົວ ແລະ ຄົນທີ່ເຈົ້າຮັກມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ນັ້ນກໍຈະເຮັດໃຫ້ເຈົ້າມີຄວາມສຸກຂຶ້ນເປັນ 2-3 ເທົ່າຢ່າງແນ່ນອນ.

ວິທີແກ້ໄຂ: ຢ່າເບິ່ງແຕ່ຈຳນວນເງິນເປັນເປົ້າໝາຍ ແຕ່ຈົ່ງຂະຫຍາຍມັນດ້ວຍຄວາມສຸກຂອງຄົນທີ່ເຈົ້າຮັກ.

ແບ່ງປັນ