Breaking News

ຈຸ໋ຍ ນັກສະແດງຈາກເພື່ອນບ້ານເຊັກອິນໃນລາວ ນຸ່ງສິ້ນບ່ຽງແພ ແລະ ໂພສແຄັບຊັ່ນເປັນພາສາລາວ!!!

ແບ່ງປັນ

ງາມຫຼາຍໆ! ເຫັນທຳອິດຄິດວ່າ ແມ່ຍິງລາວ ທີ່ແທ້ແມ່ນ ຈຸ໋ຍ ວະຣັດຕະຍາ ນິນຄູຫາ ນັກສະແດງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກປະເທດເພື່ອນບ້ານ ທີ່ເພິ່ນມີໂອກາດໄດ້ມາຢ້ຽມຢາມປະເທດລາວເຮົາຕັ້ງແຕ່ ວັນທີ 7 ມີນາ 2018 ທີ່ຜ່ານມາ ແລະ ໄດ້ມາລາວທັງທີດາລາສາວຄົນນີ້ກໍບໍ່ພາດທີ່ຈະແຕ່ງກາຍແບບແມ່ຍິງລາວ ນຸ່ງສິ້ນໄໝບ່ຽງແພ ແບບແມ່ຍິງລາວອີ່ຫລີ… ພ້ອມກັບເຊັກອິນຢູ່ທີ່ສະຖານທີ່ຈຸດແລນມາກຂອງ ປະເທດລາວເຮົາຫຼາຍຈຸດເຊັ່ນ: ພຣະທາດຫຼວງ, ປະຕູໄຊ ແລະ ຍັງໄດ້ໄປໄຫ້ວພະຂໍພອນຢູ່ທີ່ວັດສີເມືອງອີກດ້ວຍ.

ນອກຈາກນັ້ນ ຈຸ໋ຍ ວະຣັດຕະຍາ ຍັງໄດ້ໂພສຮູບພາບລົງໃນອິນສະຕາແກຼມສ່ວນຕົວ ພ້ອມທັງຂຽນແຄັບຊັ່ນເປັນພາສາລາວວ່າ: “ມາຂໍພອນທີ່ວັດສີເມືອງ ໄດ້ເຈິຄົນລາວ ຫນ້າຮັກທຸກຄົນເລີຍ ຈະກັບມາຢາມອີກແນ່ນອນ” ເຮັດໃຫ້ມີແຟນໆຊາວລາວເຂົ້າໄປສະແດງຄວາມຄິດເຫັນ ແລະ ທັກທາຍ “ສະບາຍດີ” ກັນຢ່າງຫຼວງຫຼາຍ.

(Like&Share) ແດ່ເດີ້ ເອື້ອຍ ຈຸ໋ຍ ງາມ ແລະ ໜ້າຮັກຫຼາຍໆ ?

ຂໍຂອບໃຈຮູບພາບຈາກ: warattaya

ແບ່ງປັນ