Breaking News

Justin Bieber ເປີດເຜີຍເປັນໂສດມີຄວາມສຸກກວ່າ!!

ແບ່ງປັນ

ນັກຮ້ອງທີ່ມີຂ່າວດ້ານຄວາມຮັກ ທີ່ເປັນກະແສໃນປັດຈຸບັນແມ່ນ: ຈັສຕີນ ບີເບີ (Justin Bieber) ໄດ້ອອກມາເປີດເຜີຍຜ່ານລາຍການໂທລະພາບວ່າ: ຕອນເປັນໂສດ ເພາະຮູ້ສຶກວ່າມີຄວາມສຸກຫຼາຍຂຶ້ນ. ຖ້າເປັນແບບນີ້ແລ້ວສາວໆຈະວ່າແນວໃດແດ່?

ບໍ່ຮູ້ວ່າເມື່ອຍຈາກການ” Tour ຄອນເສີດ”ອ້ອມໂລກ ຫຼື ແນວໃດ ເມື່ອບ່າວ “ບີເບີ” ເຖິງກັບເອີ່ຍປາກກາງລາຍການ The Ellen DeGeneres Show  ຕອນນີ້ຍັງບໍ່ມີສາວໃນດວງໃຈ ເຊິ່ງລາວໄດ້ກ່າວວ່າ: “ຂ້ອຍບໍ່ໄດ້ໄປເດດກັບໃຜ ຂ້ອຍເປັນໂສດ ແລະ ກໍບໍ່ໄດ້ຊອກຫາໃຜນຳອີກ” ນອກຈາກນີ້ນັກຮ້ອງໜຸ່ມຍັງບອກອີກວ່າ: ເຖິງວ່າຈະເຫງົາລະຫວ່າງໄປ “Tour ຄອນເສີດ” ແຕ່ລາວກໍມີຄວາມສຸກກັບໝາຂອງລາວທີ່ຊື່ວ່າ: “ທ໋ອດ”.

ພ້ອມດຽວກັນນີ້ ຕາຕະລາງທົວຂອງ “ບີເບີ” ຍາວໄປເຖິງເດືອນມິຖຸນາປີໜ້າພຸ້ນ ຄົງຈະບໍ່ມີເວລາໄປຊອກຫາສາວມາເບີ່ງແຍງໃຈໄດ້ ແຕ່ໃນລະຫວ່າງນີີ້ນັກຮ້ອງໜຸ່ມໄດ້ຢຸດ “ທົວຊົ່ວຄາວ” ໄລຍະເດືອນທັນວາ ແລະ ຈະເລີ່ມງານຕໍ່ໃນວັນທີ 15 ກຸມພາ 2017 ທີ່ເມັກຊີໂກ.

justin-bieber

31145e0000000578-3441838-image-m-217_1455177323602

hqdefault

screen-shot-2016-08-15-at-603__opt

ແບ່ງປັນ