Breaking News

ລູກຫຼານລາວພູມໃຈ! ກຽມສະເໜີຂຶ້ນທະບຽນ ລຳວົງລາວ ເປັນມໍລະດົກໂລກ

ແບ່ງປັນ

ໃນ​ວັນ​ທີ 9 ມີນາ 2018 ທີ່​ນະຄອນຫຼວງ​ວຽງຈັນ, ​ໄດ້​ຈັດ​ກອງ​ປະຊຸມ ລະດົມ​ແນວ​ຄວາມ​ຄິດ​ ກ່ຽວ​ກັບ​ວຽກ​ງານ​ມໍ​ລະ​ດົກ ​ວັດທະນະທຳ​ຂອງ​ມວນ​ມະນຸດ (​ໂລກ), ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ​ ແລະ ທ່ອງ​ທ່ຽວ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ. ກອງ​ປະຊຸມດັ່ງກ່າວ, ​ແມ່ນ​ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບົດ​ຟ້ອນ​ລຳວົງ​ລາວ​ ທີ່​ຈະ​ນຳ​ສະ​ເໜີ​ຂຶ້ນ​ທະບຽນ​ ກັບ​ອົງການ​ຢູ​ເນັສ​ໂກ (UNESCO) ​ໃຫ້​ເປັນ​ມໍລະດົກ​ໂລກ.

​         ອີງ​ຕາມ​ຂໍ້​ຕົກລົງ​ ຂອງ​ລັດຖະມົນ​ຕີ ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ​ຄະນະ​ຮັບຜິດຊອບ​ຮຽບຮຽງ ​ແບບ​ຟອມ ມໍລະດົກ​ວັດທະນະທຳ ທີ່​ບໍ່​ເປັນ​ວັດຖຸ​ປະ​ເພດ​ສິລະປະການ​ສະ​ແດງ ລຳວົງ​ລາວ ​ເລກທີ 141/ຖວທ ລົງ ​ວັນ​ທີ 13/02/2018 ​ແລະ ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຮັບ ຜິດຊອບ ຮຽບຮຽງ​ບົດ​ສະ​ເໜີ ລຳວົງ​ລາວ ​ເພື່ອ​ຂຶ້ນ​ທະບຽນ​ ກັບ​ອົງການ​ຢູ​ເນັສ​ໂກ (UNESCO) ​ໃນ​ສົກ​ປີ 2019​ ​ໃຫ້​ເປັນ​ມໍລະດົກ​ວັດທະນະທຳ ​ຂອງ​ມວນ​ມະນຸດ, ​ເຊິ່ງການ​ກຳ​ນົດປະ​ເພດ​ມໍລະດົກ​ ວັດທະນະທຳ ເພື່ອ​ສະ​ເໜີ ​ຂຶ້ນ​ທະບຽນ​ດັ່ງກ່າວ, ​ແມ່ນອີງ​ໃສ່ 2 ​ເງື່ອນ​ໄຂ​ຫຼັກ​ ເຊັ່ນ: ການ​ສ່ຽງ​ຕໍ່​ການ​ສູນ​ເສຍ, ສູນ​ຫາຍ ​ແລະ ຜິດ​ພ້ຽນ ​ຈາກ​ດັ່ງ​​ເດີມ​ໄປ​ຕາມ​ການ​ເວລາ.

ພ້ອມ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ລະດົມ​ຄວາມ​ຄິດ​ ກ່ຽວ​ກັບ​ວຽກ​ງານ​ມໍລະດົກ​ວັດທະນະທຳ​ ເພື່ອ​ສະ​ເໜີ​ຂຶ້ນ​ທະບຽນ​ເປັນ​ມໍລະດົກ​ຂອງ​ມວນ​ມະ​ນຸດ (​ໂລກ), ​ເຊິ່ງມີ​ປະ​ເພດ​ມໍລະດົກ​ວັດທະນະທຳ ​ຮີດຄອງ​ປະ​ເພນີ ຄື: ປະ​ເພນີ​ບຸນປີ​ໃໝ່​ລາວ, ພິທີໃສ່​ບາດ, ພິທີ​ບາສີສູ່​ຂວັນ ​ແລະ ບຸນຄຸນ​ເຂົ້າ ຫຼື ບຸນ​ກອງ​ເຂົ້າ.

ທີ່ມາ: ປະເທດລາວ, ຂ່າວ: ສົມ​ຫວັງ, https://www.targetlaos.com/article/28054

ຮູບພາບຈາກ: Google

ແບ່ງປັນ