Breaking News

ຕົບມືລົວໆ! Zoey Wright ສາວປ່ວຍພະຍາດມະເຮັງລຳໄສ້ໃຈສູ້ ຄວ້າແຊ້ມນັກເພາະກາຍລະດັບໂລກ

ແບ່ງປັນ

ຫຼາຍຄົນເມື່ອຮູ້ວ່າຕົວເອງກຳລັງປ່ວຍເປັນພະຍາດມະເຮັງລຳໄສ້ ຕ້ອງນຳລຳໄສ້ໃຫ່ຍອອກມາໄວ້ທາງນອກ ແລະ ໃຊ້ທໍ່ເພື່ອຂັບຖ່າຍທາງໜ້າທ້ອງໄປຕະຫຼອດຊີວິດ ກໍອາດຈະຍອມແພ້ກັບການຜ່າຕັດ ແລະ ຮູ້ສຶກທໍ້ກັບຊີວິດທີ່ເຫຼືອຢູ່ ແຕ່ສຳລັບ Zoey Wrigh ສາວຈາກເມືອງຜູ້ດີ ປະເທດ ອັງກິດ ພະຍາດທີ່ເກີດຂຶ້ນບໍ່ໄດ້ເປັນບັນຫາ ແລະ ອຸປະສັກຂອງນາງແຕ່ຢ່າງໃດ ເພາະນາງສາມາດຄວ້າແຊ້ມນັກເພາະກາຍລະດັບໂລກ Pure Elite World Championship 2017 ເຊິ່ງເປັນລາຍການໃຫ່ຍທີ່ສຸດໃນປະເທດອັງກິດ ແລະ ຍັງເປັນເວທີການແຂ່ງຂັນທີ່ໃຫ່ຍແລະໂດ່ງດັງທີ່ສຸດ.

Zoey ເລົ່າວ່າ ອາການປ່ວຍຂອງລາວເລີ່ມບົ່ງບອກອາການຕັ້ງແຕ່ປີ 2012 ເມື່ອສັງເກດວ່ານໍ້າໜັກຕົວຫຼຸດລົງຢ່າງໄວວາ ແລະ ມີອາການຖອກທ້ອງຕະຫຼອດເວລາ ຈົນມີຮ່າງກາຍທີ່ຈ່ອຍໂຊ ໂດຍແພດວິນິດໄສແລ້ວວ່າເຍື່ອບຸໂພງລຳໃສ້ຖືກໂຈມຕີຈາກເມັດເລືອດຂາວ ເຮັດໃຫ້ລຳໄສ້ໃຫ່ຍບວມ ເກີດອາການອັກເສບຂອງທະວານໜັກ ແລະ ສຳໃສ້ໃຫ່ຍ ຈົນລຸກລາມໄປເປັນພະຍາດມະເຮັງລຳໄສ້ໃຫ່ຍ Zoey Wrigh ພະຍາຍາມຫາທາງຮັກສາທຸກວິຖີທາງ ແຕ່ກໍບໍ່ດີຂຶ້ນເລີຍ ແລະ ຈົນເກືອບເອົາຊີວິດບໍ່ລອດ, ດັ່ງນັ້ນ ແພດຈຶ່ງຕັດສິນໃຈຊ່ວຍຊີວິດສາວຄົນນີ້ດ້ວຍການຜ່າຕັດເອົາລຳໄສ້ໃຫ່ຍອອກມາໄວ້ທາງນອກ ໃນເດືອນ ພະຈິກ ປີ 2014

ຂ້ອຍອົດທົນຕໍ່ອາການເຈັບປ່ວຍເປັນເວລາຫຼາຍປີ ແລະ ບໍ່ສົນໃຈສັນຍານເຕືອນຈາກຮ່າງກາຍ ເພາະຄິດວ່າອາຍຸຍັງນ້ອຍ ເພາະຍັງເປັນໄວລຸ້ນ ຄົງບໍ່ເປັນຫຍັງງ່າຍໆດອກ

