Breaking News

ງານວາງສະແດງໂມງ (International watch fair)

ແບ່ງປັນ

ໃນຕອນບ່າຍວັນທີ 10 ທັນວາ 2016 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີໄດ້ຈັດງານ Vientian center international watch fair ໂດຍມີ ທ່ານ ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ ເປັນປະທານເປີດງານ ພ້ອມດ້ວຍແຂກ ແລະ ສື່ມວນຊົນເຂົ້າຮ່ວມໃນງານດັ່ງກ່າວ
ງານ Vientian center international watch fair ເປັນງານສະແດງທີ່ນຳໂມງຍີ່ຫໍ່ດັງລະດັບແຖວໜ້າຂອງໂລກມາສະແດງໃນລາວເປັນຄັ້ງທຳອິດ ບໍ່ວ່າຈະເປັນແບຼນ OMEGA, Breitling, Rado, Zenith, Longines, Gucci, Calvin, Klein, Tissot, Mido, Tag heuer ພ້ອມນີ້ຍັງໄດ້ນໍາເອົາໂມງ”ແຟຊັນ”ແບຼນ Royal Crowne, Ogival, Casio, G-shock, Citizen ມາແນະນໍາລູກຄ້າຊາວລາວ ໃນມໍ່ໆນີ້ກໍຈະມີການເປີດຮ້ານໃໝ່ເຊັ່ນ: Fossil, DKNY, Emporio Armani, Tommy Hilfiger ແລະ Daniel Wellington ແລະ ອິກຫຼາຍຮ້ານ ເພື່ອໃຫ້ຄົນລາວໄດ້ສໍາຜັດກັບສິນຄ້າໃໝ່ໆ.
ບໍ່ພຽງແຕ່ເທົ່ານັ້ນພາຍໃນງານຍັງມີຫຼາຍກິດຈະກຳການສະແດງເຊັ່ນ: ການສະແດງຫຼີ້ນເປຍໂນຈາກໂຮງຮຽນດົນຕີວຽງຈັນ, ສະແດງການເຕັ້ນຈາກຟັງແມ່ຂອງ, ການເດີນ Fashion show ແລະ ທີ່ສຳຄັນທີ່ສຸດໃນມື້ນີ້ແມ່ນຈັດການປະມູນໂມງເພື່ອການກຸສົນ ເຊິ່ງໃນການປະມູນຄັ້ງນີ້ແມ່ນໄດ້ເງິນເປັນຈຳນວນ 14.200.000 ກີບ ແລະ ເງິນດັ່ງກ່າວຈະໄດ້ນໍາໄປຊ່ວຍເຫຼືອເດັກນ້ອຍທີ່ຢູ່ຫ່າງໄກສອກຫຼີກ.
ຢ່າພາດໂອກາດດີໆ ງານຈະດໍາເນີນໄປຈົນເຖິງວັນທີ 15 ທັນວາ 2016.

_mg_0125

_mg_0127

_mg_0128

_mg_0405

_mg_0417

ແບ່ງປັນ