Breaking News

ດວງປະຈຳວັນ ຈັນ ວັນທີ 2 ເມສາ 2018

ແບ່ງປັນ
  • ວັນອາທິດ

ໃນມື້ນີ້ອາດມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດ ແລະ ເຮັດໃຫ້ຄິດຫຼາຍ ທັງໃນເລື່ອງວຽກ ແລະ ເລື່ອງຂອງຄອບຄົວຄົນທາງບ້ານ ຄົນທີ່ເຮັດທຸລະກິດມື້ນີມີເກນຄ້າຂາຍໄດ້ກຳໄລດີ, ຄວາມຮັກຄົນມີຄູ່ຮັກ ແລະ ເຂົ້າໃຈກັນດີ ສ່ວນຄົນໂສດຖ້າຫາກກຳລັງແອບມັກໃຜໃຫ້ລຸຍໂລດມີເກນສົມຫວັງດັ່ງໃຈ.

  • ວັນຈັນ

ໃນມື້ນີ້ຍັງມີເລື່ອງທີ່ເຮັດໃຫ້ຫຍຸ້ງຍາກໃຈ ແລະ ຄິດຫຼາຍຈົນເກີນໄປ ມີເກນມີໂຊກທາງດ້ານການສ່ຽງດວງ, ຊ່ວງນີ້ເຈັບອອດໆແອດໆໃຫ້ມັ່ນອອກກຳລັງກາຍແດ່ ເພື່ອສຸຂະພາບທີ່ດີ, ຄວາມຮັກຄົນມີຄູ່ຈະມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດ ສ່ວນຄົນໂສດຍັງເປັນຄົນໂສດ #2018 ຕໍ່ໄປ.

  • ວັນອັງຄານ

ໃນມື້ນີ້ເລື່ອງວຽກເປັນວຸ້ນໆແດ່ ເພາະມີວຽກເຂົ້າມາຫຼາຍ ແລະ ເຮັດຄົນດຽວບໍ່ມີໃຜຊ່ວຍ, ເລື່ອງການເງິນມີລາຍຈ່າຍເຂົ້າມາເລື່ອຍໆໝົດເງິນໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແຕ່ກໍ່ບໍ່ໄດ້ມີຜົນຫຍັງຍັງມີເງິນໃຊ້ບໍ່ຂາດມື, ຄວາມຮັກຄົນທີ່ມີຄູ່ບໍ່ມີເວລາໃຫ້ກັນເພາະຕ່າງຄົນຕ່າງຫຍຸ້ງວຽກ ສ່ວນຄົນໂສດມີເກນຈະມີຄົນເຂົ້າມາຈີບ ດີບໍ່ດີຈະໄດ້ແຟນໄປຄວງໃນຊ່ວງປີໃໝ່ລາວແນ່ນອນ.

  • ວັນພຸດ

ໃນມື້ນີ້ເລື່ອງວຽກງານດຳເນີນໄປຢ່າງສະດວກສະບາຍ ມີຄົນຍື່ນມືເຂົ້າມາຊ່ວຍ ແລະ ໃຫ້ຄຳປຶກສາ, ດ້ານການເງິນຕ້ອງດຸໝັ່ນເຮັດວຽກຈຶ່ງຈະມີລາຍໄດ້ເຂົ້າມາ ແຕ່ຕ້ອງລະວັງເລື່ອງສຸຂະພາບເພາະເຮັດວຽກຫຼາຍຈົນບໍ່ມີເວລາເບິ່ງແຍງສຸຂະພາບຕົວເອງ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ສ່ວນຄົນໂສດລະວັງຈະມີຮັກຊ້ອນ ແລະ ເກີດເປັນຮັກສາມເສົ້າ ເພາະຄົນທີ່ເຂົ້າມາອາດເປັນຄົນທີ່ມີເຈົ້າຂອງແລ້ວ.

  • ວັນພະຫັດ

ໃນມື້ນີ້ເລື່ອງວຽກງານຍັງຄົງເດີນໜ້າ ມີເກນໄດ້ວຽກໃຫ່ຍ ຮັບໂປເຈັກທີ່ທ້າທາຍກວ່າທີ່ເຄີຍເຮັດມາ, ດ້ານການເງິນມີໂຊກເຂົ້າມາເລື່ອຍໆ ຫາເງິນເກັ່ງຫຼາຍ, ຄວາມຮັກຄົນທີ່ມີຄູ່ຮັກກັນດີ ແຕ່ຕ່າງຝ່າຍຕ່າງບໍ່ສະແດງອອກ ສ່ວນຄົນໂສດຢາກມີແຟນເຕັມທີ່ແຕ່ຄົນທີ່ເຂົ້າມາບໍ່ມີຄົນຈິງໃຈເລີຍ.

  • ວັນສຸກ

ໃນມື້ນີ້ວຽກງານເກີດຄວາມລັງເລບໍ່ກ້າຕັດສິນໃຈ, ດ້ານການເງິນມີລາຍຈ່າຍເຂົ້າມາແບບກະທັນຫັນ, ຄວາມຮັກຄົນທີ່ມີຄູ່ຄົນຮັກເອົາໃຈເປັນພິເສດຊ່ວງນີ້ ສ່ວນຄົນໂສດມີເກນຈະພົບຄົນທີ່ຖືກໃຈ.

  • ວັນເສົາ

ໃນມື້ນີ້ວຽກງານມີເຂົ້າມາຫຼາຍຈົນບໍ່ຮູ້ຈະເລີ່ມເຮັດຫຍັງກ່ອນ ຄວນມີສະຕິແລະເຮັດວຽກແບບຕັ້ງໃຈຈຶ່ງຈະສຳເລັດ, ດ້ານການເງິນບໍ່ເດືອດຮ້ອນ ເພາະຍັງມີເງິນເກັບ ແລະ ໄປໃສຊ່ວງນີ້ກໍ່ບໍ່ໄດ້ຈ່າຍ ມີຄົນອາສາລ້ຽງຕະຫຼອດ , ດ້ານຄວາມຮັກຄົນທີ່ມີຄູູ່ຍັງປົກກະຕິຮັກກັນດີຄົນອື່ນອິດສາ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປແບບຍາວໆ ແຕ່ຢ່າຟ້າວນ້ອຍໃຈໄປເພາະຍັງມີຄົນເຂົ້າມາເຮັດໃຫ້ຫວັ່ນໄຫວ ແຕ່ກໍ່ຍັງຄົງບໍ່ແມ່ນໃນເວລານີ້.

ແບ່ງປັນ