Breaking News

ດວງປະຈຳວັນສຸກ ວັນທີ 6 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ມີຫຼາຍສິ່ງຫຼາຍຢ່າງເຂົ້າມາ ຈົນຮັບມືບໍ່ທັນ, ດ້ານການເງິນມີເງິນເກັບ ແຕ່ລະວັງເລື່ອງລາຍຈ່າຍທາງບັນຫາສຸຂະພາບ , ດ້ານຄວາມຮັກຄົນທີ່ມີຄູ່ຊ່ວງນີ້ຂັດກັນ ບໍ່ໄປໃນທິດທາງດຽວກັນ ສ່ວນຄົນໂສດຍັງໂສດຕໍ່ໄປເລື້ອຍໆ.

  • ວັນຈັນ

ດ້ານວຽກງານບໍ່ມີມິດແທ້ ໃຫ້ເພິ່ງພາຕົນເອງໃຫ້ໄດ້ ເພາະເກີດບັນຫາກໍ່ຍາກທີ່ຈະມີຄົນເຂົ້າມາຊ່ວຍ ແຕ່ດຽວກໍດີຂຶ້ນ, ດ້ານການເງິນມີໃຊ້ມີເກັບແບບບໍ່ຂາດມື , ດ້ານຄວາມຮັກຄົນທີ່ມີຄູ່ຍັງຮັກກັນດີ ຫວານກັນເລື້ອຍໆ ສ່ວນຄົນໂສດມັກໃຜກໍ່ບໍ່ສົມຫວັງ ກິນແຫ້ວກັນໄປ.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ ເຊັງໆ ເບື່ອໆ ຢາກພັກຈາກການເຮັດວຽກແລ້ວໜີໄປຫຼິ້ນ, ດ້ານການເງິນມີລາຍຈ່າຍຫຼາຍ ແຕ່ລາຍຮັບຍັງເທົ່າເກົ່າ , ດ້ານຄວາມຮັກຄົນທີ່ມີຄູ່ເຖິງຈະມີເລື່ອງຄຽດກັນຈຸກຈິກ ແຕ່ກໍ່ຍັງຮັກກັນດີ ສ່ວນຄົນໂສດມີສະເໜ່ ມີຄົນເຂົ້າມາຈີບ ແຕ່ຍັງບໍ່ແມ່ນໃນເວລານີ້.

  • ວັນພຸດ

ດ້ານວຽກງານໃນມື້ນີ້ມີເກນດີ ເພື່ອນຮ່ວມງານກໍ່ດີນຳເປັນພິເສດ, ດ້ານການເງິນລະວັງຈະເສຍເງິນໄປກັບເລື່ອງບັນຫາສຸຂະພາບ , ດ້ານຄວາມຮັກຄົນທີ່ມີຄູ່ຮັກວຸ້ນວາຍໃຈ ບາງທີກໍ່ຍາກພັກ ບໍ່ຢາກເຫັນໜ້າຮອດຄົນຮັກ ສ່ວນຄົນໂສດມີເກນເຈິຄົນທີ່ອາຍຸນ້ອຍກວ່າ.

  • ວັນພະຫັດ

ດ້ານວຽກງານດວງດີລາສີໜຸນ ມີເກນເລື່ອນຂັ້ນເລື່ອນຕຳແໜ່ງ, ດ້ານການເງິນມີລາຍຈ່າຍຫຼາຍເຮັດໃຫ້ໝູນເງິນບໍ່ທັນ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ເຂົ້າໃຈກັນດີ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

  • ວັນສຸກ

ດ້ານວຽກງານມີທັງຂ່າວດີ ແລະ ຂ່າວຮ້າຍ ແຕ່ກໍ່ບໍ່ມີຫຍັງຮ້າຍແຮງ, ດ້ານການເງິນມີເງິນໃຊ້ເງິນຈ່າຍບໍ່ຂາດມື ບຸນເກົ່າສົ່ງໜູນໃຫ້ເຮັດມາຄ້າຂຶ້ນ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນດີ ຊ່ວຍກັນທຳມາຫາກິນ ສ່ວນຄົນໂສດມີເກນເຈິຄົນທີ່ເຂົ້າໃຈ ອາດພັດທະນາຄວາມສຳພັນໄປເຖິງຂັ້ນແຟນ.

  • ວັນເສົາ

ດ້ານວຽກງານອາດເກີດຄວາມຜິດພາດ ແລະ ເຂົ້າໃຈຜິດກັບຫົວໜ້າ ຄວນມີສະຕິ ແລະ ໃຈເຢັນ, ດ້ານການເງິນຈະມີຂ່າວດີເລື່ອງເຊັນສັນຍາ , ດ້ານຄວາມຮັກຄົນທີ່ມີຄູ່ຫ່າງກັນເພາະເລື່ອງບໍ່ເປັນເລື່ອງ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

ແບ່ງປັນ