Breaking News

ດວງປະຈຳວັນ ຈັນ ປະຈໍາວັນທີ 26 ມີນາ 2018

ແບ່ງປັນ

ດວງປະຈຳວັນ ຈັນ ປະຈໍາວັນທີ 26 ມີນາ 2018

  • ວັນຈັນ

ການເງິນ: ໄລຍະນີ້ມີຄວາມກັງວົນໃຈເລື່ອງລາຍຈ່າຍຢູ່ແນ່ ເມື່ອໄດ້ເງິນມາກໍ່ຕ້ອງຈ່າຍອອກໄປ ຫຼືຢາກຈະໄປເຮັດບຸນກໍ່ເປັນໄດ້

ວຽກງານ: ມີການຕັດສິນໃຈດ້ວຍຄວາມຄິດສ້າງສັນໃນການເຮັດບາງສິ່ງບາງຢ່າງໃຫ້່ເກີດການຮຽນຮູ້ ເຮັດໃຫ້ເກີດປະສົບການເພີ່ມຂຶ້ນໃນການເຮັດທຸລະກິດ

ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຂ່າວສານດ້ານຂໍ້ມູນດ້ານຄວາມຮັກຍັງບໍ່ຊັດເຈນ ຈຶ່ງຍັງບໍ່ເກີດການຕັດສິນໃຈໃນໄລຍະນີ້ນັ້ນເອງ

  • ວັນອັງຄານ

ການເງິນ: ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແຕ່ກໍ່ມີເລື່ອງຕ້ອງຈ່າຍອອກໄປເປັນລັກສະນະໝູນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ນັ້ນເອງໄລຍະນີ້

ວຽກງານ: ຄວາມດຸໝັ່ນຈະນໍາພາຄວາມສໍາເລັດມາສູ່ຕົນເອງ ໃນໄລຍະນີ້ຕ້ອງເພິ່ງພາຕົນເອງໃຫ້ຫຼາຍ ເພາະຫວັງເພິ່ງພາບໍລິວານບໍ່ໄດ້

ຄວາມຮັກ: ສຸກສົມຫວັງ ແລະລົງຕົວດ້ານຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈໃນໄລຍະນີ້

  • ວັນພຸດ

ການເງິນ: ມີໂຊກຈະໄດ້ເງິນມາຈາກການເຮັດວຽກ ຈາກຜູ້ໃຫຍ່ໃຫ້ໂຊກ ແລະ ຄອຍຊ່ວຍເຫຼືອອຸປະຖໍາທາດງ້ານການເງິນແກ່ເຈົ້າໄດ້ເປັນຢ່າງດີ

ວຽກງານ: ມີຄວາມສະຫຼຽວສະຫຼາດນໍາພາຕົນເອງໄປສູ່ຄວາມສໍາເລັດໄດ້ສະເໝີ ໃນເລື່ອງຂອງການຕັ້ງໃຈເຮັດວຽກ ແລະ ການສ້າງຜົນງານທີ່ກໍ່ໃຫ້ເກີດໂຊກແກ່ຕົນເອງ

ຄວາມຮັກ: ຍັງບໍ່ມີເວລາທຸ່ມເທໃຫ້ກັບເລື່ອງຄວາມຮັກຫຼາຍປານໃດ ເພາະຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດໃຫ້ລຸລ່ວງໄປ

  • ວັນພະຫັດ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາໄດ້ທຸກເທື່ອ ໃນໄລຍະນີ້ຈະໄດ້ເງິນຈາກຜູ້ໃຫຍ່ ທີ່ຈະໃຫ້ການຊ່ວຍເຫຼືອອຸປະຖໍາ ຢ່າງເປັນໂຊກດີ

