Breaking News

ດວງປະຈຳວັນ ພຸດ ປະຈໍາວັນທີ 21 ມີນາ 2018

ແບ່ງປັນ

ດວງປະຈຳວັນ ພຸດ ປະຈໍາວັນທີ 21 ມີນາ 2018

  • ວັນຈັນ

ການເງິນ: ຈະຊອກເຂົ້າມາໄດ້ຫຼາຍເປັນພິເສດໄລຍະນີ້ ຈະພົບຄວາມຈະເລີນຮຸ່ງເຮືອງດີຂຶ້ນຫຼາຍ ດວງຊະຕາຢູ່ໃນເກນທີ່ດີຫຼາຍ

ວຽກງານ: ຄິດທົບທວນໃນເລື່ອງແຜນວຽກຕ່າງໆຢູ່ ແລະ ເພິ່ງພາຕົນເອງດີກວ່າ ລະວັງຫຸ້ນສ່ວນ ຫຼື ບໍລິວານບໍ່ມີຄວາມຈິງໃຈ ຕ້ອງມີການເລືອກຫຸ້ນສ່ວນກ່ອນຈະເຮັດວຽກຮ່ວມກັນ

ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈໂດຍໄວວາທີ່ຈະເຂົ້າມາໃນໄລຍະນີ້ ຢູ່ໃນໄລຍະພິຈາລະນາຄົນທີ່ເຂົ້າມານັ້ນເອງ

  • ວັນອັງຄານ

ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາຈາກຄວາມສາມາດຂອງຕົນເອງ ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາໄດ້ດ້ວຍຄວາມອົດທົນພະຍາຍາມ ແລະ ປະສົບການຂອງຕົວເອງ

ວຽກງານ: ຈະເຮັດທຸລະກິດສິ່ງໃດໃນໄລຍະນີ້ຈະປະສົບຄວາມສໍາເລັດດີຂຶ້ນທຸກຢ່າງ ດວງຊະຕາຢູ່ໃນເກນທີ່ດີຫຼາຍເລື່ອງວຽກງານ ແລະ ຄວາມສໍາເລັດ

ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນ ໃນໄລຍະນີ້ໂຊກດີໃນເລື່ອງຄວາມຮັກ ຢູ່ໃນເກນທີ່ສົມຫວັງຫຼາຍ

  • ວັນພຸດ

ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນກໍ່ເປັນໄປໄດ້ໃນໄລຍະນີ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ

ວຽກງານ: ໄລຍະນີ້ມີເກນເດີນທາງໄປຕິດຕໍ່ວຽກ ເປັນການເລີ່ມຕົ້ນ ຫຼື ຮັບຜິດຊອບໜ້າທີ່ວຽກງານໃໝ່ໆ ສົ່ງຜົນເຮັດໃຫ້ເກີດຄວາມສໍາເລັດ ແລະ ຄວາມໂຊກດີ

ຄວາມຮັກ: ມີໂອກາດພົບໃຜບາງຄົນທີ່ເຂົ້າມາສ້າງຄວາມສໍາພັນ ແຕ່ກໍ່ຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປ ເພື່ອເບິ່ງຄວາມຊັດເຈນຂອງອີກຝ່າຍນັ້ນເອງ

  • ວັນພະຫັດ

ການເງິນ: ຍັງຢູ່ໃນເກນຊົງຕົວ ແຕ່ກໍ່ບໍ່ມີເລື່ອງເດືອດຮ້ອນໃດໆ ເພາະຕົນເອງເປັນຜູ້ມີຄວາມດຸໝັ່ນ ຈຶ່ງບໍ່ຄ່ອຍພົບສະຖານະການເລື່ອງເງິນຝືດເຄືອງປານໃດ

ວຽກງານ: ການເຮັດວຽກຮ່ວມກັນເປັນທີມຍັງມີປະສິດທິພາບ ການກໍານົດທິດທາງ ແລະ ເປົ້າໝາຍຮ່ວມກັນຈະກໍ່ໃຫ້ເກີດຄວາມສໍາເລັດທີ່ດີໄດ້

