Breaking News

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ!!!

ແບ່ງປັນ

“ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ”

ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess)ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮອດສາວແອ (Air hostess) ຄົນທີ 2 ແລ້ວ ນາງຊື່ວ່າ ຈາລິຍາ ນາເໝືອງຮັກ (ປ໋ອກ) ອາຍຸ 26 ປີ ຈົບການສຶກສາ ຈາກສະຖາບັນການທະນາຄານ ສາຂາ ການເງິນ-ການບັນຊີ ແລະ ພາສາອັງກິດ ລະດັບປະລິນຍາຕີ ນອກຈາກນາງມີຮູບຮ່າງໜ້າຕາທີ່ງົດງາມແລ້ວ ນາງຍັງມີນໍ້າສຽງດີ ມີນໍ້າສຽງທີ່ມ່ວນຫູອີກ ຈົນນາງໄດ້ເປັນນັກຮ້ອງປະຈໍາສາຍການບິນ Lao Skyway ເລີຍແຫຼະ ບໍ່ເວົ້າຍາວເຮົາໄປຮູ້ຈັກກັບສາວປ໋ອກກີ່ເລີຍ!!

  • ໂຊກດີຍື່ນໃບສະໝັກເທື່ອດຽວກໍໄດ້ໂລດ

ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ ບາງຄົນຕ້ອງໄດ້ຍື່ນໃບສະໝັກຫຼາຍຮອບກ່ອນຈະໄດ້ ແຕ່ສໍາລັບສາວປ໋ອກແລ້ວຖືວ່າ ເປັນຄວາມໂຊກດີຂອງນາງແທ້ໆ ນາງໄປຍື່ນໃບສະໝັກເທື່ອດຽວນາງກໍໄດ້ເລີຍ ຈົນແມ່ຍິງຫຼາຍຄົນອິດສາ ວ່າເປັນຫຍັງຄືມາໂຊກດີແທ້…!! ຢາກຮູ້ບໍວ່າເປັນຫຍັງນາງຄືມາໂຊກດີແທ້ ນາງເຮັດແນວໃດ ສາວປ໋ອກນາງບອກວ່າ: “ປ໋ອກກໍຄືແມ່ຍິງທົ່ວໄປນີ້ແຫຼະ ແຕ່ອາດເປັນຍ້ອນວ່າປ໋ອກພິເສດກວ່າແມ່ຍິງຄົນອື່ນກໍຄື ປ໋ອກເປັນຄົນມີສຸຂະພາບແຂງແຮງ ບວກກັບບຸກຄະລິກກະພາບ ແລະ ນິດໄສທີ່ເຮຮາມ່ວນຊື່ນ ຈຶ່ງເຮັດໃຫ້ປ໋ອກໄດ້ຮັບໂອກາດນີ້”

  • ການສຶກສາກໍບໍ່ໄດ້ສໍາຄັນສະເໝີໄປ

ສາວໆເຄີຍມີຄວາມຄິດນີ້ຢູ່ໃນຫົວບໍ ຖ້າຢາກເປັນສາວແອຕ້ອງຮຽນຈົບສູງໆ ຕ້ອງເວົ້າໄດ້ຂຽນເປັນຫຼາຍພາສາ ບຸກຄະລິກຮູບຮ່າງໜ້າຕາຕ້ອງງົດງາມ ຄືທຸກຢ່າງຕ້ອງດີສົມບູນແບບ ແຕ່ສາວໆຮູ້ບໍວ່າຈົບການສຶກສາສູງໆນັ້ນ ກໍເປັນພຽງສ່ວນໜຶ່ງ ອາດບໍ່ໄດ້ສໍາຄັນສະເໝີໄປ ສິ່ງທີ່ສໍາຄັນກວ່ານັ້ນກໍຄື ສຸຂະພາບທີ່ແຂງແຮງ ເພາະຖ້າເຮົາມີສຸຂະພາບທີ່ແຂງແຮງ ເຮົາຢາກເຮັດຫຍັງກໍໄດ້ ຄືກັບສາວປ໋ອກນາງບອກວ່າ ເຄີຍມີຫຼາຍຄົນທີ່ຈົບການສຶກສາສູງໆ ແຕ່ເປັນສາວແອບໍ່ໄດ້ ຍ້ອນວ່າສຸຂະພາບບໍ່ແຂງແຮງ ຍິ່ງເປັນວຽກບໍລິການລູກຄ້າແບບສາວແອແລ້ວ ມື້ໜຶ່ງຕ້ອງໄດ້ບິນຫຼາຍຖ້ຽວ ບິນຫຼາຍຊົ່ວໂມງ ມີເວລາພັກຜ່ອນໜ້ອຍ ຮອງຈາກສຸຂະພາບຈຶ່ງແມ່ນການສຶກສາ, ບຸກຄະລິກກະພາບ ແລະ ອົງປະກອບອື່ນໆ

