Breaking News

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+

ແບ່ງປັນ

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+

    

ໃນວັນທີ 28 ເມສາ 2018, ຢູ່ທີ ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ທຽນພູກວາງໂຈ (ປະເທດຈີນ) ໄດ້ຈັດງານ ເປີດໂຕຜະລິດຕະພັນລໍາໂພງ ຍີຫໍ້ M+ ໃນລາວ ພ້ອມກັບລົງນາມເຊັນສັນຍາ ກັບນາງ ແກ້ວຕາ ພອນປະເສີດ ມາເປັນ presenter ໃຫ້ກັບລຳໂພງດັ່ງກ່າວ. ໂດຍການເປັນປະທານຂອງທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ.

 

ພາຍໃນງານທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ ໄດ້ກ່າວວ່າ: ການລົງນາມເຊັນສັນຍາກັບ ນາງສາວເເກ້ວຕາ ພອນປະເສີດ ມາເປັນ brand ambassador ຂອງລໍາໂພງ ຍີຫໍ້ M+ ຄັ້ງນີ້ກໍ ເພື່ອເປັນການຊຸກຍູ້ການຕະຫຼາດຄັ້ງໃຫຍ່ ແລະ ເປັນການເຮັດໃຫ້ກຸ່ມລູກຄ້າຄົນລາວໄດ້ຮູ້ຈັກກັບບລຳໂພງ M+ ຫຼາຍຂຶ້ນ, ພ້ອມທັງເປັນການ ສ້າງສາຍສໍາພັນທາງດ້ານການຄ້າລະຫວ່າງ ລາວ-ຈີນ.

 

 

ກຸ່ມບໍລິສັດທຽນພູສ້າງຕັ້ງຂື້ນປີ 2004, ພາຍໃຕ້ບໍລິສັດ ມີ4 ເເບຣນໃຫຍ່ຄື: M+, Malata, Bader, Apple ຜະລິດຕະພັນລວມມີ ລໍາໂພງທີ່ມີລູກຫຼິ້ນຫຼາກຫຼາຍແບບ, ມັລຕິມີເດຍ(Multi-Media)ແບບພົກພາກາງແຈ້ງ (outdoor), ລະບົບໂຮມເທຍເຕີ່, ລະບົບເຄື່ອງສຽງໃຊ້ໃນຫ້ອງປະຊຸມ ທັງໝົດ 4 ປະເພດໃຫຍ່ ລວມ 50 ກວ່າລະບົບ, 100 ກວ່າຮູບແບບຜະລິດຕະພັນ. ເປັນບໍລິສັດທີ່ມີການຮ່ວມມືກັບ Brand ດັງທີ່ມີຊື່ສຽງທົ່ວໂລກເຊັ່ນ: Philips, JBL、L.G、Sony ແລະ ອື່ນໆ.

ລໍາໂພງ m+ ມຸ່ງເນັ້ນການວິໃຈ ແລະ ຄົ້ນຄິດຜະລິດຕະພັນເຄຶ່ອງສຽງ, ທີ່ຈະນໍາເອົາ ສິນຄ້າທີ່ມີຄຸນນະພາບ, ແບັດເຕີລີສາມາດໃຊ້ໄດ້ 8 ຫາ10 ຊົ່ວໂມງ, ແບັດເຕີຮີ່ຮັບປະກັນທົ່ວປະເທດ1 ປີ, ຕົວເຄື່ອງລໍາໂພງຮັບປະກັນທົ່ວປະເທດ 2 ປີ ພອ້ມກັບບໍລິການທີ່ມີຄຸນນະພາບ ມາມອບໃຫ້ປະຊາຊົນລາວ.

     

ປັດຈຸບັນ, ລຳໂພງ m+ ໄດ້ມີການຂະຫຍາຍໄປຫຼາຍກວ່າ 90 ສາຂາ ເເຈກຢາກ ຕາມເເຂວງຕ່າງໆ ທົ່ວປະເທດລາວ, ເບີໂທສູນບໍລິການລູກຄ້າທົ່ວປະເທດ:  020 59959902

ແບ່ງປັນ