Breaking News

ດວງປະຈຳວັນ ພະຫັດ ວັນທີ 5 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານບໍ່ມີສະມາທິ ເພາະລືມຄວາມຮັກເກົ່າບໍ່ໄດ້ ຄວນຕັ້ງສະຕິ ຄິດເຫັນໜ້າຄົນໃນຄອບຄົວໃຫ້ຫຼາຍໆ, ດ້ານການເງິນມີເກນດີຂຶ້ນເລື້ອຍໆ ຈະມີລາຍໄດ້ເຂົ້າມາ ຖ້າດຸໝັ່ນໃນການເຮັດວຽກ, ດ້ານຄວາມຮັກຄົນທີ່ມີຄູ່ໄປໄດ້ເລື້ອຍໆ ມີຢອກໄຍ ມີສຽງຫົວ ກິນເຂົ້ານຳກັນປົກກະຕິ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ຈະມີເລື່ອງໃຫ້ເຂົ້າໃນຜິດ ແລະ ມີເລື່ອງໃຫ້ຄິກໜັກເລື່ອງວຽກທີ່ຍັງບໍ່ລົງໂຕ, ດ້ານການເງິນມີເກນຍັງຕ້ອງຕໍ່ສູ້ດິ້ນລົນ ເຮັດວຽກໜັກ ເພາະລາຍໄດ້ທີ່ບໍ່ພໍຈ່າຍ, ດ້ານຄວາມຮັກຄົນທີ່ມີຄູ່ຄິດລະແວງຄົນຮັກ ຈົນເຮັດໃຫ້ເຂົາອຶດອັດ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

  • ວັນອັງຄານ

ດ້ານວຽກງານພີ່ນ້ອງຈະເປັນໂຕປ່ວນເຂົ້າມາໃຫ້ວຽກທີ່ເຮັດໄວ້ກ່ອນໜ້າພັງທະລາຍ ຄວນມີສະຕິໃຫ້ດີ, ດ້ານການເງິນມີເກນດີເລື້ອຍໆ ແຕ່ຍັງຂາດແຮງສະໜັບສະໜູນ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານເວີ້ ຈົນຄົນອ້ອມຂ້າງອິດສາ ສ່ວນຄົນໂສດຈະເຈີຄົນທີ່ຖືກໃຈ ແຕ່ຍັງບໍ່ແມ່ນໃນເວລານີ້.

  • ວັນພຸດ

ດ້ານວຽກງານຍັງແກ້ບັນຫາບໍ່ຕົກ ເພາະມີເລື່ອງວຸ້ນວາຍເຂົ້າມາໄດ້ຕະຫຼອດ, ດ້ານການເງິນຊ່ວງນີ້ດຸໝັ່ນເປັນພິເສດ ເພາະຕ້ອງການສ້າງຄວາມໝັ້ນຄົງໃນອະນາຄົດ, ດ້ານຄວາມຮັກຄົນທີ່ມີຄູ່ອອກນອກທາງແອບນອກໃຈຄົນຮັກ ແຕ່ກໍ່ໄປບໍ່ລອດ ສວ່ນຄົນໂສດມີເກນພົບຮັກກັບຄົນທີ່ເຄຍຜ່ານການແຕ່ງດອງມາແລ້ວ.

  • ວັນພະຫັດ

ດ້ານວຽກງານມີແຕ່ເລື່ອງວຽກເກົ່າໆ ຊໍ້າຊາກ ຈົນເຮັດໃຫ້ຮູ້ສຶກເບື່ອໜ່າຍ, ດ້ານການເງິນມີເກນດວງດີ ຈະມີໂຊກທາງດ້ານການສ່ຽງດວງ, ດ້ານຄວາມຮັກຄົນທີ່ມີຄູ່ຍັງມີບັນຫາທີ່ບໍ່ເຂົ້າໃຈກັນ ສ່ວນຄົນໂສດຍັງຕ້ອງໂສດໄປແບບສະບາຍໆຕໍ່ໄປ.

  • ວັນສຸກ

ດ້ານວຽກງານມີເກນດີຂຶ້ນ ຫຼັງຈາກທີ່ເຈິມໍລະສຸມວຽກລຸມເລົ້າມາດົນ, ດ້ານການເງິນມີເກນຄ້າຂາຍໄດ້ກຳໄລງາມ, ດ້ານຄວາມຮັກຄົນທີ່ມີຄູ່ມີໂອກາດຈະໄດ້ໄປທ່ຽວເພື່ອຜ່ອນຄາຍ ຫຼັງຈາກທີ່ບໍ່ມີເວລາໃຫ້ກັນມາດົນ ສ່ວນຄົນໂສດບໍ່ເຫງົາອີກຕໍ່ໄປ ດວງມີເກນເຈິຄົນດີໆທີ່ຖືກໃຈ.

  • ວັນເສົາ

ດ້ານວຽກງານດີຂຶ້ນເປັນລຳດັບ ເພາະຄວາມສາມາດຂອງທ່ານເອງລ້ວນໆ, ດ້ານການເງິນເກັບເງິນຢູ່ ມີເງິນເກັບ ແລະ ຍັງບໍ່ມີໂອກາດໄດ້ໃຊ້, ດ້ານຄວາມຮັກຄົນທີ່ມີຄູ່ມັກເຂົ້າໃຈຜິດກັນກັບເລື່ອງເລັກນ້ອຍ ຄວນໃຈໃຫ່ຍໄວ້ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

ແບ່ງປັນ