Breaking News

ງາມໄປອີກແບບ! ນູ່ນີ່ ກຸມພົນພັກດີ ມາລຸກນີ້ຈົນເກືອບບໍ່ຈື່?

ແບ່ງປັນ

ເຄີຍເຫັນແຕ່ ສາວ ນູ່ນີ່ ກຸມພົນພັກດີ ເນັດໄອດໍ້ຄົນດັງ ເພິ່ນແຕ່ງກາຍໃນແບບທົ່ວໆໄປທັງແບບສະບັບແມ່ຍິງລາວ ແລະ ຊຸດແຟຼຊັ່ນຕາມສະໄໝທົ່ວໄປ ແຕ່ຫຼ້າສຸດນາງກໍໄດ້ມີໂອກາດແຕ່ງກາຍແບບສາວໄທຍ້ອນຍຸກ ເຊິ່ງເປັນຊຸດລູກໄມ້ສີຂາວ-ບົວ ແບບແມ່ຍິງໄທໃນສະໄໝກ່ອນ ເຊິ່ງເບິ່ງແລ້ວກໍແປກຕາໄປແດ່…ແຕ່ກໍງາມໄປອີກແບບ ຈົນເກືອບບໍ່ຈື່ພຸ້ນລະ, ໂດຍການແຕ່ງກາຍແບບແມ່ຍິງໄທໃນເທື່ອນີ້ແມ່ນ ສາວ ນູ່ນີ່ ເພິ່ນໄດ້ນຸ່ງເພື່ອຖ່າຍທຳລາຍການທີ່ເພິ່ນໄດ້ເປັນພິທີກອນຢູ່ທີ່ຝັ່ງປະເທດເພື່ອນບ້ານນັ້ນເອງ.

ແລະ ຍັງມີຮູບພາບຂອງສາວ ນູ່ນີ່ ມາຝາກແຟນໆນຳເດີ້!!!

ຂໍຂອບໃຈຮູບພາບຈາກ: FB/Noony Koumphonphakdee

ແບ່ງປັນ