Breaking News

ດວງປະຈຳວັນຈັນ ວັນທີ 9 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານມີຄວາມເປັນທີມເວີກ ເຮັດວຽກເຂົ້າກັນດີກັບເພື່ອນຮ່ວມງານຈົນນຳມາສູ່ຄວາມສຳເລັດ, ດ້ານການເງິນລົງທຶນຄ້າຂາຍ ຫຼື ເຮັດທຸລະກິດໃດໆກໍດີໄປໝົດ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນເຂົ້າໃຈກັນດີ ສ່ວນຄົນໂສດມີເກນຈະເຈິຄົນທີ່ຖືກໃຈ.

  • ວັນຈັນ

ດ້ານວຽກງານຈະມີການຕັດສິນໃຈຢ່າງກະທັນຫັນ ດີທີ່ເພື່ອນຮ່ວມງານໃຫ້ຄຳປຶກສາ, ດ້ານການເງິນມີບັນຫາເລື່ອງລູກໜີ້ທີ່ບໍ່ຕົງຕໍ່ເວລາ ຈົນເຮັດໃຫ້ມີບັນຫາເລື່ອງການເງິນເລັກໜ້ອຍ , ດ້ານຄວາມຮັກຄົນທີ່ມີຄູ່ຕ່າງຝ່າຍຕ່າງເຮັດວຽກຫຼາຍຈົນບໍ່ມີເວລາໃຫ້ກັນ ສ່ວນຄົນໂສດຍັງຕ້ອງໂສດລອຍໄປລອຍມາ ຂາດຄົນຮູ້ໃຈ.

  • ວັນອັງຄານ

ດ້ານວຽກງານດີ ມີເກນຈະເລີນກ້າວໜ້າ, ດ້ານການເງິນຊ່ວງນີ້ມີເງິນເກັບ ເພາະຕັ້ງໃຈເກັບເງິນໄວ້ໃນຊ່ວງປີໃໝ່ລາວ ເພາະອາດຈະໄດ້ສັງສັນກັບໝູ່ເພື່ອນ , ດ້ານຄວາມຮັກຄົນທີ່ມີຄູ່ມີສະເໜ່ແພວພາວ ຈົນບາງເວລາຄົນຮັກອາດນ້ອຍໃຈຢ້ານນອກໃຈ ເພາະສະເນ່ແຮງຫຼາຍ ສ່ວນຄົນໂສດມີຄົນມາລຸມຈີບແຕ່ຍັງບໍ່ເລືອກໃຜ ເພາະຍັງມ່ວນກັບຊີວິດໂສດ.

  • ວັນພຸດ

ດ້ານວຽກງານມີເກນປະສົບຜົນສຳເລັດຕາມທີ່ຕັ້ງໃຈ, ດ້ານການເງິນລະວັງຄົນເວົ້າຈາຫວານສຽງມ່ວນ ຈະເຂົ້າມາເຮັດດີເພື່ອຫວັງຢືມເງິນ ອາດຈະບໍ່ໄດ້ຄືນ , ດ້ານຄວາມຮັກຄົນທີ່ມີຄູ່ອາດຈະມີເລື່ອງບໍ່ເຂົ້າໃຈກັນແດ່ ແຕ່ກໍ່ຍັງຮັກກັນດີ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

  • ວັນພະຫັດ

ດ້ານວຽກງານຍັງຕ້ອງດຳເນີນວຽກຕໍ່ໄປ ທັງໆທີ່ບໍ່ມີຄົນຊ່ວຍ ຕ້ອງອົດທົນເພື່ອວຽກ, ດ້ານການເງິນຊ່ວງນີ້ມີໂຊກທາງ ມີຜູ້ໃຫ່ຍລໍຖ້າໃຫ້ການສະໜັບສະໜູນ ,ດ້ານຄວາມຮັກຄົນທີ່ມີຄູ່ເປັນຄູ່ກັດ ຂັດກັນໄປທຸກເລື່ອງ ແຕ່ຮັກກັນດີທີ່ສຸດ.

  • ວັນສຸກ

ດ້ານວຽກງານເຖິງຈະເຈິວຽກງານທີ່ໜັກໜ່ວງ ແຕ່ຍັງດີທີ່ມີກຳລັງໃຈຈາກຄົນອ້ອມຂ້າງຈົນເຮັດໃຫ້ມີກຳລັງໃຈສູ້ຕໍ່ໄປ, ດ້ານການເງິນມີເງິນໃຊ້ເງິນຈ່າຍບໍ່ຂາດມື ເປັນຍ້ອນຄວາມດຸໝັ່ນຂອງເຈົ້າເອງ, ດ້ານຄວາມຮັກຄົນທີ່ມີຄູ່ຊ່ວຍກັນທຳມາຫາກິນ ມີຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ.

  • ວັນເສົາ

ດ້ານວຽກງານຍັງມີບັນຫາຄາລາຄາຊັງ ຄວນໃຊ້ສະຕິໃນການໄຕ່ຕອງໃຫ້ດີ, ດ້ານການເງິນລະວັງເລື່ອງໃຫ້ເງິນຄົນອື່ນກູ້ຢືມ ເພາະອາດຈະບໍ່ໄດ້ຄືນ ,ດ້ານຄວາມຮັກຄົນທີ່ມີຄູ່ຊ່ວງນີ້ຄືກັບເຊືອກຟາງທີ່ພ້ອມຈະຂາດໄດ້ທຸກເວລາ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.

 

ແບ່ງປັນ