ຄວາມຮັກ: ຍັງບໍ່ໄດ້ໃຫ້ຄວາມສໍາຄັນດ້ານຄວາມຮັກໃນໄລຍະນີ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງຮັບຜິດຊອບ ຫຼື ຕ້ອງເຮັດໃຫ້ແລ້ວໄປໂດຍໄວ

ວັນສຸກ

ການເງິນ: ມີເລື່ອງກັງວົນໃຈເມື່ອໃດກໍ່ຈະຊອກເງິນເຂົ້າມາໄດ້ທຸກເທື່ອໃນໄລຍະນີ້ ເປັນລັກສະນະທຸກຂະລາບ ສະຖານະການປັດຈຸບັນຈະເປັນແບບນີ້

ວຽກງານ: ມີໂອກາດປ່ຽນແປງທາງດ້ານວຽກງານທີ່ດີຂຶ້ນ ໄດ້ຮັບຕໍາແໜ່ງໃໝ່ ຫຼື ໜ້າທີ່ໃໝ່ ກໍານົດເປັນເປົ້າໝາຍທິດທາງໃໝ່ໆ ປະສົບຄວາມສໍາເລັດ ແລະ ມີຄວາມໂຊກດີເພີ່ມຂຶ້ນ

ຄວາມຮັກ: ຢູ່ໃນສະຖານະການພາວະຮັກຊ້ອນໃນໄລຍະນີ້ ເຮັດໃຫ້ໄດ້ພົບສະຖານະການທີ່ບໍ່ໜ້າໄວ້ວາງໃຈ ແລະ ບໍ່ແນ່ໃຈກັບຄວາມຮັກໃນຄັ້ງນີ້ປານໃດ

  • ວັນເສົາ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາໄດ້ຢູ່ດີ ເປັນແບບນີ້ສະລັບປັບປ່ຽນກັນໄປ ແຕ່ກໍ່ຍັງຊອກເຂົ້າມາໄດ້ຫຼາຍກວ່າຈ່າຍອອກໄປ

ວຽກງານ: ໄລຍະນີ້ຈະເຮັດທຸລະກິດສິ່ງໃດຈະເຮັດໃຫ້ເກີດຄວາມສໍາເລັດໄດ້ເກີນຄວາມຄາດຫວັງ ເພາະມີຜູ້ຊ່ວຍເຫຼືອ ຫຼື ບໍລິວານທີ່ດີ ຜູ້ທີ່ຖ້າເຮັດທຸລະກິດ ຫຼື ຈະເປີດກິດຈະການໃໝ່ໃນໄລຍະນີ້ສາມາດເຮັດໄດ້ເລີຍ ຈະປະສົບຄວາມສໍາເລັດຕາມທີ່ຄາດຫວັງແນ່ນອນ

ຄວາມຮັກ: ມີໂອກາດໄດ້ຮັບຮູ້ຂ່າວສານຂໍ້ມູນບາງຢ່າງທີ່ຈະນໍາພາໄປພົບຮັກແທ້ ກັບຄົນທີ່ເຂົ້າມາໃນໄລຍະນີ້ກໍ່ເປັນໄດ້

  • ວັນອາທິດ

ການເງິນ: ຊອກເຂົ້າມາໄດ້ກໍ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນ ດວງຊະຕາດີກວ່າແຕ່ກ່ອນ

ວຽກງານ: ມີເກນເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍໃນໄລຍະນີ້ ແຕ່ກໍ່ຈະເກີດຄວາມໂຊກດີ ມີຄວາມສໍາເລັດທີ່ໜ້າພໍໃຈ

ຄວາມຮັກ: ສຸກສົມຫວັງໃນເລື່ອງຄວາມຮັກ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້

ແບ່ງປັນ