Breaking News

(ສາທຸ ສາທຸ) ຄົນບັນເທີງຈາກປະເທດເພື່ອນບ້ານ ຮ່ວມໃສ່ບາດເຮັດບຸນທີ່ພຣະທາດຫຼວງວຽງຈັນ

ແບ່ງປັນ

ໃນວັນເສົາ ວັນທີ 10 ກຸມພາ 2018 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຖືໂອກາດດີໄດ້ຮ່ວມເຮັດບຸນໃສ່ບາດພຣະເຖິງຈຳນວນ 1000 ກວ່າອົງ ທີ່ ເດີນພຣະທາດຫຼວງວຽງຈັນ ແລະ ນອກຈາກນັ້ນ ຍັງບໍ່ມີພຽງແຕ່ຄົນລາວເຮົາເທົ່ານັ້ນ ແຕ່ຍັງມີຄົນດັງ ຄົນຂອງວົງການບັນເທີງຈາກປະເທດເພື່ອນບ້ານເຊັ່ນ ໂນດ ອຸດົມ ແຕ້ພານິດ ນັກດ່ຽວໄມໂຄໂຟນຊື່ດັງ, ມ່າຊ້າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງ ແລະ ບ້ວຍ ເຊດທະວຸດ ວັດສະຣະຄຸນ ພິທີກອນ-ນັກສະແດງຊື່ດັງ… ທີ່ພວກເພິ່ນກໍຖືໂອກາດເດີນທາງບິນລັດຟ້າມາເຮັດບຸນໃຫ່ຍຮ່ວມກັບພີ່ນ້ອງຊາວລາວ.

#ຢ່າງໃດກໍຂໍຮ່ວມອະນຸໂມທະນາສາທຸນຳຫຼາຍໆເດີ້…ສາທຸ ສາທຸ

ຮູບພາບຂ່າວຈາກ: marshairis , khunbuay

ແບ່ງປັນ