Breaking News

ປະຕິໂທ້! ນຶກວ່າແມ່ຄ້າມາແຕ່ໃສຄືງາມແບບນີ້ ທີ່ແທ້ແມ່ນ…???

ແບ່ງປັນ

ຊ່ວງທ້າຍອາທິດທີ່ຜ່ານມາແຟນໆຫຼາຍທ່ານໄດ້ໂພສຮູບພາບເຮັດບຸນໃສ່ບາດທີ່ເດີ່ນພຣະທາດຫຼວງ ເຊິ່ງເປັນການເຮັດບຸນໃຫ່ຍ ໃສ່ບາດເຮັດບຸນພຣະເຖິງ 1000 ກວ່າອົງ ແລະ ນອກຈາກນັ້ນກໍຍັງມີຄົນດັງຈາກວົງການບັນເທີງລາວ ທີ່ໄປຮ່ວມໃສ່ບາດ ແລະ ອອກບູດເພື່ອບໍລິການອາຫານທັງຄາວ ແລະ ຫວານໃຫ້ແກ່ຄົນທີ່ໄປຮ່ວມໃສ່ບາດໃນງານບຸນດັ່ງກ່າວ ບໍ່ວ່າຈະເປັນ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017, ເມ ວາລິສະລາ ຕັງສຸວັນ Miss Global Laos 2017, ປູເປ້ ເດິວ້າວລາວ ແລະ ນໍ້າເຜິ້ງ ສະຫວັດ Miss Modern Laos Contest 2017 ທີ່ບອກເລີຍວ່າພວກເຂົາງາມ ທັງກາຍ ແລະ ໃຈອີ່ຫລີ…

ແນວໃດກໍຕາມແຟນໆກໍອົດບໍ່ໄດ້ທີ່ເວົ້າຢອກບັນດາຄົນດັງເຫຼົ່ານີ້ວ່າ “ແມ່ຄ້າຮ້ານນີ້ຈັ່ງແມ່ນງາມ ແລະ ໜ້າຮັກແທ້ນໍ້” ງານນີ້ບອກເລີຍເດີ້ວ່າ ອິ່ມບຸນ ອິ່ມໃຈ ເຈິແຕ່ຮອຍຍິ້ມ ມີຄວາມສຸກໄປຕາມໆກັນ.

ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ

 

 

ແບ່ງປັນ