Breaking News

ສ່ອງ! ແກ້ວຕາ ພອນປະເສີດ ເນັດໄອດໍ້ສາວລາວ ທີ່ນັບມື້ນັບງາມ ອໍລ້າຈັບ!!!

ແບ່ງປັນ

ເຮັດວຽກເມື່ອຍໝົດມື້ກັນແມ່ນບໍ່? ບໍ່ຊີຣຽດເດີ້ດຽວເຖົ້າໄວໄດ໋ (555) ຊ່ວງແລງໆແບບນີ້ ຊະນີIndy ຢູ່ລ້າບໍ່ເປັນຕາມສະຕາຍ ເອົາໃຈແຟນໆທຸກຄົນ ເພາະໄດ້ໄປຊອ໊ກແຊັກເອົາຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ, ເວົ້າເຖິງເລື່ອງ ເນັດໄອດໍ້ ບ້ານເຮົາກໍນັບວ່າມີຫຼາຍຕໍ່ຫຼາຍຄົນທັງຍິງ ແລະ ຊາຍ ແຕ່ໃນມື້ນີ້ເຮົາຈະພາພວກເພິ່ນມາສ່ອງໂປຟາຍ ນ້ອງ ແກ້ວຕາ ພອນປະເສີດ ເນັດໄອດໍ້ຄົນດັງ ຈາກແຂວງ ສະຫວັນນະເຂດ ທີ່ຊ່ວງນີ້ສັງເກດວ່ານາງຈະນັບມື້ຍິ່ງງາມ ອໍລ້າຈັບ ໜ້າຮັກສົມໄວ ແຖມບໍ່ວ່າຈະເປັນເລື່ອງຄວາມຮັກກັບເພື່ອນຊາຍຄົນສະໜິດ ແລະ ເລື່ອງວຽກງານຂອງນາງກໍເບິ່ງຄືຈະດີ ຈະເລີດໆໆໆໄປໝົດ (ໂອ້ຍເນາະອິດສາເບົາໆເດ້555) ຕ້ອງເອີ້ນໄດ້ວ່າເປັນຊ່ວງຂາຂຶ້ນຂອງ ແກ້ວຕາ ກັນເລີຍ…

ສຳລັບ ນ້ອງ ແກ້ວຕາ ພອນປະເສີດ ອາຍຸ 19 ປີ ສາວນ້ອຍຈາກແຂວງສະຫວັນນະເຂດ ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຕິດຕາມນາງກັນບໍ່ໜ້ອຍ ເພາະນາງມີບຸກຂະລິກທີ່ໂດດເດັ່ນ  ສົດໃສສົມໄວ ຈົນເຮັດໃຫ້ມີຄົນຕິດຕາມເຖິງ 3ແສນກວ່າຄົນ ແລະ ແກ້ວຕາກໍກຳລັງເລີ່ມມີຜົນງານທາງວົງການບັນເທີງເຮົາຢ່າງຫຼວງຫຼາຍບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ຖ່າຍໂຄສະນາຕ່າງໆ ແລະ ຫຼ້າສຸດນາງກໍເຊັນສັນຍາເຂົ້າມາຢູ່ສັງກັດໃຫ່ຍ A-List Agency ສັງກັດທີ່ມີນາງແບບ ນັກຮ້ອງ ນັກສະແດງ ແລະ ເນັດໄອດໍ້ທີ່ລວມຕົວຢູ່ຄ້າຍນີ້ຢ່າງຫຼວງຫຼາຍ. (ໂອ້…ເລີດໆໆໆ)

ຮູບພາບຈາກ: Keota Pornprasert

ແບ່ງປັນ