ດັ່ງນັ້ນເມື່ອສຸຂະພາບດີຂຶ້ນ  Zoey ຈຶ່ງເລີ່ມອອກກຳລັງກາຍເປັນປະຈຳ ແລະ ຍັງສາບານກັບຕົວເອງອີກວ່າຈະເປັນນັກເພາະກາຍລະດັບໂລກໃຫ້ໄດ້  Zoey ໄດ້ເລີ່ມເຂົ້າຮ່ວມແຂ່ງຂັນເພາະກາຍເປັນເວລາ 3 ເທື່ອແລ້ວ ແລະ ເມື່ອເດືອນ ທັນວາ 2017 ທີ່ຜ່ານມາ ນາງກໍສາມາດເຮັດຄວາມຝັນຂອງຕົວເອງໃຫ້ເປັນຈິງໄດ້ສຳເລັດ ດ້ວນການຄວ້າລາງວັນ ‘Overall’ ຈາກການແຂ່ງຂັນ Pure Elite World Championship ເຊິ່ງເປັນການທຳລາຍສະທິຕິທີ່ເຄີຍເຮັດໄວ້ເມື່ອປີ 2016 ອີກດ້ວຍ

“ຂ້ອຍເປັນຄົນບໍ່ຍອມແພ້ ມິນິດໃສດື້ ແລະ ມີຄວາມມຸ່ງມານະສູງ ຂ້ອຍຢາກເຮັດສິ່ງທີ່ຂ້ອຍຍັງບໍ່ເຄີຍເຮັດມາກ່ອນ ແລະ ຕອນນີ້ຂ້ອຍກໍໄດ້ເຮັດສິ່ງທີ່ຄິດວ່າເປັນໄປບໍ່ໄດ້ແລ້ວ”

ເຊິ່ງລະຫວ່າງການກຽມຕົວເຂົ້າແຂ່ງຂັນ Zoey ວາງແຜນການອອກກຳລັງກາຍຢ່າງໜັກ ມື້ລະ 1ຊົ່ວໂມງ 30ນາທີ ເປັນປະຈຳ 6ມື້/ອາທິດ ແລະ ຍັງເປີດເຜີຍອີກວ່າ “ການອອກກຳລັງກາຍເປັນປະຈຳ ຄ້າຍໆເປັນອີກວຽກໜຶ່ງຄືກັບຖູແຂ້ວຍາມມື້ເຊົ້າ ເມື່ອຂ້ອຍກຽມຕົວທີ່ຈະເຂົ້າແຂ່ງຂັນ ຂ້ອຍຈະຫຼິ້ນຄາດິໂອກ່ອນອາຫານເຊົ້າ ແລະ ຍົກນໍ້າໜັກໃນຕອນແລງ ຂ້ອຍຈະບໍ່ໃຊ້ເວລາຫຼາຍຊົ່ວໂມງໃນຟິດເນສ ເພາະຂ້ອຍບໍ່ຢາກໃຫ້ຮູ້ສຶກເບື່ອໃນເວລາທີ່ອອກກຳລັງກາຍ”

ນອກຈາກ Zoey Wrigh ສາວຈາກເມືອງຜູ້ດີ ປະເທດ ອັງກິດ ຈະໄດ້ເປັນນັກເພາະກາຍລະດັບໂລກຕາມຄວາມຝັນແລ້ວ ຕອນນີ້ນາງຍັງເປັນສະມາຊິກທີມ USN ຜູ້ນຳດ້ານໂພສະນາການດ້ານກິລາ ເພື່ອສ້າງແຮງບັນດານໃຈໃຫ້ກັບຜຸ້ຍິງ ແລະ ຜູ້ຊາຍຈາກທົ່ວມຸມໂລກໄດ້ອອກມາເຮັດກິດຈະກຳທີ່ທ້າທາຍຕົວເອງ ແລະ ຫັນມາອອກກຳລັງກາຍຢ່າງບໍ່ມີຂໍ້ແມ້ອີກ.

ທີ່ມາ: https://women.mthai.com/amazing-women/331896.html

ແບ່ງປັນ