Breaking News

ຂໍ້ຄວນຮູ້!!! ສຳລັບສາວໆທີ່ທາເລັບເປັນປະຈຳ

ແບ່ງປັນ

ເອົາໃຈສາວໆທີ່ມັກເຂົ້າຮ້ານທາເລັບ ຫຼື ມັກທາສີເລັບເປັນປະຈຳ ເຮົາຂໍແນະນຳໃຫ້ທ່ານໃສ່ໃຈກັບເລັບຫຼາຍກ່ວາປົກກະຕິເພາະການທາເລັບ ແລະ ລ້າງເລັບດ້ວຍຢາສານເຄມີຕ່າງໆຈະເຮັດໃຫ້ Cuticle ຂອງເລັບຫຼຸດອອກໄປໄດ້ ແລະ ເຮັດໃຫ້ເກີດການຕິດເຊື້ອພະຍາດ ເຊິ່ງສິ່ງທີ່ທ່ານຄວນລະວັງຄື ຄວນເລືອກຮ້ານທີ່ສະອາດ ແລະ ຄວນໃຊ້ອຸປະກອນທີ່ຂ້າເຊື້ອພະຍາດແລ້ວ, ເພາະຜົນທີ່ຕາມມາຂອງການທາເລັບດ້ວຍນ້ຳຢາເຄມີກໍຄືບັນຫາເລັບແຕກຈີກ ເຊິ່ງສຳລັບຄົນທີ່ກຳລັງພົບບັນຫານີ້ ເຮົາຂໍສະເໜີວິທີປ້ອງກັນດັ່ງຕໍ່ໄປນີ້:

content-0030950-1434009078

 

 

  1. ຄວນຕັດເລັບໃຫ້ສັ້ນຢູ່ຕະຫຼອດໂດຍຄວນຕັດໃຫ້ເປັນຮູບຊົງ ແນະນຳໃຫ້ຕັດເລັບຫຼັງຈາກອາບນ້ຳ ແລະ ເມື່ອຕັດເລັບແລ້ວຄວນໃຊ້ຄຣີມທາເພື່ອໃຫ້ເກີດຄວາມຊຸ່ມຊື່ນ.
  2. ຄວນທາຄຣີມຫຼັງຈາກທີ່ມືປຽກເພາະຜິວທີ່ປຽກຈະຊ່ວຍໃຫ້ຄຣີມແຊກຊືມເຂົ້າສູ່ຜິວໄດ່້ດີຫຼາຍກ່ວາ.

%e0%b9%80%e0%b8%a5%e0%b9%87%e0%b8%9a%e0%b9%80%e0%b8%ab%e0%b8%a5%e0%b8%b7%e0%b8%ad%e0%b8%87%e0%b9%80%e0%b8%9b%e0%b9%87%e0%b8%99%e0%b9%82%e0%b8%a3%e0%b8%84%e0%b8%ad%e0%b8%b0%e0%b9%84%e0%b8%a3

3. ຄວນທາຜະລິດຕະພັນທີ່ເສີມຄວາມແຂງແຮງໃຫ້ແກ່ເລັບ ຫຼີກລ່ຽງຜະລິດຕະພັນທີ່ມີສ່ວນປະກອບຂອງ Toluene sulfonamide ຫຼື Formaldehyde ເພາະສານເຄມີເຫຼົ່ານັ້ນຈະເຮັດໃຫ້ເກີດອາການຄັນໄດ້ ແລະ ຖ້າເປັນໄປໄດ້ຄວນເລືອກໃຊ້ສານທີ່ເປັນທຳມະຊາດທີ່ສຸດ.

dermnet_photo_of_yellow_nails

4. ຄວນໃຊ້ຜະລິດຕະພັນປະເພດ Nail-polish ຈະຊ່ວຍເກັບຄວາມຊຸ່ມຊື່ນໄວ້ໃຫ້ເລັບໄດ້ດີ ໂດຍຄວນລ້າງ Nail polish ອອກ ແລະ ທາໃໝ່ທຸກອາທິດ.

5. ຫຼີກລ່ຽງການໃຊ້ນ້ຳຢາລ້າງເລັບທີ່ມີສ່ວນປະກອບຂອງ Acetone ເພາະຈະເຮັດໃຫ້ເລັບແຫ້ງ ແລະ ບໍ່ຄວນໃຊ້ຫຼາຍກ່ວາ 1 ເທື່ອຕໍ່ອາທິດ.

%e0%b9%80%e0%b8%a5%e0%b9%87%e0%b8%9a%e0%b9%80%e0%b8%ab%e0%b8%a5%e0%b8%b7%e0%b8%ad%e0%b8%87%e0%b8%97%e0%b9%8d%e0%b8%b2%e0%b9%84%e0%b8%87%e0%b8%94%e0%b8%b5

6. ຄວນກິນອາຫານເສີມປະເພດ Biotin ແນະນຳໃຫ້ກິນໃນປະລິມານ 2.5 ມີລີກຼາມເປັນປະຈຳທຸກມື້ ເພາະ Biotin ຈະຊ່ວຍເສີມສ້າງຄວາມແຂງແຮງໃຫ້ແກ່ເລັບໄດ້.

7. ການກິນອາຫານທີ່ຄົບຖ້ວນກໍມີຜົນຕໍ່ສຸຂະພາບຂອງເລັບເຊັ່ນດຽວກັນ ສາວໆຄວນກິນອາຫານປະເພດຜັກ ໝາກໄມ້ເປັນປະຈຳຢູ່ສະເໝີ ລວມເຖິງນົມ ນ້ຳມັນໝາກກອກ ປະເພດຖົ່ວ ແລະ ປາ.

Spinach processing factory. Forklift truck being used to move freshly harvested spinach leaves (Spinacia oleracea). The leaves will be processed and frozen to preserve them for storage and for transport over long distances. Spinach is rich in beta-carotene, vitamin C, calcium and iron.

ແບ່ງປັນ