ວຽກງານ: ເຮັດວຽກຕາມໜ້າທີ່ໃຫ້ດີທີ່ສຸດກໍ່ພໍ ແລະ ໄລຍະນີ້ໃຫ້ລະວັງຢ່າຫັກໂຫມເຮັກເຮັດວຽກໜັກຈົນເກີນໄປຈົນພັກຜ່ອນບໍ່ພຽງພໍ ສົ່ງຜົນຕໍ່ຮ່າງກາຍ

ຄວາມຮັກ: ຮູ້ຈັກໃຜບາງຄົນທີ່ເຂົ້າມາໃນໄລຍະນີ້ ເຂົາເປັນຄົນຜິວຂາວ ແຕ່ເປັນການເບິ່ງໆກັນແບບໝູ່ໄປກ່ອນນັ້ນເອງ

  • ວັນສຸກ

ການເງິນ: ຈະມີໂຊກຢູ່ແນ່ໃນໄລຍະນີ້ ຫຼື ໃຜບາງຄົນຄອຍຊ່ວຍເຫຼືອທາງດ້ານການເງິນໃນເວລາຄັບຂັນນັ້ນເອງ

ວຽກງານ: ຄວາມດຸໝັ່ນໃນໄລຍະນີ້ ບວກກັບຄວາມເລັ່ງດ່ວນທີ່ຈະເລີ່ມທຸລະກິດວຽກງານໃໝ່ໆຂຶ້ນມາ ແຕ່ກໍ່ຢ່າລົງທຶນຫຼາຍເກີນໄປ ຄວນເຮັດແບບຄ່ອຍເປັນຄ່ອຍໄປກ່ອນ

ຄວາມຮັກ: ເບິ່ງຄືຈະດີ ແຕ່ກໍ່ຍັງບໍ່ແມ່ນໃນເລື່ອງຄວາມຮັກໃນໄລຍະນີ້ ຈຶ່ງເປັນການເບິ່ງກັນໄປກ່ອນຫຼາຍກວ່າ

  • ວັນເສົາ

ການເງິນ: ຍັງຢູ່ໃນເກນທີ່ຊົງຕົວ ແຕ່ໄລຍະນີ້ກໍ່ຄວນໃຊ້ຄວາມປະຢັດເອົາໄວ້ ເພາະອີກບໍ່ດົນຈະມີລາຍຈ່າຍທີ່ຕ້ອງຈ່າຍອອກໄປຈໍານວນໜຶ່ງ

ວຽກງານ: ຢາກຈະປ່ຽນແປງໃນເລື່ອງຂອງວຽກໄລຍະນີ້ ແຕ່ກໍ່ຢ່າເອົາມາຄິດຫຼາຍຈົນເກີນໄປ ເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດກໍ່ພໍແລ້ວ

ຄວາມຮັກ: ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນ ມີໂອກາດພົບຄົນຕ່າງຊາດ ຕ່າງພາສາກໍ່ເປັນໄດ້ໃນໄລຍະນີ້ ເປັນການໄດ້ພົບຮັກ ພົບຄົນທີ່ຖືກໃຈຢ່າງບໍ່ທັນຕັ້ງຕົວ

  • ວັນອາທິດ

ການເງິນ: ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກ ໃນໄລຍະນີ້ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ເກົ່າຫຼາຍ

ວຽກງານ: ລະວັງເອກະສານສັນຍາສົ່ງຜົນຕໍ່ຄວາມບໍ່ຊັດເຈນຕ່າງໆ ໃນໄລຍະນີ້ຄວນກວດກາໃຫ້ຖ່ວນຖີ່ ລະວັງການເປັນໂມຄະ

ຄວາມຮັກ: ອິດທິພົນໂດຍລວມຂອງດວງດາວສົ່ງຜົນໃຫ້ມີຄວາມສຸກ ເກີດຄວາມຮັກ ຫຼື ມິດຕະພາບບາງຢ່າງຈະນໍາຄວາມສຸກມາສູ່ຕົນເອງຫາກບໍ່ໃຈຮ້ອນຈົນເກີນໄປ

 

ແບ່ງປັນ