Breaking News

ວິທີເຮັດວຽກໃຫ້ຖືກໃຈຫົວໜ້າ!!!

ແບ່ງປັນ

       ສາວໆທັງຫຼາຍມື້ນີ້ເຮົາມາເບິ່ງວິທີທີ່ຈະເຮັດວຽກໃຫ້ຖືກໃຈຫົວໜ້າກັນເທາະວ່າມີຫຍັງແດ່!!

15423740_1848398988736415_979755400_n

1 ຮຽນຮູ້ນິດໄສສ່ວນໂຕຂອງຫົວໜ້າ:ຫົວໜ້າຂອງເຮົາເປັນແນວໃດ? ໃຈຮ້ອນ, ໃຈເຢັນ, ມັກຫຍັງ, ບໍ່ມັກຫຍັງ? ເຊິ່ງເຮົາຕ້ອງໄດ້ຮຽນຮູ້ ເພື່ອເຮົາຈະໄດ້ບໍ່ເຮັດໃນສິ່ງທີ່ບໍ່ຖືກໃຈ, ເຮົາຈະຕ້ອງໄດ້ປ່ອຍວາງຄວາມເປັນສ່ວນຕົວຂອງເຮົາແດ່ຈັກໜ້ອຍ ຫຼືປັບນິດໄສບາງຢ່າງ ຖ້າຫົວໜ້າເປັນຄົນໃຈຮ້ອນ ເຮົາຕ້ອງປັບໂຕໃຫ້ເວົ້າໄວຂຶ້ນ ຫຼືຖ້າຫົວໜ້າເປັນຄົນໃຈເຢັນ ເຮົາຕ້ອງເວົ້າຊ້າໆໃນການສະແດງຄວາມຄິດເຫັນເປັນຕົ້ນ.

2 ຮຽນຮູ້ນິໄສການເຮັດວຽກຂອງຫົວໜ້າ:ວ່າກັນວ່າ ຄົນເຮັດວຽກໄວ ຫຼື ຊ້າ ເຮັດວຽກໃຫ້ເຖິງທີ່ສຸດ ຫຼື ເຮັດວຽກທັນໃຫ້ກໍານົດ ມັກໃຫ້ສະແເດງຄວາມຄິດເຫັນ ຫຼືມັກເຮັດຕາມຄໍາສັ່ງ  ມັກແກ້ໄຂວຽກງານ ຫຼື ເຊື່ອສີມືຂອງລູກນ້ອງ ສິ່ງຕ່າງໆເຫຼົ່ານີ້ ເຮົາມີໜ້າທີ່ສຶກສາ ລວມເຖິງປັບວິທີການເຮັດວຽກໃຫ້ເຂົ້າກັບຫົວໜ້າເຊັ່ນ: ຖ້າຫົວໜ້າເປັນຄົນທີ່ຕ້ອງການວຽກຮີບດ່ວນ  ແລະ ມັກໃຫ້ເຮັດຕາມຄໍາສັ່ງ ກໍຕ້ອງປັບໂຕໃຫ້ເປັນຄົນຮັບຄໍາສັ່ງໂດຍຮີບດ່ວນ, ເຮັດວຽກໃຫ້ໄວ ແລະ ພິຈາລະນາຄໍາສັ່ງທັນທີ.

3 ກວດກາວຽກໃຫ້ລະອຽດກ່ອນສົ່ງ:ໂຕເຮົາເອງຈະເຮັດໃຫ້ຫົວໜ້າໄວ້ວາງໃຈຂຶ້ນອີກ ຖ້າຫາກວຽກທີ່ສົ່ງໄປບໍ່ມີຈຸດບົກພ່ອງ ທີ່ເກີດຈາກການຜິດພາດຂອງການເຮັດວຽກ ພິມເອກະສານຜິດ, ວຽກບໍ່ຄົບ ເຫຼົ່ານີ້ເປັນຕົ້ນ ໂຕເຮົາເອງລອງຄິດເບິ່ງວ່າຖ້າຫາກວຽກທີ່ເຮົາສົ່ງໄປແຕ່ລະເທື່ອນັ້ນພິມຜິດຫຼາຍບ່ອນ ລາຍລະອຽດບໍ່ຄົບຖ້ວນ ຫົວໜ້າຂອງເຈົ້າຈະຮູ້ສຶກແບບໃດ? ແລະ ຈະຮ່ວມວຽກໄດ້ແນວໃດກັບເຈົ້າ.

4 ຈົດ ແລະ ທົບທວນຄໍາສັ່ງທຸກເທື່ອທີ່ເຂົ້າເຮັດວຽກ:ເພື່ອປ້ອງກັນຄວາມຜິດພາດໃນການສື່ສານ ຄວາມຜິດພາດທີ່ເກີດຈາກການສື່ສານນັ້ນ ຫົວໜ້າຂອງເຮົາຈະບໍ່ຍອມຮັບວ່າເປັນຄວາມຜິດຂອງເຂົາໂດຍເດັດຂາດ ດັ່ງນັ້ນ, ເຮົາຄວນປ້ອງກັນຄວາມຜິດພາດນັ້ນໄວ້ກ່ອນຄື: ການຈົດ ແລະ ທົບທວນ, ຖາມເມື່ອບໍ່ໝັ້ນໃຈວ່າ: ຜິດ ຫຼື ຖືກ ຈົ່ງຢ່າຝືນເຮັດຖ້າຫາກບໍ່ແນ່ໃຈກ່ຽວກັບວຽກທີ່ຖືກມອບໝາຍ.

5 ຈື່ຄໍາສັ່ງໃຫ້ດີ:ຢ່າພະຍາຍາມເຮັດນອກເໜືອຈາກຄໍາສັ່ງຂອງຫົວໜ້າເຊັ່ນ: ຫົວໜ້າບອກໃຫ້ພິມຈົດໝາຍນີ້ດ້ວຍ Word ກໍຢ່າໄດ້ພິມເປັນ Excel ເຖິງແມ່ນວ່າ ເອກະສານນັ້ນຈະເປັນຕາຕະລາງກໍຕາມ ໃນບາງກໍລະນີຫົວໜ້າບາງຄົນອາດຈະໃຊ້ໂປຣແກຣມ Excel ບໍ່ຄ່ອງແຄ້ວກໍ່ໄດ້ ຖ້າເຈົ້າຄິດຊິລົງມືເຮັດຫຍັງນັ້ນກໍຕ້ອງໄດ້ຖາມຫົວໜ້າເສຍກ່ອນວ່າເຮັດແບບນີ້ດີ ຫຼື ບໍ່ດີ ວິທີນີ້ຈະເຮັດໃຫ້ການເຮັດວຽກຂອງເຈົ້າງ່າຍຂຶ້ນນັ້ນເອງ.

ແບ່ງປັນ