Breaking News

ວິທີທາ Lipstick ສີເຂັ້ມໃຫ້ງາມແບບມືອາຊີບ!!!

ແບ່ງປັນ

ສຳລັບລະດູໜາວ ເທຼນລິບສະຕິກສີເຂັ້ມກຳລັງມາແຮງ ແຕ່ການທີ່ຈະທາລິບສະຕິກສີເຂັ້ມນັ້ນບໍ່ແມ່ນຈະທາໆຖູໆກໍແລ້ວເລີຍ ສາວໆຈະຕ້ອງມີເຄັດລັບກັນແກ່ຈັກໜ້ອຍເຊິ່ງ ມື້ນີ້ເຮົາໄດ້ນຳເອົາຄັດລັບດັ່ງກ່າວມາຝາກກັນ ໄປເບິ່ງກັນເລີຍວ່າມີວິທີຫຍັງໃດແດ່ທີ່ເພື່ອໃຫ້ການທາລິບສະຕິກສີເຂັ້ມທາແລ້ວອອກມາງາມທີ່ສຸດ.

  1. ກຽມຮີມສົບໃຫ້ພ້ອມ

y9604

ການຈະສ້າງຫຍັງໃຫ້ໝັ້ນຄົງຕ້ອງເລີ່ມຈາກຮາກຖານທີ່ດີການທາສະຕິກກໍ່ເຊັ່ນດຽວກັນ ຖ້າຮີມສົບຂອງສາວໆ ແຫ້ງ ແຕກ ແລະ ລອກ ເຖິງສາວໆຈະທາສະຕິກລົງໄປຈັກຊັ້ນກໍບໍ່ອອກມາງາມຄືທີ່ຝັນໄວ້ເດີ້, ດັ່ງນັ້ນຂັ້ນຕອນການກຽມຮີມສົບຈຶ່ງສຳຄັນເຊິ່ງສາວໆອາດຈະໃຊ້ຜ້າຂົນໜູ ຫຼື ແປງຖູແຂ້ວຖູຄ່ອຍໆ ເພື່ອໃຫ້ໜັງທີ່ເປັນຂົນອອກມາຫຼຸດອອກໄປ ເຊິ່ງວິທີນີ້ບໍ່ຈຳເປັນຕ້ອງໃຊ້ກັບສະຕິກສີຊ້ຳເທົ່ານັ້ນ ແຕ່ສະຕິກສີອື່ນກໍ່ໃຊ້ໄດ້ເຊັ່ນກັນ.

  1. ທາລິບສະຕິກໄພຼເມີເພີ່ມຄວາມແຈ້ງ

y9603

ກ່ອນທີ່ຈະທາສະຕິກສີຊ້ຳທີ່ມັກລົງໄປ ສາວໆຄວນທາສະຕິກໄພຼເມີ ຂອງເຮົາກ່ອນເພາະນອກຈາກຈະຊ່ວຍເພີ່ມຄວາມແໜ້ນ ແລະ ຄວາມຄົມຊັດຂອງລິບສະຕິກແລ້ວຍັງຊ່ວຍໃຫ້ລິບສະຕິກຢູ່ຕິດຖາວອນບໍ່ຫຼຸດອອກງ່າຍ ແລະ ມີສ່ວນປະສົມບຳລຸງຮີມສົບໄປໃນຕົວພ້ອມຊ່ວຍໃຫ້ຮີມສົບຂອງສາວໆອ່ອນນຸ້ມ.

  1. ສະຕິກໄລເນີ ທາແຄມຮີມສົບ

ໃຜທີ່ຄິດວ່າສະຕິກໄລເນີບໍ່ສຳຄັນຄິດຜິດແລ້ວເພາະສະຕິກໄລເນີນີ້ລະທີ່ເປັນຕົວເສີມໃຫ້ແຄມຮີມສົບຂອງສາວໆງາມຂື້ນ ຫຼື ຈະແກ້ໄຂຮູບປາກກໍ່ຍັງໄດ້ເຊັ່ນ: ຖ້າສາວໆເປັນຄົນມີຮີມສົບບາງ ແລະ ນ້ອຍກໍໃຊ້ສະຕິກໄລເນີນີ້ລະແຕ້ມກາຍອອກມາກໍຈະໄດ້ຮີມສົບທີ່ໃຫຍ່ເຊິ່ງການທາສີປາກສີຊ້ຳຄວນເລືອກໃຊ້ສະຕິກໄລເນີທີ່ມີສີເຂັ້ມກ່ວາໜ້ອຍໜື່ງ.

  1. ເກັບລາຍລະອຽດດ້ວຍຄອນຊີລເລີ

y9605

ໃນບາງເທື່ອສີຮີມສົບຂອງເຮົາງາມຢູ່ແລ້ວແຕ່ຍັງຮູ້ສຶກວ່າມັນຍັງບໍ່ຄັກໃຈປານໃດ ກໍໃຫ້ເກັບລາຍລະອຽດອ້ອມໆ ດ້ວຍຄອນຊີລເລີເລີຍດ້ວຍການເອົາແປງຫົວນ້ອຍມາແຕ້ມລົງເທີງຈຸດດຳນ້ອຍໆ ທີ່ເຮົາຕ້ອງການລົບແລ້ວທາແປ້ງພັບປົກ ຢ່າລຶມເລຶອກສີຄອນຊີລເລີໃຫ້ໃກ້ຄຽງກັບສີຜີວບໍລິເວນອ້ອມຮອບຮີມສົບນຳເດີ້.

  1. ຢ່າລືມບຳລຸງຮີມສົບເປັນປະຈຳ

ທາລິບສະຄິກສີເຂັ້ມງາມໄປແລ້ວກໍຢ່າລືມໝັ່ນຮັກສາ ແລະ ບຳລຸງ ບໍ່ດັ່ງນັ້ນຮີມສົບຂອງສາວໆອາດຈະແຫ້ງ ແລະ ແຕກເປັນຂຸຍຈົນເຮັດໃຫ້ທາສະຕິກບໍ່ງາມ ເຊິ່ງການບຳລຸງກໍງ່່າຍໆ ພຽງແຕ່ຂັດຮີມສົບ ອາທິດລະເທື່ອ ອາດຈະໃຊ້ສູດທຳມະຊາດທີ່ເຮັດເອງງ່າຍໆ ຫຼື ຈະໃຊ້ຜະລິດຕະພັນຂັດຮີມສົບທີ່ຂາຍຢູ່ທົ່ວໄປກໍໄດ້ ນອກຈາກນັ້ນກ່ອນເຂົ້ານອນສາວງໆກໍຄວນລິບທາລິບສະຕິກມັນເພຶ່ອບຳລຸງຮີມສົບໃຫ້ງາມເບິ່ງເປັນທຳມະຊາດ.

ຮູ້ເຄັດລັບໃນການທາລິບສະຕິກສີເຂັ້ມແບບນີ້ແລ້ວຕໍ່ໄປກໍທາລິບສະຕິກຢ່າງໝັ້ນໃຈພ້ອມທີ່ຈະງາມແບບມີຄວາມໝັ້ນໃຈກັນເລີຍເດີ້ເພື່ອນໆທຸກຄົນ.

15424678_582464558628574_1789691749_n

ແບ່ງປັນ