Breaking News

ຄົນລາວຊ່ວຍສົ່ງກຳລັງໃຈໃຫ້… ເຈນລີ້ ສາວປະເພດສອງລາວໃນເວທີ Miss International Queen 2018

ແບ່ງປັນ

ຄົນລາວໆຂໍສຽງແດ່…ມາໆຊ່ວຍສົ່ງກຳລັງໃຈໃຫ້ ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງຕົວແທນປະເທດລາວ ຜູ້ເຂົ້າປະກວດໝາຍເລກ 13 ໃນການເດີນທາງໄປປະກວດໃນເວທີ Miss International Queen 2018, ເຊິ່ງຫຼ້າສຸດທາງກອງປະກວດກໍໄດ້ປ່ອຍຄລິບເປີດຕົວໃຫ້ຊາວໂລກໄດ້ຮູ້ຈັກສາວປະເພດສອງຈາກປະເທດລາວຄົນນີ້ແລ້ວ…

ສຳລັບການປະກວດ Miss International Queen 2018 ຈະຈັດຂຶ້ນໃນວັນທີ 9 ມີນາ 2018 ຢູ່ທີ່ເມືອງ ພັດທະຍາ (ປະເທດໄທ), ຢ່າງໃດກໍຂໍກຳລັງໃຈຈາກຄົນລາວຊ່ວຍສົ່ງແຮງໃຈ ໂດຍການ Like&Share ໄປໃຫ້ໂລກຮູ້ນຳແດ່ວ່າປະເທດລາວເຮົາກໍມີສາວປະເພດສອງທີ່ງາມ ແລະ ມີຄວາມສາມາດບໍ່ນ້ອຍໜ້າຊາດອື່ນ.

ຮູບພາບບາງສ່ວນຈາກ: Longsee Seenakhone Jenly

ແບ່ງປັນ