Breaking News

ກົດ 8 ຂໍ້ ຂອງຄົນຢາກລວຍ!!!

ແບ່ງປັນ

ສາວໆມາອ່ານທາງນີ້ເລີຍຖ້າສາວໆຢາກມີເງິນທ້ອນກັບກົດ 8 ຂໍ້ ຂອງຄົນຢາກລວຍ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານພ້ອມໆກັນເລີຍສາວໆ.

  1. ກວດສອບດອກເບ້ຍທະນາຄານ

ໝັ່ນກວດສອບເບິ່ງອັດຕາດອກເບ້ຍຂອງທຸກທະນາຄານ ເພາະທະນາຄານມີດອກເບ້ຍທີ່ແຕກຕ່າງກັນ ແລະ ກວດສອບໃຫ້ລະອຽດວ່າທະນາຄານໃດທີ່ໃຫ້ອັດຕາດອກເບ້ຍທີ່ສູງ.

  1. ບໍ່ກິນເຂົ້າຢູ່ຮ້ານ

ຖ້າຢຸດການອອກໄປກິນເຂົ້າຢູ່ຮ້ານອາຫານໄດ້ຈະເປັນການດີທີສຸດ ຈະເປັນການປະຢັດໄດ້ຫຼາຍໆທາງເຊັ່ນ: ຄ່າອາຫານ, ຄ່ານໍ້າມັນ ວິທີທີ່ດີຄື ການປຸຸງແຕ່ງອາຫານກິນເອງແມ່ນສາມາດປະຢັດໄດ້ດີທີ່ສຸດ.

  1. ສ້ອມແປງເຄື່ອງໃຊ້

ເມື່ອເວລາມີເຄື່ອງເປ່ເພຢູ່ໃນຄົວເຮືອນ ລອງພະຍາຍາມສ້ອມແປງສິ່ງຂອງເຫຼົ່ານັ້ນໃຫ້ກັບມາໃຊ້ງານໃຫ້ໄດ້ຄືເກົ່າ ດີກວ່າຈະເອົາເງິນໄປຊື້ສິ່ງຂອງໃໝ່ໆມາໃຊ້ແທນ.

  1. ບໍ່ເອົາເງິນຕິດໂຕຫຼາຍ

ຈົ່ງຢ່າເອົາເງິນຕິດໂຕໄປນໍາຫຼາຍ ຖ້າບໍ່ມີຈຸດປະສົງທີ່ຈະຊື້ເຄື່ອງຂອງທີ່ລາຄາແພງ ໃຫ້ນໍາຕິດໂຕໄປໜ້ອຍດຽວພໍທີ່ຈະຊື້ສິ່ງຂອງທີ່ຈໍາເປັນໃນຂະນະນັ້ນ.

  1. ເອົາອາຫານທ່ຽງໄປກິນຢູ່ຫ້ອງການ

ລອງຄໍານວນຄ່າອາຫານທ່ຽງໃນທິດໜຶ່ງ ສາວໆອາດເສຍເງິນໄປຫຼາຍເລີຍແຫຼະ! ແນະນໍາໃຫ້ກຽມອາຫານມາເອງ ເພື່ອເປັນການປະຢັດເງິນ ແລະຍັງໄດ້ກິນອາຫານທີ່ສະອາດຈາກຜົນງານຂອງຕົນນໍາອີກ.

  1. ຊໍາລະຄ່າບໍລິການຕ່າງໆຜ່ານອອນລາຍ

ບໍ່ຈໍາເປັນເລີຍທີທ່ານຈະເສຍເງິນຄ່ານໍ້າມັນເພື່ອໄປຈ່າຍຄ່າຊົມໃຊ້ໃນຄອບຄົວ ເພາະທ່ານສາມາດຈັດການກັບບັນຫາເຫຼົ່ານີ້ຜ່ານທາງອິນເຕີເນັດໄດ້ເຊັ່ນ: ຄ່ານໍ້າ, ຄ່າໄຟ ແລະ ຄ່າໂທລະສັບ.

  1. ຊອກກິດຈະກໍາຍາມຫວ່າງທີບໍ່ໄດ້ໃຊ້ເງິນ

ກິດຈະກໍາຍາມຫວ່າງທີບໍ່ໄດ້ເສຍຄ່າໃຊ້ຈ່າຍ ແລະ ດີຕໍ່ສຸຂະພາບນັ້ນກໍຄື ການໄປຍ່າງຫຼິ້ນສວນສາທາລະນາ ເພາະຈະເຮັດເຮົາເພີດເພີນໄປກັບທໍາມະຊາດ ແລະ ກິດຈະກໍາກາງແຈ້ງ.

  1. ລ້າງລົດດ້ວຍຕົວເອງ

ເມື່ອທ່ານມີລົດ ທ່ານຕ້ອງເສຍເງິນຄ່ານໍ້າມັນ ແລ້ວເປັນຫຍັງ? ທ່ານຕ້ອງໄປເສຍເງິນນໍາຄ່າລ້າງລົດອີກ ເພາະມັນບໍ່ຄຸ້ມຄ່າ ທັງທີທ່ານເອງກໍສາມາດລ້າງດ້ວຍຕົນເອງໄດ້.

ແບ່ງປັນ