Breaking News

ເອົາໃຈສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກກັບເມນູ “ປີ້ງເອິກໄກ່ ເພື່ອສຸຂະພາບ”

ແບ່ງປັນ

ເອົາໃຈແຟນໆສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກ ໃນມື້ນີ້ເຮົາຈະມາແນະນຳວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ປີ້ງເອິກໄກ່ ເພື່ອສຸຂະພາບ   ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ ຫຼື ຖ້າບໍ່ຢາກເຮັດເອງກໍສາມາດໄປລອງຊິມເມນູນີ້ ຫຼື ອີກຫຼາກຫຼາຍເມນູແຊບໆໄດ້ເລີຍເດີ້ທີ່ ຮ້ານ ອາຫານ ແສງລາວ.

ປີ້ງເອິກໄກ່ ເພື່ອສຸຂະພາບ  (Healthy Grilled Chicken Breast) 150 Calories

ສ່ວນປະກອບ: ເອິກໄກ່ ປະມານ 120 ກຼາມ (ຫຼື ຕາມຄວາມເໝາະສົມ), ຜັກສີຂຽວຕາມທ້ອງຕະຫຼາດແລ້ວແຕ່ຄົນມັກ ແຕ່ໃນຈານນີ້ ເຮົາຈະໃຊ້  ຜັກບ໋ອກໂຄລີ, ຫົວກາຣົດ, ໜໍ່ໄມ້ຝຣັ່ງ,  ໝາກຖົ່ວແປບ, ເຂົ້າກ້ອງ 60 ກຼາມ, ຫົວກະທຽມ, ຜົງປາປຣີກາ (Paprika)  (ໝາກເຜັດຜົງ ຂອງຝຣັ່ງ ຣົດຊາດເຜັດໜ້ອຍໜຶ່ງ), ສະອິ້ວຂາວຍີ່ປຸ່ນ (ໂຊຍຸ), ນໍ້າຕານ, ນໍ້າມັນງາ ແລະ ງາຂາວທີ່ຂົ້ວແລ້ວ.

ວິທີເຮັດ: ນໍາເອິກໄກ່ ໝັກກັບເກືອ ແລະ ພິກໄທແລ້ວນໍາໄປປີ້ງໃຫ້ມີລາຍທີ່ສວຍງາມ ຈາກນັ້ນ ນໍາເອົາໄປເຂົ້າເຕົາອົບ ໃນອຸນຫະພູມປະມານ 200-220 ອົງສາ 8 ນາທີ ເພື່ອໃຫ້ສຸກ, ນໍາຜັກຕ່າງໆທີ່ເຮົາກຽມໄວ້ໄປຕົ້ມໃຫ້ສຸກແບບທົ່ວໄປ ແລ້ວໂຮຍເກືອ ແລະ ພິກໄທ, ເອົາເຂົ້າກ້ອງມາຫຸງຕາມປົກກະຕິ ຈາກນັ້ນ ຈຽວນໍ້າມັນໝາກກອກຈົນເຫຼືອງໃຫ້ມີກິ່ນຫອມ ແລ້ວນຳເຂົ້າທີ່ຫຸງໄວ້ນັ້ນມາຂົ້ວໃສ່. ທຸກຢ່າງເປັນທີ່ຮຽບຮ້ອຍ ເຮົາກໍຊອຍເອິກໄກ່ ຈັດວາງຜັກ ແລະ ເຂົ້າໃຫ້ສວຍງາມໃສ່ຈານ. ຈາກນັ້ນ ໂຮຍຜົງປາປຣີກາ (Paprika) ເພື່ອແຕ່ງໜ້າອາຫານ.

ນໍ້າແຈ່ວ: ນໍ້າສະອິ້ວຂາວຍີ່ປຸ່ນ ປະສົມກັບນໍ້າມັນງາ, ເພີ່ມນໍ້າຕານ ເພື່ອຕັດຄວາມເຄັມຂອງ ສະອິ້ວຂາວ ຈາກນັ້ນ ໃສ່ງາຂາວ ເທົ່ານີ້ ເຮົາກໍໄດ້ນໍ້າແຈ່ວແບບແຊບໆແລ້ວ. ເຊິ່ງອາຫານຈານນີ້  ແມ່ນຈະໄດ້ທັງໂປຼຕີນ ຈາກຊີ້ນໄກ່, ໄດ້ວິຕາມິນຈາກຜັກ ແລະ ທາດແປ້ງ (Carbohydrates) ຈາກເຂົ້ານຳອີກ.

ແບ່ງປັນ