Breaking News

ດວງປະຈຳວັນ ພຸດ ວັນທີ 4 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານເຖິງຈະມີເລື່ອງເຂົ້າມາເຮັດໃຫ້ສັບສົນເລື່ອງວຽກ ແຕ່ກໍ່ສາມາດແກ້ໄຂບັນຫາໄປໄດ້ແບບສະບາຍ, ດ້ານການເງິນຖ້າຄິດຈະລົງທຶນ ຫຼື ໂອນເງິນໃຫ້ອີກຝ່າຍ ຄວນມີລາຍເຊັນ ຫຼື ລາຍລັກອັກສອນໃຫ້ດີໆ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນດີ ສ່ວນຄົນໂສດຫົວໃຈຊຸ່ມຊື່ນບໍ່ມີເຫງົາ.

  • ວັນຈັນ

ດ້ານວຽກງານຈະມີການປ່ຽນແປງ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ, ດ້ານການເງິນມີລາຍຈ່າຍເຂົ້າມາກັບເລື່ອງບໍ່ເປັນເລື່ອງ ບາງທີກໍ່ງົງໆກັບລາຍຈ່າຍຕົວເອງ ເພາະຫຼາຍເຫຼືອເກີນ, ດ້ານຄວາມຮັກຄົນທີ່ມີຄູ່ມີເລື່ອງໃຫ້ຄິດທົບທວນໃນເລື່ອງທີ່ຜ່ານມາ ສ່ວນຄົນໂສດຈະໄດ້ພົບກັບຄົນທີ່ກົງກັບສະເປັກ ແຕ່ຢ່າຟ້າວດ່ວນໃຫ້ໃຈເຂົາໄປ ຄວນເບິ່ງໃຫ້ດີກ່ອນ.

  • ວັນອັງຄານ

ດ້ານວຽກງານຕ້ອງມີຄວາມອົດທົນໃຫ້ຫຼາຍໆ ຈຶ່ງຈະຜ່ານວຽກອັນແສນຫຍຸ້ງຍາກໃນຊ່ວງນີ້ໄປໄດ້, ດ້ານການເງິນຂາດເຂີນໜັກ ແຕ່ຍັງດີທີ່ເຮັດບຸນມາຫຼາຍ ເພາະຈະມີຄົນໃຈດີຍື່ນມືເຂົ້າມາໃຫ້ກູ້ຢືມ ແບບບໍ່ຫວັງຜົນ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນໝັ້ນຄົງ ຫຼາຍຄົນເອົາເປັນແບບຢ່າງ ສ່ວນຄົນໂສດຍັງຕ້ອງໂສດໄປຕາມສະຕາຍ.

  • ວັນພຸດ

ດ້ານວຽກງານແມ່ນຈະມີເລື່ອງເຂົ້າມາໃຫ້ຕັດສິນໃຈແບບກະທັນຫັນ, ດ້ານການເງິນມືເງິນໃຊ້ແບບບໍ່ຂາດມື ມີລາຍໄດ້ເຂົ້າມາຕະຫຼອດ, ຄວາມຮັກຄົນທີ່ມີຄູ່ມີເລື່ອງຜິດໃຈກັນ ແຕ່ຍັງເກັບໄວ້ບໍ່ຢາກເວົ້າ ເພາະມີຄວາມເກງໃຈກັນເກີນໄປ ສ່ວນຄົນໂສດຈະມີຄົນເຂົ້າມາເຮັດໃຫ້ຫວັນໄຫວ.

  • ວັນພະຫັດ

ດ້ານວຽກງານຈົ່ງມີສະຕິ ແລະ ດຸໝັ່ນໃຫ້ຫຼາຍໆ ເພາະມີຄົນກຳລັງຈັບຕາເບິ່ງທ່ານຢູ່, ດ້ານການເງິນລະວັງເລື່ອງການຄໍ້າປະກັນຊັບສິນໃຫ້ຄົນອື່ນ ເພາະອາດຈະມີບັນຫາຕາມມາ, ດ້ານຄວາມຮັກຄົນທີ່ມີຄູ່ຈະມີບັນຫາເລື່ອງມືທີ່ 3 ຈົນເຮັດໃຫ້ຜິດໃຈກັນ ສ່ວນຄົນໂສດຈະຫຼົງກົນຄົນທີ່ມີເຈົ້າຂອງ.

  • ວັນສຸກ

ດ້ານວຽກງານຈະມີແຜນວຽກ ໜ້າວຽກໃໝ່ໆທີ່ທ່ານຮູ້ສຶກຕື່ນເຕັ້ນໃນການທີ່ຈະຮັບເຮັດວຽກນີ້, ດ້ານການເງິນປົກກະຕິດີ ມີລາຍຈ່າຍ ແລະ ລາຍຮັບທີ່ຢູ່ໃນເກນທີ່ຮັບມືໄດ້, ດ້ານຄວາມຮັກຄົນທີ່ມີຄູ່ເລີ່ມຈືດຈາງ ຄວນຫາເວລາໄປທ່ຽວນຳກັນແດ່ ສ່ວນຄົນໂສດມີຄົນເຂົ້າມາຈີບ ຊ່ວງນີ້ສະເໜ່ຫຼາຍເຫຼືອເກີນ.

  • ວັນເສົາ

ດ້ານວຽກງານຕ້ອງມີເລື່ອງເຂົ້າມາໃຫ້ແກ້ບັນຫາ ບາງທີກໍ່ຄິດທໍ້ແທ້ ບັນຫາຫຼາຍເກີນໄປ, ດ້ານການເງິນຊ່ວງນີ້ດີຫຼາຍ ມີລາຍໄດ້ເຂົ້າມາ ເຮັດຫຍັງກໍ່ຂຶ້ນໄປໝົດ, ດ້ານຄວາມຮັກຄົນທີ່ມີຄູ່ກຳລັງມີແຜນຈະໄປທ່ອງທ່ຽວພັກຜ່ອນ ຫຼັງຈາກທີ່ຫາເວລາມາດົນ ສ່ວນຄົນໂສດຊ່ວງກ່ອນໜ້າປີໃໝ່ລາວນີ້ດວງເລື່ອງຄູ່ກຳລັງມາ ບາງເທື່ອອາດຈະບໍ່ໂສດອີກຕໍ່ໄປ.

ແບ່ງປັນ