Breaking News

ເຊື່ອຫຼືບໍ່!! ການອອກໄປທ່ອງທ່ຽວ ສ້າງຄວາມສຸກໄດ້ດົນກວ່າການຊື້ສິ່ງຂອງ…

ແບ່ງປັນ

ເປັນຫຍັງເມື່ອເຮົາໄດ້ເງິນມາ ເຮົາມັກເລືອກທີ່ຈະໄປຊື້ເຄື່ອງ ຈັບຈ່າຍໃຊ້ສອຍ ປາຕີ້ແບບຟຸມເຟືອຍ ທັງທີ່ມັນກໍເປັນຄວາມສຸກພຽງຊົ່ວຄາວເທົ່ານັ້ນ ເພາະນອກຈາກຈະເປັນຄວາມສຸກພຽງໄລຍະສັ້ນແລ້ວ ຍັງຜານເງິນແບບບໍ່ຈົບສິ້ນອີກດ້ວຍ, ດັ່ງນັ້ນ ງານວິໄຈເຜີຍອອກມາແລ້ວວ່າ ການໃຊ້ເງິນໄປກັບການທ່ອງທ່ຽວ ຈະເຮັດໃຫ້ເຮົາມີຄວາມສຸກກວ່າການເອົາເງິນໄປຊື້ເຄື່ອງ…

ເຄີຍລອງສັງເກດບໍ່ວ່າ ເວລາຊື້ເຄື່ອງທີ່ເຮົາຢາກໄດ້ນັ້ນ ເມື່ອເຮົາໄດ້ເຄື່ອງນັ້ນໆມາໃນຕອນທຳອິດ ເຮົາຈະຮູ້ສຶກມີຄວາມສຸກ ແລະ ຕື່ນເຕັ້ນ ແຕ່ເມື່ອເວລາຜ່ານໄປ ມັນຈະກາຍເປັນຄວາມຮູ້ສຶກທຳມະດາ ແລະບໍ່ຕື່ນເຕັ້ນຄືແຕ່ກ່ອນ ແຕ່ເມື່ອໄດ້ຂອງໃໝ່ອື່ນໆອີກຄວາມສຸກເຫຼົ່ານັ້ນກໍຈະກັບມາອີກຄັ້ງ

ແນວໃດກໍຕາມ ຜົນການວິໄຈຂອງວິທະຍາໄລຄໍເນວ ໄດ້ຄົ້ນພົບວິທີຢຸດພຶດຕິກຳເລົ່ານີ້ ໂດຍສາດສະດາຈານດ້ານຈິດວິທະຍາ ໄດ້ເປີດເຜີຍວ່າ ການໃຊ້ເງິນຊື້ເຄື່ອງນັ້ນ ຈະເຮັດໃຫ້ລະດັບຄວາມສຸກຫຼຸດຕໍ່າລົງຕາມຊ່ວງເວລາທີ່ຜ່ານໄປ ເຊິ່ງຕ່າງຈາກຄວາມຊົງຈຳຈາການທ່ອງທ່ຽວ ຫຼຶປະສົບການໃໝ່ໆ ທີ່ສາມາດຄົງຮໍໂມນແຫ່ງຄວາມສຸກໃຫ້ໄດ້ຢ່າງຍືນຍາວຫຼາຍກວ່າ

ເພາະສະນັ້ນການໃຊ້ເງິນໄປກັບການທ່ອງທ່ຽວ ໄປໃນສະຖານທີ່ແປກໃໝ່ ການອອກເດີນທາງ ຮຽນຮູ້ສິ່ງໃໝ່ ຫຼິ້ນກິລາເອັກຕີມ ສິ່ງເຫຼົ່ານີ້ລ້ວນແຕ່ສ້າງຄວາມສຸກ ແລະ ປະສົບການໃຫ້ກັບເຮົາ ແລະ ຍັງຄົງຄວາມສຸກທີ່ຍາວນານຫຼາຍກວ່າການຊື້ສິ່ງຂອງເຊັ່ນ ກະເປົ໋າ ເກີບ ແລະ ລົດຄັນແພງໆ ເພາະທຸກຢ່າງທີ່ໃໝ່ໃນມື້ນີ້ ໃນມື້ອື່ນມັນກໍກາຍເປັນຂອງເກົ່າ ແລະ ຄວາມສຸກ ຄວາມຕື່ນເຕັ້ນກໍຈະຫຼຸດລົງໄປຕາມການເວລາ ແຕ່ປະສົບການໃໝ່ໆ ຄືແຫຼ່ງຄວາມສຸກຊັ້ນດີທີ່ຈະຄົງຢູ່ໄປຊົ່ວຊີວິດນັ້ນເອງ.

ທີ່ມາ: https://women.mthai.com/women-variety/255293.html

ແບ່ງປັນ