Breaking News

ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ!

ແບ່ງປັນ

ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຈາກ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ, ເຊິ່ງປະຈຸບັນສາວ ແພັດ ປ້ອງກັນແຊ້ມໄດ້ເຖິງ 4 ສະໄໝແລ້ວ ຍ້ອນນໍ້າສຽງໃນການຮ້ອງເພງຂອງເພິ່ນບໍ່ທຳມະດາອີຫລີ ມີຄວາມມ່ວນ ເປັນຕາອອນຊອນ, ດັ່ງນັ້ນ ຂວັນໃຈ ເຮົາເລີຍຈັດໃຫ້ລວບລວມເອົາບົດເພງທີ່ສາວຄົນນີ້ໄດ້ຮ້ອງຢູ່ທີ່ລາຍການ “ສຶກວັນດວນເພງ” ມາຝາກແຟນໆ ມາຟັງກັນເລີຍ!!!

  • ສິເທນ້ອງໃຫ້ບອກແດ່ 

  • ນໍ້າຕາຢົດຍັງກົດ like

  • ຄົນຂອງວັນພຸ່ງນີ້

  • ຈີບແລ້ວບໍ່ຂໍ

  • ໄມ່ຮ້ອງໃຫ້ໄມ່ໃຊ່ໄມ່ເຈັບ

ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!!

ຄລິບຈາກ: one31

(ຂ່າວກ່ອນໜ້າທີ່ກ່ຽວຂ້ອງ)

ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)

ແບ່ງປັນ