Breaking News

ຮືຮາ! ຝຣັ່ງຂັບລົດຈຳໂບ້ (ຝຣັ່ງຄົນນີ້ແມ່ນໃຜ?)

ແບ່ງປັນ

ເປັນທີ່ຮືຮາໃນໂລກອອນລາຍເມື່ອມີຮູບພາບຂອງ ຝຣັ່ງນຸ່ງເສື້ອສີດຳ ກຳລັງຂັບລົດຈຳໂບ້… ເຫັນແນວນີ້ຕ່ອມຄວາມສົງໃສ ຫຼື ເອີ້ນແບບງ່າຍໆວ່າຕ່ອມເຜືອກ (555) ຂອງ ຊະນີIndy ກໍເຮັດວຽກທັນທີ ເລີຍໄດ້ໄປສືບເອົາຂໍ້ມູນມາຝາກແຟນໆ ແລະ ໄດ້ຮູ້ມາວ່າ ຝຣັ່ງຄົນນີ້ມີຊື່ວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ ແລະ ເພິ່ນຍັງເປັນຜູຸ້ດຳເນີນລາຍການ “ຝຣັ່ງພັນລາວ” ນັ້ນເອງ.

ສຳລັບລາຍການ “ຝຣັ່ງພັນລາວ” ເປັນລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ທີ່ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” ອົດໃຈລໍຖ້າເບິ່ງວິດີໂອເຕັມໆໄວໆນີ້ ຝຣັ່ງຄົນນີ້ຈະມາສ້າງຄວາມສຸກ ຄວາມມ່ວນຊື່ນໃຫ້ແຟນໆແນ່ນອນ.

ຮູບພາບຈາກ: Falang ພັນລາວ

 

ແບ່ງປັນ