Breaking News

ສາວແທ້ຕ້ອງຍອມແພ້! ສ່ອງ 3 ສາວປະເພດສອງທີ່ງາມ… ເລີດ… ອໍລ້າຈັບ… ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້!!!

ແບ່ງປັນ

ໂອ່ຍຍຍຍ!!! ງາມແຮງ ແພງເດ້…ມາສ່ອງສາວປະເພດສອງຂອງລາວເຮົາທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແລະ ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ ງາມຫຼາຍໆ!!!)

ຫຼິງຫຼິງ ປະຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຄົນນິບໍ່ຕ້ອງເວົ້າຫຍັງຫຼາຍຮູ້ໆກັນຢູ່ວ່ານາງງາມ ນາງເລີດ ມີຄວາມຫຼູຫຼາ ແລະ ຍັງເປັນແບບຢ່າງໃຫ້ນ້ອງໆສາວປະເພດສອງຂຶ້ນໃໝ່ອີກດ້ວຍ.

ວັນໃໝ່ ທຳມະວົງ ສາວປະເພດສອງທີ່ມີຄວາມງາມ ລຸກຫວານ ໜ້າຮັກ ນິໃສດີໆ ກຳລັງມາແຮງເລີຍຄົນນິ…

ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງທີ່ງາມ ແລະ ກຳລັງມາແຮງອີກໜຶ່ງຄົນ ແລະ ຍັງເປັນຕົວແທນປະເທດລາວໄປປະກວດໃນເວທີ Miss International Queen 2018

ຕ້ອງຍອມຮັບວ່າພວກເຂົາງາມ ມີຄວາມສາມາດ ແລະ ພວກເຂົາກໍສາມາດພິສູດເຮັດໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ປະເທດລາວ ຂອງເຮົາກໍມີສາວປະເພດສອງທີ່ງາມ  ແລະ ເກັ່ງບໍ່ແພ້ຊາດອື່ນໃນໂລກ. #ແຊຣໄປໃຫ້ໂລກຮູ້

ຮູບພາບ: Pitadar Lingling Inthavong , Elizabeth Wanmai Thammavong, Longsee Seenakhone Jenly

 

ແບ່ງປັນ