Breaking News

ສະຫຼອງຄົບຮອບ 5 ປີ ບໍລິສັດ “ຮ້ອຍແປດພັນເກົ້າກຣຸບ” ຈໍາກັດ

ແບ່ງປັນ

ໃນຕອນແລງຂອງວັນທີ 12 ທັນວາ 2016 ຢູ່ທີ່ໂຮງແຮມ Mercure Vientiane ໄດ້ມີງານສະເຫຼີມສະຫຼອງຄົບຮອບ 5 ປິ ຂອງບໍລິສັດ “ຮ້ອຍແປດພັນເກົ້າກຣຸບ” ຈໍາກັດ  ໂດຍການເປັນປະທານຂອງທ່ານ ແກ້ວວີິສຸກ ດາລາສານ ຜູ້ສ້າງຕັ້ງ ແລະ ຜູ້ອໍານວຍການຂອງບໍລິສັດ “ຮ້ອຍແປດພັນເກົ້າກຣຸບ ຈໍາກັດ” ເຊິ່ງມີແຂກທັງພາຍໃນ, ຕ່າງປະເທດ ແລະ ສື່ມວນຊົນເຂົ້າຮ່ວມອວຍພອນໃນງານດັ່ງກ່າວ.

ທ່ານ ແກ້ວວີສຸກ ດາລາສານໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງບໍລິສັດ ແລະ ການພັດທະນາເວັບໄຊ໌ ການຈັດຫາວຽກຕ່າງໆ ແລະ ການເຮັດວາລະສານ 108JOP ໄປແຈກ ໃຫ້ກັບບັນດາໂຮງຮຽນ ຫ້ອງສະໝຸດ ຫຼື ຕາມບ້ານຕ່າງໆ ແລະ ໃນງານຄັ້ງນີ້ຍັງມີການຮັບບໍລິຈາກເງິນເພຶ່ອໄປຊ່ວຍເຫຼຶອສັງຄົມນຳອີກ ເຊິ່ງເງິນທີ່ໄດ້ຈາກການບໍລິຈາກຄັ້ງນີ້ແມ່ນລວມທັງໝົດມີ: ເງິນກີບ 17.700.000 ກີບ ,ເງິນຢວນ 500 ຢວນ, ເງິນບາດ 9.000 ບາດ, ແລະ  310 ໂດລາ.

ນອກຈາກນີ້ໃນຍັງມີການສະແດງລະຄອນທີ່ມີຊື່ວ່າ:“ຂ້ອຍເລຶອກເອງ” ຂອງຄະນະເຂົ້າໜຽວການສະແດງ ພ້ອມນີ້ຍັງມີການຈັບສະຫຼາກເພຶ່ອຊິງລາງວັນໄປທ່ອງທ່ຽວແລະ ມອບສິນນໍ້າໃຈໃຫ້້ຜູ້ສະໜັບສະໜຸນ.

15502613_582810328593997_753958436_o

15515519_582810325260664_814782141_o

15555503_582810361927327_410330119_o

ແບ່ງປັນ