  • ເຮັດວຽກບໍລິການຕ້ອງມີຄວາມອົດທົນ

ແນ່ນອນວ່າເຮັດວຽກບໍລິການ ຖ້າບໍ່ມີຄວາມອົດທົນພຽງພໍຕໍ່ກັບບັນຫາທີ່ພົບໃນເວລາປະຕິບັດໜ້າທີ່ ມັນກໍເປັນເລື່ອງຍາກທີ່ຈະເຮັດວຽກບໍລິການໄດ້ ການເຮັດວຽກບໍລິການແນ່ນອນຕ້ອງມີຄວາມອົດທົນຫຼາຍ ເພາະລູກຄ້າທີ່ມາໃຊ້ບໍລິການນັ້ນມາຈາກມາຫຼາຍໆສະຖານທີ່ມາລວມກັນຢູ່ໃນຍົນລຳດຽວກັນ ແລະ ແຕ່ລະຄົນກໍມີນິດໄສໃຈຄໍທີ່ແຕກຕ່າງກັນໄປ ບາງຄົນກໍຜິດຖຽງກັບຊູ້ກັບແຟນ ຫຼື ອາລົມບໍ່ດີມາຈາກບ້ານ … ບາງຄົນເຂົາກໍເອົາຄວາມຮູ້ສຶກເຫຼົ່ານັ້ນມາລົງທີ່ເຮົາ ເຖິງແມ່ນວ່າລູກຄ້າຈະອາລົມບໍ່ດີປານໃດ ຫຼື ເວົ້າໃສ່ເຮົາແຮງປານໃດ ເຮົາກໍຕ້ອງຍິ້ມສູ້ ຕ້ອງໃຈເຢັນ ຫຼື ມີລູກຄ້າບາງຄົນທີ່ເປັນຜູ້ຊາຍ ແນ່ນອນວ່າເຫັນສາວງາມໆໜ້າຮັກກໍຢາກຈັບຢາກບາຍ ກໍມີມືຖືກຕົນຕົວເລັກນ້ອຍ ແຕ່ເຮົາກໍຕ້ອງອົດທົນ ດັ່ງນັ້ນ ອາຊີບສາວແອ ຫຼື ວຽກບໍລິການອື່ນໆນັ້ນກໍ່ຕ້ອງໄດ້ໃຊ້ຄວາມອົດທົນໃຫ້ຫຼາຍໆ.

  • ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ

ຄົນສ່ວນຫຼາຍຄິດວ່າສາວແອນັ້ນແຕກຕ່າງຈາກອາຊີບອື່ນໆ ເພາະຄິດວ່າອາຊີບສາວແອນັ້ນ ດີ ໄດ້ແຕ່ງຕົວງາມໆ, ເຮັດວຽກສະບາຍບໍ່ໄດ້ຕາກແດດຕາກຝົນ ແຕ່ສາວປ໋ອກບອກວ່າ “ສາວແອກັບອາຊີບອື່ນໆນັ້ນກໍບໍ່ໄດ້ແຕກຕ່າງກັນ ເພາະວ່າທຸກໆອາຊີບກໍມີດີໄປຄົນລະແບບ ມີຄຸນຄ່າ ແລະໜ້າທີ່ບໍ່ຄືກັນ ແຕ່ວ່າສາວແອພິເສດກວ່າຄື ມີໂອກາດໄດ້ໄປເຫັນຫຼາຍບ່ອນຫຼາຍທີ່ ໄດ້ແລກປ່ຽນວັດທະນະທໍາກັບຫຼາຍປະເທດ ແບບບໍ່ໄດ້ເສຍເງິນນັ້ນເອງ” ສະນັ້ນ ອາຊີບນີ້ຈຶ່ງເປັນອາຊີບທີ່ສາວໆມັກທ່ອງທ່ຽວໃຝ່ຝັນ ໄດ້ໄປທ່ຽວຟຣີ ໄດ້ເຫັນສິ່ງໃໝ່ໆ ແຖມຍັງໄດ້ເງິນເດືອນສູງນຳອີກ

  • ຝາກທ້າຍ

ສໍາລັບສາວໆຄົນໃດທີ່ຢາກເປັນສາວແອ ສິ່ງທີ່ຕ້ອງມີເປັນອັນດັບທໍາອິດເລີຍແມ່ນ ສຸຂະພາບ ຕ້ອງກຽມສຸຂະພາບໃຫ້ແຂງແຮງ ຮອງລົງມາກໍ່ແມ່ນພາສາຕ່າງປະເທດ ຖ້າໄດ້ຫຼາຍພາສາຍິ່ງດີ ແຕ່ຫຼັກໆກໍແມ່ນພາສາອັງກິດ ດັ່ງນັ້ນ ສາວໆຄົນໃດຢາກເປັນສາວແອຕ້ອງມີອົງປະກອບຫຼັກໆສອງຢ່າງນີ້ ແລະ ອົງປະກອບສ່ວນອື່ນໆເຊັ່ນ: ບຸກຄະລິກຮູບຮ່າງໜ້າຕາ.

Faecbook: Pock Chaliya

ແບ່ງປັນ