Breaking News

ສ່ອງ! ວີນາ ສາວງາມອະດີດນາງສັງຂານຈາກແຂວງຫຼວງພະບາງ!!!

ແບ່ງປັນ

ມາໆມາ…ຈະພາແຟນໆທຸກທ່ານໄປສ່ອງໂປຟາຍຂອງສາວງາມ ໜ້າຮັກ ຜິວພັນດີໆ ຈາກແຂວງ ຫຼວງພະບາງ ວີນາ ບຸບຜາ ອະດີດນາງສັງຂານປີ 2008 ເປັນອີກໜຶ່ງສາວທີ່ຂຶ້ນຊື່ດ້ານຄວາມສາມາດ ເພາະເພິ່ນກໍຜ່ານວຽກດ້ານວົງການບັນເທີງບໍ່ໜ້ອຍ ບໍ່ວ່າຈະເປັນພີເຊັນເຕີ້, ນັກຮ້ອງ, ພິທີກອນ ແລະ ນາງເອກຮູບເງົາອີກດ້ວຍ.

ວີນາ ບຸບຜາ ອາຍຸ 28 ປີ ເປັນຄົນຫຼວງພະບາງໂດຍກຳເນີດ ເລີ່ມເຂົ້າວົງການມາຕັ້ງແຕ່ປີ 2005 ເຊິ່ງນາງປະກວດໃນໂຄງການຊອກຫາສາວຜິວໃສ ແລະ ໄດ້ເປັນພີເຊັນເຕີ້ຂອງເຄື່ອງສຳອາງແບຼນດັງເຖິງ 3 ປີຊ້ອນ ຈາກນັ້ນກໍມີໂອກາດເຂົ້າປະກວດນາງສັງຂານຫຼວງພະບາງໃນປີ 2008 ເນື່ອງຈາກຄອບຄົວເປັນຜູ້ສະໜັບສະໜູນໃຫ້ປະກວດ ເພາະແມ່ ແລະ ນ້າສາວຂອງເພິ່ນກໍເປັນອະດີດນາງສັງຂານມາກ່ອນ (ໂອ້…ນາງສັງຂານໝົດຕະກູນເລີຍໄດ໋ນິ) ແລະ ອີກຢ່າງພໍ່ເຖົ້າຂອງສາວວີນາກໍເປັນຄົນທີ່ອອກແແບການແຕ່ງກາຍໃຫ້ກັບນາງສັງຂານຜູ້ທີ່ຊະນະເລີດທີ 1 ໃນແຕ່ລະປີຢູ່ແລ້ວເລີຍຢາກໃຫ້ຫຼານສາວປະກວດ ແລະ ໃນທີ່ສຸດກໍສາມາດເຮັດຕາມຄວາມປາຖະໜາຂອງຄອບຄົວໄດ້ສຳເລັດ ແລະ ໄດ້ເປັນນາງສັງຂານໃນປີ 2008, ຫຼັງຈາກນັ້ນມາກໍເຮັດໃຫ້ເລີ່ມມີຜູ້ຄົນຮູ້ຈັກ ແລະ ໃຫ້ຄວາມສົນໃຈ ມີວຽກໃນວົງການບັນເທີງເຂົ້າມາເລື້ອຍໆ ທັງເດີນແບບ ຖ່າຍແບບ ພີເຊັນເຕີ້ ແລະ ສະແດງຮູບເງົານັ້ນເອງ.

ຮູບພາບຂ່າວຈາກ: Vena Boupha

ແບ່ງປັນ