Breaking News

ແຟນຄລັບແຕກຕື່ນ! ບໍ່ຄິດວ່າຈະເຈິເຫຼົ່າຄົນດັງຂອງວົງການບັນເທີງ ຕາມສະຖານທີ່ແບບນີ້!!!

ແບ່ງປັນ

ຊ່ວງອາທິດທີ່ຜ່ານມາມີອິນບ໋ອກເຂົ້າມາຖາມ ຊະນີIndy ກັນຢ່າງຫຼວງຫຼາຍຍ້ອນວ່າເຫຼົ່າແຟນໆບາງຄົນກໍຍັງງົງ ບໍ່ເຂົ້າໃຈ ແລະ ເລົ່າເຫດການວ່າ 2 ອາທິດທີ່ຜ່ານມາທຸກໆວັນສຸກຈະເຫັນ ເຊເລບບິຕີ້  ນັກຮ້ອງ ນັກສະແດງ ນາງງາມ ນາງແບບ ພິທີກອນ ເວົ້າແບບງ່າຍໆກໍແມ່ນເຫຼົ່າຄົນດັງຂອງວົງການບັນເທີງ ແມ່ນພວກເຂົາລວມຕົວກັນເຮັດຫຍັງ? ດັ່ງນັ້ນ ຊະນີIndy ເລີຍຈະມາໄຂຂໍ້ຂ້ອງໃຈໃຫ້ແຟນໆເປັນບ່ອນທຳອິດເລີຍວ່າ ເຫຼົ່າຄົນບັນເທີງທີ່ແຟນໆໄດ້ເຫັນພວກເຂົາລວມຕົວກັນໃນແຕ່ລະວັນສຸກນັ້ນ ແມ່ນພວກເຂົາອອກມາລະດົມທຶນໃຫ້ແກ່ໂຄງການ “Bike For Her 2018” ເພື່ອບໍລິຈາກໃຫ້ແກ່ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເຊິ່ງພວກເຂົາເປັນຈິດອາສາທີ່ຈະມາລະດົມທຶນກັບພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ເຊິ່ງສະຖານທີ່ໆພວກເຂົາໄປກໍຈະແມ່ນຕາມສະຖານທີ່ສາທາລະນະ ບ່ອນຊຸມນຸມຊົນທົ່ວໄປນັ້ນເອງ.

ການເປັນຈິດອາສາຂອງເຫຼົ່າຄົນດັງບໍ່ວ່າຈະເປັນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017, ນ້ອງ ພຸດທະສອນ ສີດາວັນ ນັກສະແດງ-ນາງແບບ, ນໍ້າຝົນ ນັກຮ້ອງຊື່ດັງແຫ່ງຄ້າຍ ອິນດີ້ ເຣກຂອດ, ຕານ້ອຍ ພອນສຸດາ ນາງແບບ, ກູ່ ຄຳກູ້ ແກ້ວມະນີ ພິທີກອນ ແລະ ຍັງມີເຫຼົ່າຄົນດັງອີກຫຼາຍໆທ່ານທີ່ໄປຮ່ວມລະດົມທຶນ, ສ່ວນແຟນໆທ່ານໃດທີ່ຢາກເຈິເຫຼົ່າຄົນດັງ ຢາກຮ່ວມບໍລິຈາກ ແລະ ຖ່າຍຮູບກັບພວກເຂົາໂຕເປັນໆ ສາມາດເບິ່ງຕາມຕາຕະລາງ ແລະ ສະຖານທີ່ດັ່ງຕໍ່ໄປນີ້:

ວັນສຸກ ທີ 9/2/18: M partk

– ວັນສຸກ ທີ 16/2/18: Cowboy park

– ວັນເສົາ ທີ 24/2/18: Feb Festival – ສັງທອງ ຫຼື ທ່ານໃດທີ່ບໍ່ສະດວກທີ່ຈະລົງໄປບໍລິຈາກໂດຍກົງ ແມ່ນທ່ານສາມາດບໍລິຈາກຜ່ານການຈ່າຍເງິນອັດຕະໂນມັດ (ໂອນເງິນ) ຜ່ານເລກບັນຊີຕາມລຸ່ມນີ້: (ພວກເຮົາລົງມືເຮັດແລ້ວໆທ່ານເດ?)

(ສຳລັບໂຄງການ ໄບ໋ຟໍເຮີ (Bike for her) ແມ່ນງານແຂ່ງລົດຖີບການກຸສົນ ຈະຈັດຂຶ້ນໃນວັນທີ  3/3/2018 ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ ເພື່ອຈັດກິດຈະກຳແຂ່ງລົດຖີບການກຸສົນ ແລະ ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ແລະລະດົມເງິນບໍລິຈາກໃຫ້ກັບ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງ).

ສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່ເພສ Bike For Her

ແບ່ງປັນ