Breaking News

ປະກົດການໃໝ່ຂອງລາຍການບ້ານເຮົາ “ຝຣັ່ງພັນລາວ” ລາຍການທີ່ຫຼາຍຄົນຖ້າເບິ່ງ!!!

ແບ່ງປັນ

ມາແລ້ວ! ຕົວຢ່າງລາຍການ “ຝຣັ່ງພັນລາວ” ລາຍການທີ່ແຟນໆຫຼາຍໆທ່ານຕ່າງໃຈຈົດໃຈຈໍ່ລໍຖ້າເບິ່ງ ເພາະລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ນາມວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ.

Falang ພັນລາວ

ເປີດປາກົດການໃໝ່ຂອງລາຍການລາວເຮົາ ຝຣັ່ງເວົ້າລາວຈັດລາຍການຮຽນຮູ້ວິຖີຊີວິດຂອງປະເທດລາວບອກເລີຍ ຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງຫຼາຍ ຢ່າລືມຕິດຕາມລາຍການນີ້ໄດ້ທີ Fanpage : Falang ພັນລາວ

โพสต์โดย Clip Ded Clip Dung – ຄລິບເດັດ ຄລິບດັງ บน 12 มีนาคม 2018

 

ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” ອົດໃຈລໍຖ້າເບິ່ງວິດີໂອເຕັມໆໄວໆນີ້ ຝຣັ່ງຄົນນີ້ຈະມາສ້າງຄວາມສຸກ ຄວາມມ່ວນຊື່ນໃຫ້ແຟນໆແນ່ນອນ.

ທີ່ມາ: Falang ພັນລາວ

ແບ່ງປັນ