Breaking News

ແບກໃຈທີ່ເຈັບຊໍ້າໄປຖິ້ມ ອອກໄປທ່ອງທ່ຽວກັນດີກວ່າ…

ແບ່ງປັນ

ພາເອົາໃຈທີ່ອິດເມື່ອຍ ໄປໃຫ້ໄກຈາກຄົນຫຼາຍໃຈ

ຖ້າສາວໆຄົນໃດກໍາລັງ Hurt ມາຟັງທາງນີ້! ອົກຫັກແລ້ວຈະເສົ້າໄປເຮັດຫຍັງ ເພາະຊີວິດຍັງມີຄວາມໝາຍກວ່າທີ່ຈະໄປເສຍເວລາ ກັບຜູ້ຊາຍທີ່ເຂົາບໍ່ຮັກເຮົາແລ້ວ ຖ້າເບື່ອກັບການໃຊ້ຊີວິດໃນເມືອງທີ່ແສນຈະວຸ່ນວາຍ ເບື່ອກັບການຕ້ອງຕື່ນນອນແຕ່ເຊົ້າໄປເຮັດວຽກ ກັບຕອນແລງ ຊີວິດວົນວຽນກັບສິ່ງຊໍ້າໆ ແຖມຍັງຕ້ອງມາເສຍໃຈກັບຄົນທີ່ທຳຮ້າຍຈິດໃຈເຮົາ

ມື້ນີ້ຂັວນໃຈເລີຍຈະຂໍແນະນໍາສາວໆ ໃຫ້ລອງອອກໄປທ່ອງທ່ຽວໄກໆ ອອກໄປສໍາຜັດກັບທໍາມະຊາດ ສໍາຜັດກັບອາຍກິ່ນຫຍ້າ ແລະ ອາກາດບໍລິສຸດ ໄປໃນບ່ອນທີ່ບໍ່ເຄີຍໄປກັບເຂົາຄົນນັ້ນ ບໍ່ຕ້ອງເອົາຫຍັງໄປຫຼາຍ ພຽງແຕ່ຈັບກະເປົາຈັກ 2 ໜ່ວຍ ຫອບເສື້ອຜ້າໃສ່ ແບກໃຈທີ່ເຈັບຊໍ້າໄປຖິ້ມ ໄປເບິ່ງແຕ່ສິ່ງງາມໆ ທີ່ເຮັດໃຫ້ສະບາຍໃຈ ແລ້ວກັບມາພ້ອມກັບໃຈດວງໃໝ່ ທີ່ປາສະຈາກຄວາມເຈັບປວດ ມາເລີ່ມຕົ້ນສິ່ງໃໝ່ໆ ລືມສິ່ງທີ່ເຮັດໃຫ້ເສຍໃຈ ເມື່ອໄດ້ລອງແລ້ວ ສາວໆຈະຮູ້ສຶກວ່າ ຜ່ານມາເຮົາໄປຫຼົງທາງຢູ່ໃສ? ເຮົາທໍາຮ້າຍຕົວເອງໄປຫຼາຍສໍ່າໃດ? ປ່ອຍໃຫ້ຫົວໃຈຈົມກອງທຸກດົນປານນີ້ຫວາ? ເພາະທີ່ຈິງແລ້ວ ຄວາມສຸກມັນຢູ່ອ້ອມຕົວເຮົາເອງ ເຮົາເປັນຄົນເລືອກເອງ ບໍ່ມີໃຜທີ່ຈະມາໃຫ້ຄວາມສຸກທີ່ໝັ້ນຄົງກັບເຮົາໄດ້, ຢ່າລືມວ່າເຮົານັ້ນມີຄ່າ ບໍ່ມີໃຜຈະເຫັນຄຸນຄ່າເຮົາ ຖ້າເຮົາບໍ່ເຫັນຄຸນຄ່າຂອງຕົວເອງ.

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