Breaking News

ດວງປະຈຳວັນ ສຸກ ປະຈໍາວັນທີ 23 ມີນາ 2018

ແບ່ງປັນ

ດວງປະຈຳວັນ ສຸກ ປະຈໍາວັນທີ 23 ມີນາ 2018

  • ວັນຈັນ

ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາຈາກຄວາມສາມາດໃນການເຈລະຈາ ຕໍ່ລອງຂອງຕົນເອງທີ່ເປັນມືອາຊີບ

ວຽກງານ: ໄລຍະນີ້ເຮັດຕາມໜ້າທີ່ໃຫ້ດີທີ່ສຸດກໍ່ພຽງພໍ ຜົນທີ່ຈະຕາມມາໃນການສ້າງຜົນງານທາງດ້ານທຸລະກິດກໍ່ຈະສົ່ງຜົນດີຕໍ່ຕົນເອງ

ຄວາມຮັກ: ມີເລື່ອງວຸ້ນວາຍກັບການສ້າງຄວາມສໍາພັນດ້ານຄວາມຮັກທີ່ຍັງບໍ່ລົງຕົວ ເພາະມີຫຼາຍຢ່າງທີ່ຕ້ອງຟ້າວເຮັດໃຫ້ແລ້ວໂດຍໄວ

  • ວັນອັງຄານ

ການເງິນ: ຈ່າຍອອກໄປຫຼາຍກໍ່ຊອກເຂົ້າມາໄດ້ຫຼາຍ ໃນໄລຍະນີ້ດວງຊະຕາດີຂຶ້ນກວ່າແຕ່ກ່ອນຫຼາຍທາງດ້ານການເງິນ ມີຊັບ ມີຄວາມໂຊກດີ

ວຽກງານ: ຈະເຮັດວຽກຮ່ວມກັບຫຸ້ນສ່ວນເປັນທີມ ຈະເຮັດໄດ້ຢ່າງມີປະສິດທິພາບ ແລະ ການເຮັດວຽກຢ່າງລະອຽດຮອບຄອບຈະເກີດຄວາມເປັນໂຊກດີກັບຕົນເອງ

ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຄວາມຮັກ ມີໂອກາດພັດທະນາຄວາມສໍາພັນດ້ານຄວາມຮັກທີ່ຈະເຂົ້າມາໃນໄລຍະນີ້

  • ວັນພຸດ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ມີພາລະໃນເລື່ອງຂອງຄ່າໃຊ້ຈ່າຍທີ່ຈໍາເປັນ ຫຼີກຫຼ່ຽງບໍ່ໄດ້

ວຽກງານ: ມີໂອກາດໄດ້ຮັບໜ້າທີ່ໃໝ່ ການເລີ່ມຕົ້ນໃໝ່ ການພັດທະນາປ່ຽນແປງທາງດ້ານວຽກງານ ພົບຄວາມຈະເລີນຮຸ່ງເຮືອງດີຂຶ້ນຢ່າງເປັນໂຊກສໍາລັບຕົນເອງ

ຄວາມຮັກ: ມີໂອກາດພົບໃຜບາງຄົນທີ່ຈະເຂົ້າມາໃນໄລຍະນີ້ ເປັນຄົນຜິວຂາວ ແຕ່ໃຫ້ເບິ່ງຄວາມຊັດເຈນໄປກ່ອນທີ່ຈະຕັດສິນໃຈ

  • ວັນພະຫັດ

ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນໃນໄລຍະນີ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ຊັດ

ວຽກງານ: ຄວາມສະຫຼາດໃນການຮູ້ຈັກເຈລະຈາຈະນໍາພາຄວາມສໍາເລັດທີ່ດີມາສູ່ຕົນເອງໄດ້ສະເໝີ

ຄວາມຮັກ: ມີໂອກາດພົບໃຜບາງຄົນ ດ້ວຍບຸນເກົ່ານໍາມາໃຫ້ພົບກັນກໍ່ເປັນໄດ້ໃນໄລຍະນີ້

  • ວັນສຸກ

ການເງິນ: ມີໂອກາດໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນກໍ່ເປັນໄດ້ໃນໄລຍະນີ້

ວຽກງານ: ຈະເຮັດທຸລະກິດໃດໆໃນໄລຍະນີ້ຈະປະສົບຄວາມສໍາເລັດ ແລະ ມີຄວາມໂຊກດີມນການຕິດຕໍ່ເຈລະຈາ

ຄວາມຮັກ: ມີໂອກາດສຸກສົມຫວັງໃນເລື່ອງຄວາມຮັກ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈກໍ່ເປັນໄດ້ໃນໄລຍະນີ້

  • ວັນເສົາ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີໃນໄລຍະນີ້ ຍັງບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ໂດຍສະເພາະການຈ່າຍອອກໄປກັບເລື່ອງທີ່ບໍ່ຈໍາເປັນຕ່າງໆ ຈຶ່ງຄວນລະມັດລະວັງໃນການໃຊ້ຈ່າຍ ແລະ ຄວນສ້າງແຜນການໃຊ້ເງິນນໍາ

ວຽກງານ: ສະຖານະການດ້ານວຽກຍັງບໍ່ມີເຫດການໃດໆປ່ຽນແປງຫຼາຍ ເຮັດຕາມໜ້າທີ່ໃຫ້ດີທີ່ສຸດກໍ່ພຽງພໍແລ້ວ

ຄວາມຮັກ: ໂດດເດັ່ນຈະພົບໃຜບາງຄົນທີ່ເຂົ້າມາໃນໄລຍະນີ້ ເປັນຄົນຜິວຂາວ ເປັນການພົບກັນເນື່ອງຈາກຄວາມບັງເອີນບາງຢ່າງ

  • ວັນອາທິດ

ການເງິນ: ຊອກເຂົ້າມາໄດ້ຫຼາຍກໍ່ຕ້ອງຈ່າຍອອກໄປຫຼາຍໃນໄລຍະນີ້ ແຕ່ກໍ່ຊອກເຂົ້າມາໄດ້ເລື້ອຍໆຢ່າງເປັນໂຊກດີ

ວຽກງານ: ມີເຫດ ຫຼື ພົບເລື່ອງທີ່ຈະເຮັດໃຫ້ພົບຄວາມກ້າວໜ້າ ຫຼື ເກີດຄວາມສໍາເລັດໄດ້ ແຕ່ຕ້ອງຢ່າໃຈຮ້ອນ ໃນໄລຍະນີ້ຕ້ອງຄ່ອຍໆເຮັດໄປເທື່ອລະຂັ້ນຕອນ

ຄວາມຮັກ: ມີໂອກາດສ້າງຄວາມສໍາພັນດ້ານຄວາມຮັກ ແລະ ຈະພົບວ່າໄລຍະນີ້ຕົນເອງມີສະເໜຫຼາຍ ມີໂອກາດສ້າງສາຍສໍາພັນທີ່ດີຢ່າງເປັນໂຊກດີນັ້ນເອງ

 

ແບ່ງປັນ