Breaking News

ດວງປະຈຳວັນ ຈັນ ວັນທີ 7 ພຶດສະພາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ຕ້ອງມີສະຕິ ແລະ ຕັດສິນໃຈຢ່າງຮອບຄອບ, ດ້ານການເງິນມີລາຍຈ່າຍຫຼາຍ ຈົນບາງເທື່ອກໍ່ທໍ້ແທ້ໃຈ ເພາະມີລາຍຮັບທີ່ບໍ່ພໍໃຊ້, ດ້ານຄວາມຮັກຊ່ວງນີ້ກໍ່ຍັງຕ້ອງລໍຖ້າຄົນທີ່ແມ່ນຕໍ່ໄປ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ບໍ່ຄວນຕັ້ງຄວາມຫວັງຫຼາຍຈົນເກີນໄປ ເພາະອາດຈະມີບາງສິ່ງທີ່ເຮັດໃຫ້ເກີດຜິດພາດ, ດ້ານການເງິນຍັງຢູ່ໃນເກນປົກກະຕິ ຈະໄດ້ເລີ່ມຕົ້ນເຮັດທຸລະກິດໃໝ່ໆ, ດ້ານຄວາມຮັກຍັງຄິດຫຼາຍ ແລະ ຄິດໄປເອງຝ່າຍດຽວ.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ຍັງບໍ່ສົມຫວັງໃນເລື່ອງທີ່ຕັ້ງໃຈ ຈົ່ງລໍຖ້າຕໍ່ໄປ, ດ້ານການເງິນມີເລື່ອງທີ່ດີ ຈະມີຂ່າວດີເລື່ອງການເງິນໃນໄວໆນີ້, ດ້ານຄວາມຮັກຢ່າຟ້າວຝັ່ງ ໃຫ້ລໍຖ້າ ດຽວຈະເຈິຄົນທີ່ພໍໃຈໄວໆນີ້.

  • ວັນພຸດ

ດ້ານວຽກງານໃນມື້ນີ້ຄວນມີສະຕິ ຢ່າຫູເບົາ, ດ້ານການເງິນມີລາຍຈ່າຍທີ່ເຂົ້າມາເລື້ອຍໆ ບໍ່ສົມດຸນກັບລາຍຮັບເທົ່າທີ່ຄວນ, ດ້ານຄວາມຮັກເຂົ້າໃຈກັັນດີ ມີເກນຈະໄດ້ໄປທ່ອງທ່ຽວຮ່ວມກັນ.

  • ວັນພະຫັດ

ດ້ານວຽກງານໃນມື້ນີ້ຕ້ອງທຳໃຈ ເພາະຈະມີເລື່ອງບັນຫາຈຸກຈິກເຂົ້າມາໃຫ້ແກ້ໄຂ ແຕ່ກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຈະມີການປ່ຽນແປງເກີດຂຶ້ນໄດ້ຕະຫຼອດເວລາ ແລ້ວແຕ່ບຸນວາດສະໜາທີ່ເຮັດມາ, ດ້ານຄວາມຮັກຈະມີບັນຫາກັນເລັກໜ້ອຍ ແຕ່ກໍ່ຖືເປັນເລື່ອງປົກກະຕິ ແລະ ຍັງຮັກກັນດີ.

  • ວັນສຸກ

ດ້ານວຽກງານໃນມື້ນີ້ຈະມີເກນຈະເລີນກ້າວໜ້າ ສົມຫວັງທຸກປະການ, ດ້ານການເງິນກໍ່ມີໃຊ້ມີຈ່າຍລົ້ນມື ແລະ ຍັງຈະມີລາຍຮັບເຂົ້າມາເລື້ອຍໆ ເອີ້ນໄດ້ວ່າ ນໍ້າຂຶ້ນໃຫ້ຮີບຕັກ, ດ້ານຄວາມຮັກຈະຫຼົງກົນຄົນທີ່ມີເຈົ້າຂອງ ເຂົາເຂົ້າມາເຮັດດີນຳກໍ່ເຜີໃຈໄປແລ້ວ (ໃຈງ່າຍສຸດໆ).

  • ວັນເສົາ

ດ້ານວຽກງານໃນມື້ນີ້ມີເກນທີ່ຈະໄດ້ເວົ້າລົມວຽກກັບຜູ້ທີ່ມີຕຳແໜ່ງໃຫ່ຍກວ່າ, ດ້ານການເງິນຈະມີບັນຫາໃຫ້ເຈັບຫົວກັນເລັກໜ້ອຍ, ດ້ານຄວາມຮັກຍັງຄົງມີເລື່ອງຈຸກຈິກເປັນບົດທົດສອບຄວາມຮັກທັງສອງຄອບຄົວ.

ແບ່ງປັນ