Breaking News

ຢ່າຟ້າວເປີດໃຈ!!! ຖ້າເຮົາຍັງຕັດໃຈຈາກຄົນຮັກເກົ່າບໍ່ໄດ້

ແບ່ງປັນ

ສຳລັບຄູ່ຮັກທີ່ເລີກກັນໄປແລ້ວບໍ່ວ່າຈະຈົບລົງດ້ວຍສາເຫດໃດກໍ່ຕາມແຕ່ເມື່ອເວລາຜ່ານໄປເມື່ອເຮົາຮູ້ສຶກຕ້ອງການຢາກເລີ່ມຕົ້ນໃໝ່ກັບໃຜຈັກຄົນທີ່ພ້ອມຈະຮ່ວມທຸກຮ່ວມສຸກ ແລະ ຮັກເຮົາຢ່າງແທ້ຈິງເມື່ອເຮົາຕັດສິນໃຈທີ່ຈະຄົບກັບຄົນໃໝ່ແລ້ວກໍຄວນຈະປະຕິບັດຕົນເອງໃຫ້ເໝາະສົມກັບຄວາມຮູ້ສຶກດີໆທີ່ເຂົາມອບໃຫ້ ແຕ່ຖ້າໃຈທ່ານຍັງບໍ່ພ້ອມທີ່ຈະເລີ່ມຕົ້ນກັບໃຜອີກກໍຄວນປິດໃຈຢ່າຟ້າວຮັບຄົນໃໝ່ເຂົ້າມາເພື່ອຂ້າມຜ່ານເວລາແຫ່ງຄວາມເຫງົາ.

ຄົນໃນອະດີດກໍຄືອະດີດທີ່ເຮົາຍັງບໍ່ລືມແຕ່ເຮົາບໍ່ຄວນເວົ້າ ຫຼື ເຮັດທຸກຢ່າງທີ່ຄືກັບການບໍ່ໃຫ້ກຽດແຟນຄົນປັດຈຸບັນຢ່າໃຫ້ຄວາມສໍາຄັນກັບເລື່ອງເກົ່າໆ, ຢ່າໃຫ້ສິ່ງເກົ່າໆເຫຼົ່ານັ້ນມາທຳຮ້າຍຄວາມຮູ້ສຶກດີໆກັບຄົນດີໆທີ່ມາທີຫຼັງ ເພາະມັນບໍ່ແມ່ນຄວາມຜິດຂອງເຂົາຢ່າໃຫ້ເຂົາຕ້ອງມາເສຍນ້ຳຕາກັບຄວາມຮັກທີ່ຜ່ານມາຂອງເຮົາ ຖ້າຈະຕັດກໍຕັດໃຫ້ຂາດ ຕັດຄືຕັດຢ່າລັງເລເມື່ອມີຄົນໃໝ່ເຂົ້າມາ, ຢ່າໂຫຍຫາຄວາມຮັກຈາກຄົນທີ່ເປັນອະດີດໄປແລ້ວເພາະການໂຫຍຫາຄວາມຮັກຈາກຄົນທີ່ມັນກາຍເປັນອະດີດໄປແລ້ວນັ້ນມັນຈະເປັນການທໍາຮ້າຍຈິດໃຈຂອງຄົນທີ່ເຂົາຮັກເຮົາຖ້າຫາກເຮົາຍັງຕັດໃຈຈາກຄົນຮັກເກົ່າບໍ່ໄດ້ສິ່ງທີ່ດີທີ່ສຸດຄືຢ່າຟ້າວເປີດໃຈຮັບຄົນອື່ນເຂົ້າມາ.

150875

ແບ່ງປັນ