Breaking News

ຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 ທີ່ ປະເທດ ຣັດເຊຍ

ແບ່ງປັນ

ໃນຕອນບ່າຍ ວັນທີ 19 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະຖານນີໂທລະພາບ ທີວີລາວ ໄດ້ມີການຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 , ເປັນປະທານໂດຍ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານສະຖານນີໂທລະພາບທີວີລາວ ພ້ອມດ້່ວຍສື່ມວນຊົນຈາກທຸກພາກສ່ວນ.

ໝູນວຽນມາຮອດອີກແລ້ວສຳລັບການແຂ່ງຂັນເຕະບານໂລກ 2018 ໃນປີນີ້ຈັດຂຶ້ນທີ່ ປະເທດ ຣັດເຊຍ ເຊິ່ງ 4 ປີຈະມີການຈັດຂຶ້ນເທື່ອໜຶ່ງ ແລະ ສະຖານນີໂທລະພາບ ທີວີລາວ ກໍໄດ້ມີການຊື້ລິຂະສິດເພື່ອມາຖ່າຍທອດສົດໃຫ້ແຟນບານຊາວລາວໄດ້ເບິ່ງໄດ້ຊົມກັນແບບສະດວກສະບາຍ, ການຖ່າຍທອດສົດຈະເລີ່ມຕັ້ງແຕ່ ວັນທີ 14 ມິຖຸນາ-15 ກໍລະກົດ ເຊິ່ງຈະຖ່າຍທອດຄົບ 64 ນັດ ລວມມີການຖ່າຍທອດສົດ, ເທັບບັນທຶກພາບ ແລະ ການວິເຄາະເກມການແຂ່ງຂັນ.

ນອກຈາກການຖ່າຍທອດສົດຜ່ານທາງໂທລະພາບໃນປີນີ້ ຍັງຈະມີກິດຈະກຳຫຼາຍຂຶ້ນກວ່າບານໂລກໃນປີ 2014 ທີ່ຜ່ານມາ ເພື່ອໃຫ້ແຟນບານໄດ້ຮ່ວມມ່ວນຊື່ນ ໂດຍສະເພາະແມ່ນການຖ່າຍທອດສົດຜ່ານຈໍໃຫ່ຍ ເກືອບທົ່ວປະເທດຕາມຄວາມເໝາະສົມ, ພ້ອມນັ້ນຍັງຈະມີກິດຈະກຳ ທວຍຜົນບານເຕະ, ກິດຈະກຳຈັບສະຫຼາກ ແລະ ອື່ນໆ ເພື່ອໃຫ້ແຟນບານທີ່ຊົມການແຂ່ງຂັນໃນຄັ້ງນີ້ມີສິດລຸ້ນເອົາຂອງລາງວັນຈຳນວນຫຼາຍລາຍການ.

ແບ່ງປັນ