Breaking News

ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ

ແບ່ງປັນ

ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້:

ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ໃຫ້ຄິດໄລ່ດ້ວຍການເອົາເງິນເດືອນ ຫຼືຄ່າແຮງງານ ຫານໃຫ້ 26 ວັນ, ຈາກນັ້ນ ຈຶ່ງຫານໃຫ້ 8 ຊົ່ວໂມງ ແລ້ວຄູນໃຫ້ຈໍານວນສ່ວນຮ້ອຍ (%) ແລະຄູນໃຫ້ຈໍານວນຊົ່ວໂມງທີ່ໄດ້ເຮັດວຽກເພີ່ມນັ້ນ”

ມາດຕາ 115 (ໃໝ່) ຄ່າເຮັດວຽກໃນວັນພັກປະຈໍາອາທິດ ແລະວັນພັກລັດຖະການ: “ຄ່າເຮັດວຽກໃນວັນພັກປະຈໍາອາທິດ ແລະວັນພັກທາງລັດຖະການ ຈະໄດ້ຮັບເທົ່າກັບ 50% ຂອງຄ່າແຮງປົກກະຕິ. ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະວັນພັກທາງລັດຖະການ ນັບແຕ່ເວລາ 16 ໂມງ ຫາ 22 ໂມງ ຈະໄດ້ຮັບເທົ່າກັບ 300% ຂອງຄ່າແຮງງານປົກກະຕິ.”

ແລະ ມາດຕາ 116​ (ໃໝ່) ເງິນສະເພາະ ສໍາລັບວຽກກາງຄືນ ແລະໃນຜຽນກາງຄືນ: “ເງິນສະເພາະ ສຳລັບວຽກກາງຄນ ແລະໃນຜຽນກາງຄືນ ຈະໄດ້ຮັບບໍ່ຕ່ຳກວ່າ 15% ຂອງຄ່າແຮງງານ ຂອງຊົ່ວໂມງເຮັດວຽກປົກກະຕິ. ເງິນສະເພາະນີ້ ໃຫ້ຄິດໄລ່ດ້ວຍການເອົາ ເງິນເດືອນ ຫຼືຄ່າແຮງງານ ຫານໃຫ້ 26 ວັນ, ຈາກນັ້ນ ຈຶ່ງຫານໃຫ້ 8 ຊົ່ວໂມງ ແລະຄູນໃຫ້ 15% ແລະຄູນໃຫ້ຈຳນວນຊົ່ວໂມງທີ່ເຮັດວຽກກາງຄືນ ຫຼືໃນຜຽນກາງຄືນ”

( ໝາຍເຫດ: ຜູ້ໃຊ້ແຮງງານ = ນາຍຈ້າງ, ຜູ້ອອກແຮງງານ = ລູກຈ້າງ )

ແບ່ງປັນ